ໜ້າຫຼັກ › ການທົດສອບ ແລະ ອອກໃບຢັ້ງຢືນສີມືແຮງງານ
ໝວດ 4 ຈາກ 8

ການທົດສອບ ແລະ ອອກໃບຢັ້ງຢືນສີມືແຮງງານ

ລະບຽບການ · ປື້ມຄູ່ມື · ການທົດສອບ · ລະດັບສີມືແຮງງານ ແລະ ໃບຢັ້ງຢືນ

ໝວດ 4

ການທົດສອບ ແລະ ອອກໃບຢັ້ງຢືນສີມືແຮງງານ

ລະບຽບການ · ປື້ມຄູ່ມື · ການທົດສອບ · ລະດັບສີມືແຮງງານ ແລະ ໃບຢັ້ງຢືນ

ລະດັບສີມືແຮງງານ ແລະ ໃບຢັ້ງຢືນ

1 ລະດັບ 1 — ວິຊາຊີບຂັ້ນພື້ນຖານ Basic Skills · ອອກໃບຢັ້ງຢືນສີມືແຮງງານ ລະດັບ 1

ໃຊ້ໄລຍະຝຶກ 6 ເດືອນລົງມາ ແລະ ຜ່ານຫຼັກເກນການທົດສອບສີມືແຮງງານ — ເປັນຜູ້ມີຄວາມຮູ້, ທັກສະສີມື ແລະ ຄຸນສົມບັດໃນການປະຕິບັດວຽກງານທີ່ງ່າຍ

2 ລະດັບ 2 — ວິຊາຊີບເຄິ່ງຊຳນານງານ Semi Skills · ອອກໃບຢັ້ງຢືນສີມືແຮງງານ ລະດັບ 2

ໃຊ້ໄລຍະຝຶກ 6 ເດືອນ ແລະ ຜ່ານຫຼັກເກນການທົດສອບສີມືແຮງງານ — ເປັນຜູ້ມີຄວາມຮູ້, ຄວາມສາມາດ, ທັກສະສີມື ແລະ ຄຸນສົມບັດໃນການປະຕິບັດວຽກງານຫຼາຍໜ້າວຽກ

3 ລະດັບ 3 — ວິຊາຊີບຊ່າງຊຳນານງານ Skills Worker · ອອກໃບຢັ້ງຢືນສີມືແຮງງານ ລະດັບ 3

ໃຊ້ໄລຍະຝຶກ 6 ເດືອນ ຫຼື ຜູ້ທີ່ຜ່ານການທົດສອບລະດັບ 2 ແລະ ມີປະສົບການໃນວຽກງານທີ່ກ່ຽວຂ້ອງຢ່າງໜ້ອຍ 1 ປີ ສາມາດມາທົດສອບເອົາລະດັບ 3 ໄດ້ — ນຳໃຊ້ອຸປະກອນເຕັກນິກທີ່ກ່ຽວຂ້ອງເຂົ້າໃນການປະຕິບັດງານຕາມສາຍວິຊາສະເພາະ ດ້ວຍຕົນເອງ ແລະ ໝູ່ຄະນະ

4 ລະດັບ 4 — ວິຊາຊີບນາຍຊ່າງເຕັກນິກ Technical Worker · ອອກໃບຢັ້ງຢືນສີມືແຮງງານ ລະດັບ 4

ໃຊ້ໄລຍະຝຶກ 6 ເດືອນ ຫຼື ຜູ້ທີ່ຜ່ານການທົດສອບລະດັບ 3 ແລະ ມີປະສົບການໃນວຽກງານທີ່ກ່ຽວຂ້ອງຢ່າງໜ້ອຍ 1 ປີ ສາມາດມາທົດສອບເອົາລະດັບ 4 ໄດ້ — ສາມາດແປຄວາມໝາຍແບບເຕັກນິກ ຄວບຄຸມການປະຕິບັດວຽກງານ ແລະ ຮັບປະກັນຄຸນນະພາບຕາມມາດຕະຖານ

5 ລະດັບ 5 — ວິຊາຊີບຊ່າງຜູ້ຄຸມງານ Trade Man · ອອກໃບຢັ້ງຢືນສີມືແຮງງານ ລະດັບ 5

ໃຊ້ໄລຍະຝຶກ 6 ເດືອນ ຫຼື ຜູ້ທີ່ຜ່ານການທົດສອບລະດັບ 4 ແລະ ມີປະສົບການໃນວຽກງານທີ່ກ່ຽວຂ້ອງແຕ່ 2 ປີຂຶ້ນໄປ ສາມາດມາທົດສອບເອົາລະດັບ 5 ໄດ້ — ສາມາດວາງແຜນ ນຳພາ ຄວບຄຸມ ຕິດຕາມກວດກາການປະຕິບັດງານຂອງໜ່ວຍງານ ແລະ ປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງ

ການທົດສອບສີມືແຮງງານ

ການທົດສອບ ແລະ ອອກໃບຢັ້ງຢືນສີມືແຮງງານ ພະແນກທົດສອບ ແລະ ອອກໃບຢັ້ງຢືນສີມືແຮງງານ ຮັບຜິດຊອບ
  • ດຳເນີນການທົດສອບ ແລະ ອອກໃບຢັ້ງຢືນສີມືແຮງງານ ຕາມມາດຕະຖານສີມືແຮງງານແຫ່ງຊາດ ແລະ ຕາມມາດຕະຖານສີມືແຮງງານຂອງຫົວໜ່ວຍແຮງງານ
  • ຮູບແບບການທົດສອບ: ທົດສອບພາຍໃນສູນ · ຊຸກຍູ້ຫົວໜ່ວຍແຮງງານໃນການທົດສອບ
  • ຜູ້ຜ່ານການທົດສອບ ໄດ້ຮັບໃບຢັ້ງຢືນສີມືແຮງງານ ຕາມລະດັບທີ່ທົດສອບຜ່ານ
‹ ກ່ອນໜ້າມາດຕະຖານ ແລະ ຫຼັກສູດການຝຶກສີມືແຮງງານ
ສະຖາບັນພັດທະນາສີມືແຮງງານ
ໝວດຂອງເວັບ
✎ ສະໝັກອອນລາຍ ພະນັກງານເຂົ້າລະບົບ