ກະຊວງແຮງງານ ແລະ ສະຫວັດດີການສັງຄົມ

ຝຶກສີມືແຮງງານ ເພື່ອມີວຽກເຮັດງານທຳ

ສະຖາບັນພັດທະນາສີມືແຮງງານ ແລະ ສູນສາຂາທົ່ວປະເທດ ເປີດຝຶກສີມືແຮງງານ ພ້ອມອອກໃບຢັ້ງຢືນສີມືແຮງງານທີ່ໄດ້ຮັບການຮັບຮອງ. ດາວໂຫຼດແບບຟອມສະໝັກໄດ້ຢູ່ໜ້ານີ້ ແລ້ວນຳໄປຍື່ນທີ່ສູນທີ່ທ່ານຕ້ອງການ.

54ສາຂາອາຊີບ
7ຂະແໜງການ
7ສູນຝຶກທົ່ວປະເທດ
1–6ລະດັບໃບຢັ້ງຢືນ
21,488ຜູ້ຜ່ານການຝຶກ 2005–2023

ຂໍ້ມູນຂອງສະຖາບັນ

ເລືອກໝວດທີ່ຕ້ອງການ — ແຕ່ລະໝວດມີໜ້າຂອງຕົນເອງ

ໝວດ 1 ຂໍ້ມູນທົ່ວໄປຂອງສະຖາບັນ ປະຫວັດ · ພາລະບົດບາດ · ໂຄງຮ່າງການຈັດຕັ້ງ · ລະບຽບການ ແລະ ນິຕິກຳ 27 ໜ່ວຍງານ ເປີດ → ໝວດ 2 ວຽກຝຶກສີມືແຮງງານ ຂະແໜງການ · ສາຂາອາຊີບ · ຫ້ອງຝຶກພາກທິດສະດີ ແລະ ພາກປະຕິບັດ 54 ສາຂາ · 9 ຫ້ອງຝຶກ ເປີດ → ໝວດ 3 ມາດຕະຖານ ແລະ ຫຼັກສູດການຝຶກສີມືແຮງງານ ມາດຕະຖານສີມືແຮງງານແຫ່ງຊາດ · ຫຼັກສູດການຝຶກ · ການຮັບຮູ້ສີມືແຮງງານ 54 ມາດຕະຖານ ເປີດ → ໝວດ 4 ການທົດສອບ ແລະ ອອກໃບຢັ້ງຢືນສີມືແຮງງານ ລະບຽບການ · ປື້ມຄູ່ມື · ການທົດສອບ · ລະດັບສີມືແຮງງານ ແລະ ໃບຢັ້ງຢືນ 6 ລາຍການ ເປີດ → ໝວດ 6 ການຮ່ວມມືພັດທະນາສີມືແຮງງານ ຝຶກງານຢູ່ຫົວໜ່ວຍແຮງງານ · ແຂ່ງຂັນສີມືແຮງງານ · ຈັດຫາວຽກເຮັດງານທຳ 2 ລາຍການ ເປີດ → ການແຂ່ງຂັນສີມືແຮງງານ ລະດັບສະຖາບັນ · ຊາດ · ອາຊຽນ · ສາກົນ — ແຜນການ · ຜົນ ແລະ ຫຼຽນ · ພະແນກສົ່ງເສີມການພັດທະນາສີມືແຮງງານ 2 ງານແຂ່ງຂັນ ເປີດ → ໝວດ 7 ຫໍພັກ · ຫໍອາຫານ · ເຮືອນຄົວລວມ ສິ່ງອຳນວຍຄວາມສະດວກສຳລັບຜູ້ເຂົ້າຝຶກທີ່ມາຈາກຕ່າງແຂວງ 3 ລາຍການ ເປີດ → ໝວດ 8 ການສະໝັກເຂົ້າຝຶກ ແລະ ເຂົ້າຮັບການທົດສອບ ຂັ້ນຕອນການສະໝັກ · ແບບຟອມດາວໂຫຼດ · ສະໝັກອອນລາຍ · ຕິດຕາມສະຖານະ 5 ແບບຟອມ ເປີດ →
ໝວດ 8

ການສະໝັກເຂົ້າຝຶກ ແລະ ເຂົ້າຮັບການທົດສອບ

ບໍ່ຕ້ອງສະໝັກສະມາຊິກ ບໍ່ຕ້ອງເຂົ້າລະບົບ. ກົດດາວໂຫຼດ ພິມໃສ່ເຈ້ຍ A4 ຂຽນໃຫ້ຄົບ ແລ້ວນຳໄປຍື່ນທີ່ສູນພ້ອມເອກະສານປະກອບ — ຫຼື ຕື່ມອອນລາຍໄດ້ເລີຍ ບໍ່ຕ້ອງພິມໃສ່ເຈ້ຍ · ຕິດຕາມສະຖານະໃບສະໝັກ

ຂັ້ນຕອນການສະໝັກ

  1. ດາວໂຫຼດ ແລະ ຕື່ມແບບຟອມ ພິມອອກມາຂຽນດ້ວຍມື ຫຼື ຕື່ມໃນຄອມພິວເຕີກໍໄດ້
  2. ກຽມເອກະສານປະກອບ ສຳເນົາບັດປະຈຳຕົວ · ໃບປະກາດ · ຮູບ 3×4
  3. ຍື່ນທີ່ສູນທີ່ຕ້ອງການຝຶກ ພະນັກງານທະບຽນຈະກວດຄຸນສົມບັດ ແລ້ວບັນທຶກເຂົ້າລະບົບ
  4. ລໍຜົນ ແລະ ວັນເປີດຮຽນ ສູນຈະແຈ້ງກັບຄືນຕາມເບີໂທທີ່ໃຫ້ໄວ້

ແບບຟອມ — ດາວໂຫຼດໄດ້ເລີຍ

ໃບຄຳຮ້ອງຂໍສະໝັກເຂົ້າຝຶກ

ໃບຄຳຮ້ອງຂໍສະໝັກເຂົ້າຝຶກ

Application to enrol in training
ຂັ້ນທີ 1 — ຮັບສະໝັກ

ຜູ້ສະໝັກທຸກຄົນ · ແນບເອກະສານ 3 ຢ່າງ

⬇ ດາວໂຫຼດ
ຊີວະປະຫວັດຫຍໍ້

ຊີວະປະຫວັດຫຍໍ້

Curriculum vitae
ຂັ້ນທີ 1 — ຮັບສະໝັກ

ຜູ້ສະໝັກທຸກຄົນ · ແນບເອກະສານ 1 ຢ່າງ

⬇ ດາວໂຫຼດ
ໃບຄຳຮ້ອງຂໍເຂົ້ານອນຫໍພັກ

ໃບຄຳຮ້ອງຂໍເຂົ້ານອນຫໍພັກ

Hostel accommodation request
ຂັ້ນທີ 2 — ລົງທະບຽນ

ຜູ້ທີ່ຕ້ອງການພັກຫໍ · ແນບເອກະສານ 5 ຢ່າງ

⬇ ດາວໂຫຼດ
ໃບຮັບປະກັນຂອງຜູ້ປົກຄອງ

ໃບຮັບປະກັນຂອງຜູ້ປົກຄອງ

Guardian guarantee
ຂັ້ນທີ 2 — ລົງທະບຽນ

ຜູ້ປົກຄອງຂອງຜູ້ເຂົ້າຝຶກ

⬇ ດາວໂຫຼດ
ໃບປະຕິຍານຕົນ

ໃບປະຕິຍານຕົນ

Self-declaration
ຂັ້ນທີ 2 — ລົງທະບຽນ

ຜູ້ທີ່ພັກຫໍ

⬇ ດາວໂຫຼດ

ຢາກເບິ່ງລາຍລະອຽດເອກະສານປະກອບຂອງແຕ່ລະຟອມ → ເປີດໜ້າແບບຟອມທັງໝົດ

ຄ່າລົງທະບຽນ ຄ່າບໍລິການ ແລະ ຄ່າທຳນຽມ

ຕາຕະລາງສັງລວມ ຄ່າບໍລິການ ແລະ ຄ່າທຳນຽມ ຂອງສະຖາບັນພັດທະນາສີມືແຮງງານ
ເລກທີ 0939/ສພງ ລົງວັນທີ 13/06/2025 ລົງນາມໂດຍ ຫົວໜ້າສະຖາບັນ 17 ລາຍການ
ພື້ນຖານທາງກົດໝາຍ (2)
  • ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສະບັບເລກທີ 0500/ຮສສ, ລົງວັນທີ 15 ກຸມພາ 2023 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະຖາບັນພັດທະນາສີມືແຮງງານ
  • ອີງຕາມ ລັດຖະບັນຍັດ ຂອງປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021

I ຄ່າບໍລິການ

ລ/ດລາຍການຫົວໜ່ວຍຈຳນວນເງິນໝາຍເຫດ
1 ຄ່າລົງທະບຽນຮຽນ ລະດັບ 1, 2, 3, 4 6 ເດືອນ 500,000ກີບ / ເທີມ
2 ຄ່າລົງທະບຽນຮຽນ ລະດັບ 1, 2, 3, 4 12 ເດືອນ 1,000,000ກີບ / ປີ
3 ຄ່າລົງທະບຽນຮຽນ ລະດັບ 5 6 ເດືອນ 800,000ກີບ / ເທີມ
4 ຄ່າລົງທະບຽນຮຽນ ລະດັບ 5 12 ເດືອນ 1,600,000ກີບ / ປີ
5 ຄ່າບຳລຸງຫໍພັກ (ຜູ້ເຂົ້າຝຶກວິຊາຊີບ) 6 ເດືອນ 180,000ກີບ / ເທີມ
6 ຄ່າບຳລຸງຫໍພັກ (ຜູ້ເຂົ້າຝຶກວິຊາຊີບ) 12 ເດືອນ 360,000ກີບ / ປີ
7 ຄ່າບຳລຸງຫໍພັກ 5 ເດືອນ 500,000ກີບ
8 ຄ່າບຳລຸງຫໍພັກ 6 ເດືອນ 600,000ກີບ
9 ຄ່າຄຳຮ້ອງເຂົ້າຮຽນ 1 ຊຸດ 20,000ກີບ
10 ຄ່າຄຳຮ້ອງເຂົ້າຫໍພັກ 1 ຊຸດ 20,000ກີບ
11 ຄ່າປຶ້ມຕິດຕາມລົງຝຶກງານ 1 ຫົວ 7,500ກີບ
12 ຄ່າບໍລິການເອກະສານ 1 ໃບ 2,000ກີບ
13 ໃບຄະແນນ 1 ໃບ 5,000ກີບ
14 ອອກໃບອະນຸຍາດສ້າງຕັ້ງ ສູນພັດທະນາສີມືແຮງງານ ຄັ້ງ 500,000ກີບ / ຄັ້ງ

II ຄ່າທຳນຽມ

ລ/ດລາຍການຫົວໜ່ວຍຈຳນວນເງິນໝາຍເຫດ
1 ໃບຢັ້ງຢືນສີມືແຮງງານ ລະດັບ 1, 2, 3 1 ໃບ 10,000ກີບ ເວລາຈົບ
2 ໃບຢັ້ງຢືນສີມືແຮງງານ ລະດັບ 4 1 ໃບ 12,000ກີບ ເວລາຈົບ
3 ໃບຢັ້ງຢືນສີມືແຮງງານ ລະດັບ 5 1 ໃບ 15,000ກີບ ເວລາຈົບ
ບໍ່ພົບລາຍການທີ່ຊອກ
ສອບຖາມລາຍລະອຽດ ຕິດຕໍ່ສະຖາບັນ · ອັບເດດ 13/11/2026
ເລກທີ 0939/ສພງ · ໜ້າ 1/2
ເອກະສານຕົ້ນສະບັບ

ສະໝັກເຂົ້າຝຶກສີມືແຮງງານ

ຄ່າລົງທະບຽນ ຄ່າບໍລິການ ແລະ ຄ່າທຳນຽມ ຕາຕະລາງສັງລວມ ຄ່າບໍລິການ ແລະ ຄ່າທຳນຽມ ຂອງສະຖາບັນ ເລກທີ 0939/ສພງ (ອີງຕາມ ຂໍ້ຕົກລົງ 0500/ຮສສ ແລະ ລັດຖະບັນຍັດ 002/ປປທ 17/06/2021)

ຄ່າລົງທະບຽນຮຽນ

ລາຍການຫົວໜ່ວຍຈຳນວນເງິນ (ກີບ)
ຊັ້ນຕົ້ນ · ຊັ້ນກາງ6 ເດືອນ500,000 / ເທີມ
ຊັ້ນຕົ້ນ · ຊັ້ນກາງ12 ເດືອນ1,000,000 / ປີ
ຊັ້ນສູງ6 ເດືອນ800,000 / ເທີມ
ຊັ້ນສູງ12 ເດືອນ1,600,000 / ປີ
ຊັ້ນຕົ້ນ · ຊັ້ນກາງ (ນະໂຍບາຍ 50%)6 ເດືອນ250,000 / ເທີມ
ຊັ້ນສູງ (ນະໂຍບາຍ 50%)6 ເດືອນ400,000 / ເທີມ

ຄ່າບໍລິການອື່ນ

ລາຍການຫົວໜ່ວຍຈຳນວນເງິນ (ກີບ)
ຄ່າເກັບໜ່ວຍກິດເສັງຄືນ ລະດັບ 1–3ໜ່ວຍກິດ12,000
ຄ່າເກັບໜ່ວຍກິດເສັງຄືນ ລະດັບ 4–5ໜ່ວຍກິດ15,000
ຄ່າຄຳຮ້ອງເຂົ້າຮຽນຊຸດ20,000
ຄ່າຄຳຮ້ອງເຂົ້າຫໍພັກຊຸດ20,000
ຄ່າປະກອບເອກະສານ ຊັ້ນຕົ້ນໃບ10,000
ຄ່າປະກອບເອກະສານ ຊັ້ນກາງໃບ38,000
ຄ່າປະກອບເອກະສານ ຊັ້ນສູງໃບ65,000
ຄ່າປຶ້ມຕິດຕາມລົງຝຶກງານຫົວ7,500
ຄ່າບໍລິການເອກະສານໃບ2,000
ໃບຄະແນນໃບ5,000
ອອກໃບອະນຸຍາດສ້າງຕັ້ງ ສູນພັດທະນາສີມືແຮງງານຄັ້ງ500,000

ຄ່າທຳນຽມ (ເວລາຈົບ)

ລາຍການຫົວໜ່ວຍຈຳນວນເງິນ (ກີບ)
ຄ່າໃບປະກາດ ຊັ້ນຕົ້ນໃບ10,000
ຄ່າໃບປະກາດ ຊັ້ນກາງໃບ12,000
ຄ່າໃບປະກາດ ຊັ້ນສູງໃບ15,000

ຄ່າຫໍພັກ ເບິ່ງໃນໝວດ ຫໍພັກ · ຫໍອາຫານ

ສູນຝຶກທົ່ວປະເທດ

ຍື່ນເອກະສານໄດ້ທີ່ສູນທີ່ໃກ້ທ່ານທີ່ສຸດ · ກົດ “ເບິ່ງແຜນທີ່” ເພື່ອເປີດເສັ້ນທາງໃນ Google Maps · ຈຸດທີ່ໝາຍ “ໂດຍປະມານ” ແມ່ນກາງເມືອງ ກະລຸນາໂທສອບຖາມກ່ອນເດີນທາງ

SDI ສະຖາບັນພັດທະນາສີມືແຮງງານ (ສູນກາງ) ບ້ານຄຳຮຸ່ງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ
SDC-VTE ສູນພັດທະນາສີມືແຮງງານນະຄອນຫຼວງວຽງຈັນ ບ້ານຄຳຮຸ່ງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ບໍລິເວນດຽວກັບສະຖາບັນ (ສູນກາງ)
☎ 021 711179 ສາຍສະຖາບັນ ເບິ່ງແຜນທີ່
SDC-BKE ສູນພັດທະນາສີມືແຮງງານ ແຂວງບໍ່ແກ້ວ ເມືອງຫ້ວຍຊາຍ, ແຂວງບໍ່ແກ້ວ ຂຶ້ນກັບ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງບໍ່ແກ້ວ
☎ 021 711179 ສາຍສະຖາບັນ ເບິ່ງແຜນທີ່ ໂດຍປະມານ
SDC-ODX ສູນພັດທະນາສີມືແຮງງານ ແຂວງອຸດົມໄຊ ບ້ານບໍ່, ເມືອງໄຊ, ແຂວງອຸດົມໄຊ
☎ 021 711179 ສາຍສະຖາບັນ ເບິ່ງແຜນທີ່ ໂດຍປະມານ
SDC-SVK ສູນພັດທະນາສີມືແຮງງານ ແຂວງສະຫວັນນະເຂດ ນະຄອນໄກສອນ ພົມວິຫານ, ແຂວງສະຫວັນນະເຂດ
☎ 021 711179 ສາຍສະຖາບັນ ເບິ່ງແຜນທີ່ ໂດຍປະມານ
SDC-CHP ສູນພັດທະນາສີມືແຮງງານ ແຂວງຈຳປາສັກ ນະຄອນປາກເຊ, ແຂວງຈຳປາສັກ
☎ 021 711179 ສາຍສະຖາບັນ ເບິ່ງແຜນທີ່ ໂດຍປະມານ
SDC-ATP ສູນພັດທະນາສີມືແຮງງານ ແຂວງອັດຕະປື ເມືອງສາມັກຄີໄຊ, ແຂວງອັດຕະປື
☎ 021 711179 ສາຍສະຖາບັນ ເບິ່ງແຜນທີ່ ໂດຍປະມານ

ບໍລິການຂອງສະຖາບັນ

ຝຶກສີມືແຮງງານຕາມມາດຕະຖານແຫ່ງຊາດ ຕາມບັນຊີມາດຕະຖານສີມືແຮງງານແຫ່ງຊາດ
ອອກໃບຢັ້ງຢືນສີມືແຮງງານ ຕາມລະດັບທີ່ຜ່ານການທົດສອບ
ຮັບສະໝັກເຂົ້າຝຶກ ສະໝັກອອນລາຍ ຫຼື ຍື່ນເອກະສານທີ່ສູນຝຶກ
ທົດສອບ ແລະ ປະເມີນສີມືແຮງງານ ວັດລະດັບສີມືຕາມມາດຕະຖານ
ຫໍພັກສຳລັບຜູ້ເຂົ້າຝຶກ ສຳລັບຜູ້ເຂົ້າຝຶກທີ່ມາຈາກຕ່າງແຂວງ
ຕິດຕາມການມີວຽກເຮັດງານທຳ ຕິດຕາມຜູ້ຈົບການຝຶກຫຼັງເຂົ້າສູ່ຕະຫຼາດແຮງງານ

ກິດຈະກຳ ແລະ ການເຄື່ອນໄຫວ

ເບິ່ງທັງໝົດ (6) →

ການຝຶກເຄື່ອນທີ່ ຫົວຂໍ້ ເຕັກນິກການລ້ຽງງົວ

ການຝຶກເຄື່ອນທີ່ ເຕັກນິກການລ້ຽງງົວ ໄດ້ຈັດຝຶກໃນຄັ້ງວັນທີ່ 9 - 13 ພະຈິກ 2026 ຢູ່ທີ່ເມືອງສອງຄອນ, ແຂວງສະຫວັນນະເຂດ, ເຊີ່ງມີຜູ້ເຂົ້າຮ່ວມຈາບັນດາເມືອງເປົ້າໝາຍອ້ອມຂ້າງ ລວມທັງໝົດ 28 ຄົນ

ການຝຶກເຄື່ອນທີ່ ເຕັກນິກການລ້ຽງງົວ ໄດ້ຈັດຝຶກໃນຄັ້ງວັນທີ່ 9 - 13 ພະຈິກ 2026 ຢູ່ທີ່ເມືອງສອງຄອນ, ແຂວງສະຫວັນນະເຂດ, ເຊີ່ງມີຜູ້ເຂົ້າຮ່ວມຈາບັນດາເມືອງເປົ້າໝາຍອ້ອມຂ້າງ ລວມທັງໝົດ 28 ຄົນ, ເຊີ່ງໄດ້ຝຶກກ່ຽວກັບເຕັກນິວິທີການລ້ຽງງົວແບບປະສົມປະສານ ລະຫວ່າງທຳມະຊາດ ແລະ ວິທະຍາສາດ ເພື່ອເຮັດໃຫ້ປະຊາຊົນ ໄດ້ຮັບຄວາມຮູ້ ຄວາມສາມາດຢ່າງແທ້ຈີງ ແລະ ເກີດການຕໍ່ຍອດໃນອາຊີບດັ່ງກ່າວ, ພິທີເປີດການຝຶກໂດຍການເປັນປະທານ ຂອງ ທ່ານ ບຸນຍົງ ແກ້ວບົວພັນ ຮອງຫົວໜ້າສະຖາບັນ…

ການຝຶກເຄື່ອນທີ່ ຫົວຂໍ້ ເຕັກນິກການລ້ຽງງົວ

ການຝຶກເຄື່ອນທີ່ ຫົວຂໍ້ ເຕັກນິກການລ້ຽງງົວ

ການຝຶກເຄື່ອນທີ່ ເຕັກນິກການລ້ຽງງົວ ໄດ້ຈັດຝຶກໃນຄັ້ງວັນທີ່ 9 - 13 ພະຈິກ 2026 ຢູ່ທີ່ເມືອງສອງຄອນ, ແຂວງສະຫວັນນະເຂດ, ເຊີ່ງມີຜູ້ເຂົ້າຮ່ວມຈາບັນດາເມືອງເປົ້າໝາຍອ້ອມຂ້າງ ລວມທັງໝົດ 28 ຄົນ

ການຝຶກເຄື່ອນທີ່ ເຕັກນິກການລ້ຽງງົວ ໄດ້ຈັດຝຶກໃນຄັ້ງວັນທີ່ 9 - 13 ພະຈິກ 2026 ຢູ່ທີ່ເມືອງສອງຄອນ, ແຂວງສະຫວັນນະເຂດ, ເຊີ່ງມີຜູ້ເຂົ້າຮ່ວມຈາບັນດາເມືອງເປົ້າໝາຍອ້ອມຂ້າງ ລວມທັງໝົດ 28 ຄົນ, ເຊີ່ງໄດ້ຝຶກກ່ຽວກັບເຕັກນິວິທີການລ້ຽງງົວແບບປະສົມປະສານ ລະຫວ່າງທຳມະຊາດ ແລະ ວິທະຍາສາດ ເພື່ອເຮັດໃຫ້ປະຊາຊົນ ໄດ້ຮັບຄວາມຮູ້ ຄວາມສາມາດຢ່າງແທ້ຈີງ ແລະ ເກີດການຕໍ່ຍອດໃນອາຊີບດັ່ງກ່າວ, ພິທີເປີດການຝຶກໂດຍການເປັນປະທານ ຂອງ ທ່ານ ບຸນຍົງ ແກ້ວບົວພັນ ຮອງຫົວໜ້າສະຖາບັນ ແລະ ທ່ານ ຄຳພູວົງ ຮອງຫົວໜ້າພະແນກ ຮສສ ແຂວງສະຫວັນນະເຂດ ພ້ອມດ້ວຍ ຫົວໜ້າຫ້ອງການເມືອງສອງຄອນ, ຄະນະອຳນວຍການ, ຄະນະສູນ ແລະ ຄູອາຈານ ເຂົ້າຮ່ວມຢ່າງພ້ອມພຽງ.

ຝຶກອົບຮົມເຄື່ອນທີ່ ລ້ຽງປາ ແລະ ຂະຫຍາຍພັນປາ

ການຝຶກອົບຮົມລ້ຽງປາ ແລະ ຂະຫຍາຍພັນປາ ແມ່ນໄດ້ຈັດຕັ້ງປະຕິບັດຢູ່ເມືອງໄກສອນ, ແຂວງສະຫວັນນະເຂດ ເຊີ່ງມີຜູ້ເຂົ້າຮ່ວມ 34 ຄົນ ລວມທັງຄະນະຮັບຜິດຊອບການຝຶກ, ເປັນຫຼັກສູດໄລຍະສັ້ນ 5 ວັນ

ການຝຶກອົບຮົມລ້ຽງປາ ແລະ ຂະຫຍາຍພັນປາ ແມ່ນໄດ້ຈັດຕັ້ງປະຕິບັດຢູ່ເມືອງໄກສອນ, ແຂວງສະຫວັນນະເຂດ ເຊີ່ງມີຜູ້ເຂົ້າຮ່ວມ 34 ຄົນ ລວມທັງຄະນະຮັບຜິດຊອບການຝຶກ, ເປັນຫຼັກສູດໄລຍະສັ້ນ 5 ວັນ, ເລີ້ມຝຶກແຕ່ວັນທີ່ 1-5 ຕຸລາ 2026…

ຝຶກອົບຮົມເຄື່ອນທີ່ ລ້ຽງປາ ແລະ ຂະຫຍາຍພັນປາ

ຝຶກອົບຮົມເຄື່ອນທີ່ ລ້ຽງປາ ແລະ ຂະຫຍາຍພັນປາ

ການຝຶກອົບຮົມລ້ຽງປາ ແລະ ຂະຫຍາຍພັນປາ ແມ່ນໄດ້ຈັດຕັ້ງປະຕິບັດຢູ່ເມືອງໄກສອນ, ແຂວງສະຫວັນນະເຂດ ເຊີ່ງມີຜູ້ເຂົ້າຮ່ວມ 34 ຄົນ ລວມທັງຄະນະຮັບຜິດຊອບການຝຶກ, ເປັນຫຼັກສູດໄລຍະສັ້ນ 5 ວັນ

ການຝຶກອົບຮົມລ້ຽງປາ ແລະ ຂະຫຍາຍພັນປາ ແມ່ນໄດ້ຈັດຕັ້ງປະຕິບັດຢູ່ເມືອງໄກສອນ, ແຂວງສະຫວັນນະເຂດ ເຊີ່ງມີຜູ້ເຂົ້າຮ່ວມ 34 ຄົນ ລວມທັງຄະນະຮັບຜິດຊອບການຝຶກ, ເປັນຫຼັກສູດໄລຍະສັ້ນ 5 ວັນ, ເລີ້ມຝຶກແຕ່ວັນທີ່ 1-5 ຕຸລາ 2026 ເຊີ່ງໄດ້ສ້າງຄວາມຮູ້ຄວາມສາມາດ ແລະ ວິທີການລ້ຽງປາ ໃຫ້ແກ່ປະຊາຊົນ ແຮງງານຢູ່ແຂວງສະຫວັນນະເຂດ

5

ກອງປະຊຸມໜ່ວຍຊາວໜຸ່ມ ສະຖາບັນພັດທະນາສີມືແຮງງານ (28/09/2026)

ໃນຕອນບ່າຍຂອງວັນທີ 28 ກັນຍາ 2026 ຫນ່ວຍຊາວຫນຸ່ມສະຖາບັນພັດທະນາສີມືແຮງງໄດ້ຈັດກອງປະຊຸມຂື້ນທີ່ຫ້ອງປະຊຸມໃຫຍ່ຂອງສະຖາບັນພັດທະນາສີມືແຮງງານ, ໃຫ້ກຽດເປັນປະທານກອງປະຊຸມດັ່ງກ່າວ ໂດຍ ສະຫາຍ ແສງອຸທິດ ຈັນທະປັນຍາ ຄະນປະຈໍ…

ກອງປະຊຸມໜ່ວຍຊາວໜຸ່ມ ສະຖາບັນພັດທະນາສີມືແຮງງານ (28/09/2026)

ກອງປະຊຸມໜ່ວຍຊາວໜຸ່ມ ສະຖາບັນພັດທະນາສີມືແຮງງານ (28/09/2026)

ໃນຕອນບ່າຍຂອງວັນທີ 28 ກັນຍາ 2026 ຫນ່ວຍຊາວຫນຸ່ມສະຖາບັນພັດທະນາສີມືແຮງງໄດ້ຈັດກອງປະຊຸມຂື້ນທີ່ຫ້ອງປະຊຸມໃຫຍ່ຂອງສະຖາບັນພັດທະນາສີມືແຮງງານ, ໃຫ້ກຽດເປັນປະທານກອງປະຊຸມດັ່ງກ່າວ ໂດຍ ສະຫາຍ ແສງອຸທິດ ຈັນທະປັນຍາ ຄະນປະຈໍາ ຄະນະບໍລິຫານງານຊາວໜຸ່ມກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເລຂາໜ່ວຍຊາວໜຸ່ມສະຖາບັນພັດທະນາສີມືແຮງງານ, ມີ ສະຫາຍ ຄອນສີ ມະຫາວົງ ເລຂາຄະນະບໍລິຫານງານຊາວ ໜຸ່ມກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍສະມາຊິກຊາວໜຸ່ມສະຖາບັນພັດທະນາສີມືແຮງງານເຂົ້າຮ່ວມຢ່າງພ້ອມພຽງ;
ຈຸດປະສົງຂອງກອງປະຊຸມ:
1. ເພື່ອສະຫຼຸບວຽກງານການເຄື່ອນໄຫວຂະບວນການ ແລະ ຮ່ວມຊີວິດຊາວໜຸມ ຂອງໜ່ວຍຊາວໜຸ່ມສະຖາບັນໃນໄລຍະເດືອນກັນຍາຜ່ານມາ ແລະ ກໍານົດແຜນການເຄື່ອນໄຫວຂະບວນການໃນເດືອນຕຸລາ 2026;
2. ເພື່ອເຜີຍແຜ່ແຈ້ງການ, ບົດແນະນໍາ ແລະ ແຜນການເຄື່ອນໄຫວຈັດຕັ້ງປະຕິບັດປະເມີນຂໍ້ແຂ່ງຂັນ 4 ບຸກຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໜ່ວຍຊາວໜຸ່ມສະຖາບັນພັດທະນາສີມືແຮງງານ ປະຈໍາປີ 2026.
ຜ່ານການປະຊຸມຕາມຫົວຂໍ້ ແລະ ຈຸດປະສົງດັ່ງກ່າວແລ້ວ ເຮັດໃຫ້ສະມາຊິກຊາວໜຸ່ມພາຍໃນໜ່ວຍມີຄວາມເຂົ້າໃຈ ແລະ ເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນ, ພ້ອມທັງມີຄວາມເປັນເອກະພາບ ແລະ ເຂົ້າໃຈຕໍ່ກັບແຜນ ແລະ ຂະບວນການຈັດຕັ້ງປະຕິບັດປະເມີນຂໍ້ແຂ່ງຂັນ 4 ບຸກຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ປະຈໍາປີ 2026 ຂອງໜ່ວຍຊາວໜຸ່ມສະຖາບັນພັດທະນາສີມືແຮງງານ.

ເບິ່ງໂພສຕົ້ນສະບັບໃນ Facebook

4

ຝຶກເຄື່ອນທີ່ " ເຕັກນິກການລ້ຽງກົບ" ທີ່ແຂວງອັດຕະປຶ

ສູນຝຶກສີມືແຮງງານລາວ-ເກົາຫຼີ, ສະຖາບັນພັດທະນາສີມືແຮງງານ , ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດຝຶກ ແລະ ເປີດພິທີຝຶກອົບຮົມເຄື່ອນທີ່ ຫົວຂໍ້ "ເຕັກນິກການລ້ຽງກົບ" ໃຫ້ແກ່ບັນດາຊາວຫນຸ່ມ ຜູ້ຫວ່າງງານ ຜູ້ທີ່ຕ້ອ…

ຝຶກເຄື່ອນທີ່ " ເຕັກນິກການລ້ຽງກົບ" ທີ່ແຂວງອັດຕະປຶ

ຝຶກເຄື່ອນທີ່ " ເຕັກນິກການລ້ຽງກົບ" ທີ່ແຂວງອັດຕະປຶ

ສູນຝຶກສີມືແຮງງານລາວ-ເກົາຫຼີ, ສະຖາບັນພັດທະນາສີມືແຮງງານ , ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດຝຶກ ແລະ ເປີດພິທີຝຶກອົບຮົມເຄື່ອນທີ່ ຫົວຂໍ້ "ເຕັກນິກການລ້ຽງກົບ" ໃຫ້ແກ່ບັນດາຊາວຫນຸ່ມ ຜູ້ຫວ່າງງານ ຜູ້ທີ່ຕ້ອງການສ້າງອາຊີບ ໃນກຸ່ມເປົ້າຫມາຍຈາກບັນດາເມືອງໃນແຂວງອັດຕະປື ໃຫ້ກຽດເປັນປະທານເປີດພິທີ ໂດຍ ທ່ານ ບຸນຍົງ ແກ້ວບົວພັນ ຮອງຫົວຫນ້າສະຖາບັນພັດທະນາສີມືແຮງງານ ແລະ ມີບັນດາຜູ້ເຂົ້າຝຶກເຂົ້າຮ່ວມທັງຫມົດ 34ທ່ານ.
ເຊີ່ງການຈັດຝຶກດັ່ງກ່າວຈະໄດ້ມີການຝຶກພາກທິດສະດີ ແລະ ການປະຕິບັດໃນການລ້ຽງ ແລະ ຂະຫຍາຍພັນກົບ ເລີ່ມແຕ່ວັນທີ 28/9 - 02/10/2026 ສະຫນັບສະຫນູນໂດຍ: ໂຄງການເສີມສ້າງທັກສະ ທີ່ເປັນບູລິມະສິດ ສຳລັບການເຕີບໂຕ ຂອງ ສປປ ລາວ.

ເບິ່ງໂພສຕົ້ນສະບັບໃນ Facebook

ສະຖາບັນພັດທະນາສີມືແຮງງານ
ໝວດຂອງເວັບ
✎ ສະໝັກອອນລາຍ ພະນັກງານເຂົ້າລະບົບ