ໜ້າຫຼັກ › ຂໍ້ມູນທົ່ວໄປຂອງສະຖາບັນ
ໝວດ 1 ຈາກ 8

ຂໍ້ມູນທົ່ວໄປຂອງສະຖາບັນ

ປະຫວັດ · ພາລະບົດບາດ · ໂຄງຮ່າງການຈັດຕັ້ງ · ລະບຽບການ ແລະ ນິຕິກຳ

ໝວດ 1

ຂໍ້ມູນທົ່ວໄປຂອງສະຖາບັນ

ປະຫວັດ · ພາລະບົດບາດ · ໂຄງຮ່າງການຈັດຕັ້ງ · ລະບຽບການ ແລະ ນິຕິກຳ

ປະຫວັດຂອງສະຖາບັນ

ພາລະບົດບາດ

ໜ້າທີ່ 23 ຂໍ້ ແລະ ຂອບເຂດສິດ 10 ຂໍ້ ຂອງສະຖາບັນ ຕາມ ຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຖາບັນພັດທະນາສີມືແຮງງານ ເລກທີ 0500/ຮສສ ລົງວັນທີ 15/02/2023 (ມາດຕາ 3 ແລະ 4)

ໜ້າທີ່ (ມາດຕາ 3)

  • ຄົ້ນຄວ້າ ເຊື່ອມຊຶມ ແລະ ຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍບາຍ ມະຕິ ຄຳສັ່ງ ກົດໝາຍ ລະບຽບການ ແລະ ແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ ກ່ຽວກັບການພັດທະນາສີມືແຮງງານ ເປັນແຜນການ ແຜນງານ ໂຄງການ
  • ຄົ້ນຄວ້າ ສ້າງ ແລະ ປັບປຸງ ນິຕິກຳກ່ຽວກັບວຽກງານພັດທະນາສີມືແຮງງານ
  • ແນະນຳ ເຜີຍແຜ່ ຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງທີ່ມີໜ້າທີ່ພັດທະນາສີມືແຮງງານ ໃຫ້ປະຕິບັດຕາມນິຕິກຳ
  • ຊຸກຍູ້ ສົ່ງເສີມ ໃຫ້ທຸກພາກສ່ວນທົ່ວສັງຄົມ ມີສ່ວນຮ່ວມໃນການພັດທະນາສີມືແຮງງານ
  • ເກັບກຳ ແລະ ວິເຄາະຂໍ້ມູນຂ່າວສານ ວຽກງານພັດທະນາສີມືແຮງງານ
  • ຄົ້ນຄວ້າ ແລະ ນຳສະເໜີ ຂໍອະນຸມັດສ້າງຕັ້ງ ຫຼື ຍຸບເລີກ ສະຖານພັດທະນາສີມືແຮງງານ
  • ຮ່ວມມືກັບລະບົບໄຕພາຄີ (3 ຝ່າຍ) ແລະ ຫົວໜ່ວຍແຮງງານ ຄົ້ນຄວ້າ ສ້າງ ແລະ ນຳໃຊ້ມາດຕະຖານສີມືແຮງງານແຫ່ງຊາດ ຫຼັກສູດ ການທົດສອບ ແລະ ອອກໃບຢັ້ງຢືນ
  • ຄົ້ນຄວ້າ ສ້າງ ແລະ ພັດທະນາລະບົບປະກັນຄຸນນະພາບ ການພັດທະນາສີມືແຮງງານ
  • ສະເໜີແຜນບຳລຸງ ກໍ່ສ້າງ ບັນຈຸສັບຊ້ອນ ຄຸ້ມຄອງລັດຖະກອນ ລັດຖະກອນຄູ ແລະ ພາລະກອນ
  • ຈັດຕັ້ງການຝຶກສີມືແຮງງານ ຝຶກຄູ ແລະ ຜູ້ບໍລິຫານ ສະຖານພັດທະນາສີມືແຮງງານ
  • ຊຸກຍູ້ ຕິດຕາມ ການຝຶກ ທົດສອບ ແລະ ອອກໃບຢັ້ງຢືນ ໃຫ້ສອດຄ່ອງກັບຕະຫຼາດແຮງງານ ແລະ ເຊື່ອມໂຍງກັບພາກພື້ນ-ສາກົນ
  • ຈັດຕັ້ງ ແລະ ເຂົ້າຮ່ວມ ການແຂ່ງຂັນສີມືແຮງງານ ພາຍໃນ ແລະ ຕ່າງປະເທດ
  • ສະໜອງຫຼັກສູດ ປຶ້ມຕຳລາ ວັດສະດຸ-ອຸປະກອນ ໃຫ້ສູນ ແລະ ສະຖານພັດທະນາສີມືແຮງງານ
  • ຈັດຕັ້ງການແນະນຳວິຊາຊີບ ຮັບສະໝັກ ຄັດເລືອກ ແລະ ຄຸ້ມຄອງຜູ້ເຂົ້າຝຶກ
  • ພົວພັນກັບສູນ ສະຖານພັດທະນາສີມືແຮງງານ ແລະ ຫົວໜ່ວຍແຮງງານ ຈັດຕັ້ງການຝຶກຕາມສາຂາອາຊີບ ຫຼື ຜູ້ຕ້ອງການປ່ຽນອາຊີບ ທີ່ເປັນສະມາຊິກປະກັນສັງຄົມ
  • ຄຸ້ມຄອງ ແລະ ນຳໃຊ້ກອງທຶນພັດທະນາສີມືແຮງງານ
  • ພົວພັນ ຮ່ວມມືກັບພາກສ່ວນຕ່າງໆ ພາຍໃນ ແລະ ຕ່າງປະເທດ
  • ຕິດຕາມ ຊຸກຍູ້ ກວດກາ ແລະ ປະເມີນຜົນ ການພັດທະນາສີມືແຮງງານ ໃນຂອບເຂດທົ່ວປະເທດ
  • ສຶກສາອົບຮົມການເມືອງ-ແນວຄິດ ຄຸ້ມຄອງ ນຳໃຊ້ ບຳລຸງກໍ່ສ້າງ ພະນັກງານ-ລັດຖະກອນ
  • ຄຸ້ມຄອງຊັບສິນ ອາຄານສະຖານທີ່ ພາຫະນະ ແລະ ສິ່ງອຳນວຍຄວາມສະດວກ
  • ປະຕິບັດນະໂຍບາຍປະຢັດ ຕ້ານການໃຊ້ຈ່າຍຟຸມເຟືອຍ ຕ້ານພະຍາດອາດຍາສິດ ແລະ ການສໍ້ລາດບັງຫຼວງ
  • ສະຫຼຸບ ແລະ ລາຍງານ ການເຄື່ອນໄຫວວຽກງານ ໃຫ້ຂັ້ນເທິງ ໃນແຕ່ລະໄລຍະ
  • ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງຄະນະນຳກະຊວງ

ຂອບເຂດສິດ (ມາດຕາ 4)

  • ສະເໜີສ້າງຕັ້ງ ປັບປຸງ ຫຼື ຍຸບເລີກ ກົງຈັກການຈັດຕັ້ງ ແລະ ຕຳແໜ່ງງານ ທີ່ຂຶ້ນກັບສະຖາບັນ
  • ໂຄສະນາ ແນະນຳອາຊີບ ຮັບຜູ້ເຂົ້າຝຶກ ຜູ້ສະໝັກເຂົ້າທົດສອບ ແລະ ແຂ່ງຂັນສີມືແຮງງານ
  • ປະສານກັບຫົວໜ່ວຍແຮງງານ ພາກລັດ-ເອກະຊົນ ເພື່ອສົ່ງຜູ້ເຂົ້າຝຶກລົງຝຶກງານ
  • ຈັດກອງປະຊຸມ ສຳມະນາ ກ່ຽວກັບວຽກງານພັດທະນາສີມືແຮງງານ
  • ເຂົ້າຮ່ວມກອງປະຊຸມ ຝຶກອົບຮົມ ຍົກລະດັບ ພາຍໃນ ແລະ ຕ່າງປະເທດ ຕາມການອະນຸມັດ
  • ຈັດຕັ້ງຝຶກອົບຮົມ ຍົກລະດັບ ລັດຖະກອນ ຄູ ພາລະກອນ ຂອງສະຖາບັນ ແລະ ສູນພັດທະນາສີມືແຮງງານ ພາກລັດ-ເອກະຊົນ
  • ຄຸ້ມຄອງ ນຳໃຊ້ ງົບປະມານ ລາຍຮັບວິຊາການ ທຶນຊ່ວຍເຫຼືອ ພາຍໃນ ແລະ ຕ່າງປະເທດ
  • ປົກປ້ອງລິຂະສິດທາງວິຊາການຂອງສະຖາບັນ
  • ເຊັນເອກະສານທາງລັດຖະການ ພາຍໃນຂອບເຂດຄວາມຮັບຜິດຊອບ
  • ປະຕິບັດສິດອື່ນ ຕາມການມອບໝາຍຂອງຂັ້ນເທິງ
ພາລະບົດບາດຂອງສະຖາບັນ ຕາມພາລະບົດບາດທີ່ໄດ້ຮັບມອບໝາຍຈາກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ
  • ຝຶກ ແລະ ພັດທະນາສີມືແຮງງານ ຕາມມາດຕະຖານສີມືແຮງງານແຫ່ງຊາດ ແລະ ຝຶກຕາມຄວາມຕ້ອງການຂອງຕະຫຼາດແຮງງານ
  • ດຳເນີນການທົດສອບ ແລະ ອອກໃບຢັ້ງຢືນສີມືແຮງງານ ຕາມມາດຕະຖານສີມືແຮງງານແຫ່ງຊາດ ແລະ ຕາມມາດຕະຖານສີມືແຮງງານຂອງຫົວໜ່ວຍແຮງງານ
  • ຄົ້ນຄວ້າວິທະຍາສາດການພັດທະນາສີມືແຮງງານ
  • ຄົ້ນຄວ້າ ສ້າງມາດຕະຖານ ຫຼັກສູດ ແລະ ປື້ມຕຳລາການຝຶກສີມືແຮງງານ
  • ຈັດການແຂ່ງຂັນສີມືແຮງງານ (ລະດັບສະຖາບັນ · ລະດັບຊາດ ແລະ ເຂົ້າຮ່ວມແຂ່ງຂັນສີມືແຮງງານອາຊຽນ)
  • ຝຶກຄູ ແລະ ຍົກລະດັບຜູ້ບໍລິຫານ ຂອງບັນດາສູນພັດທະນາສີມືແຮງງານ ພາກລັດ ແລະ ເອກະຊົນ
  • ຄຸ້ມຄອງສູນພັດທະນາສີມືແຮງງານແຂວງ ທາງດ້ານວິຊາການ

ໂຄງຮ່າງການຈັດຕັ້ງ ແລະ ບຸກຄະລາກອນ

ຄະນະນຳ 1 ຫ້ອງການ / ສູນ 1 ພະແນກ 4 ຂະແໜງ 21 ທັງໝົດ 27 ໜ່ວຍງານ · ຂໍ້ມູນສົດຈາກລະບົບ
ໂຄງປະກອບບຸກຄະລາກອນ ບຸກຄະລາກອນທັງໝົດ 82 ທ່ານ (ຍິງ 34) · ພະນັກງານຕາມສັນຍາ 17 ທ່ານ (ຍິງ 5)
  • ຄະນະອຳນວຍການ 5 ທ່ານ
  • 4 ພະແນກການ ແລະ 1 ສູນຝຶກ
  • 21 ຂະແໜງການ ໃນນັ້ນ 7 ຂະແໜງວິຊາສະເພາະທີ່ດຳເນີນການຝຶກ: ເທັກໂນໂລຊີຂໍ້ມູນຂ່າວສານ · ສ້ອມແປງ ແລະ ບຳລຸງຮັກສາລົດຍົນ · ໄຟຟ້າເຕັກນິກ-ເອເລັກໂຕຼນິກ · ປຸງແຕ່ງອາຫານ · ກໍ່ສ້າງ-ຊ່າງໄມ້ · ຕັດຫຍິບ · ເສີມສວຍ
ສະຖິຕິຄູຝຶກ 2026 ຄູທັງໝົດ 76 ທ່ານ (ຍິງ 32) · ຄູຕາມສັນຍາ 9 ທ່ານ (ຍິງ 2)
ຂະແໜງຈຳນວນຄູໃນນັ້ນຍິງ
ໄຟຟ້າເຕັກນິກ-ເອເລັກໂຕຼນິກ82
ເທັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ166
ສ້ອມແປງ ແລະ ບຳລຸງຮັກສາລົດຍົນ80
ປຸງແຕ່ງອາຫານ53
ຕັດຫຍິບເຄື່ອງນຸ່ງ44
ກໍ່ສ້າງ-ຊ່າງໄມ້20
ເສີມສວຍ33
ຄູວິຊາຄວາມຮູ້ທົ່ວໄປ2514
ຄູຜູ້ບໍລິຫານການສຶກສາ5
ລວມ7632
ພື້ນຖານໂຄງລ່າງ
ພື້ນຖານໂຄງລ່າງ ອາຄານ ແລະ ສິ່ງປຸກສ້າງພາຍໃນສະຖາບັນ
  • ອາຄານບໍລິຫານ 1 ຫຼັງ
  • ອາຄານຫ້ອງທິດສະດີ - ຫ້ອງປະຕິບັດ 6 ຫຼັງ
  • ອາຄານຫໍພັກ 4 ຫຼັງ (ຮອງຮັບ 600 ຄົນ)
  • ອາຄານຫ້ອງອາຫານ 1 ຫຼັງ

ສະຖິຕິການຝຶກ

ສະຖິຕິຜູ້ເຂົ້າຝຶກ ແຕ່ລະສົກປີ ຈຳນວນຜູ້ເຂົ້າຝຶກ (ຄົນ) ຕໍ່ສົກປີ — ຂໍ້ມູນຮອດສົກປີ 2022-2023 ລວມ 21,488 ຄົນ
2005-2006
2006-2007
2008-2009
2009-2010
2010-2011
2011-2012
2012-2013
2013-2014
2014-2015
2015-2016
2016-2017
2017-2018
2018-2019
2019-2020
2020-2021
2021-2022
2022-2023
ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະຖາບັນພັດທະນາສີມືແຮງງານ ເລກທີ 0500/ຮສສ · ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ · ນະຄອນຫຼວງວຽງຈັນ 15/02/2023 · 6 ໝວດ 16 ມາດຕາ
  • ໝວດ 1 ບົດບັນຍັດທົ່ວໄປ: ຈຸດປະສົງ · ທີ່ຕັ້ງ ແລະ ພາລະບົດບາດ (ສພງ ຂຶ້ນກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ)
  • ໝວດ 2 ໜ້າທີ່ 23 ຂໍ້ ແລະ ຂອບເຂດສິດ 10 ຂໍ້
  • ໝວດ 3 ໂຄງປະກອບການຈັດຕັ້ງ: 4 ພະແນກ · 1 ສູນຝຶກ · 21 ຂະແໜງ · ໂຄງປະກອບບຸກຄະລາກອນ
  • ໝວດ 4 ໜ້າທີ່ຂອງແຕ່ລະພະແນກ ແລະ ສູນ (ມາດຕາ 7–11)
  • ໝວດ 5 ຫຼັກການ ແລະ ລະບອບແບບແຜນວິທີເຮັດວຽກ
  • ໝວດ 6 ງົບປະມານ ຕາປະທັບ ການຈັດຕັ້ງປະຕິບັດ · ປ່ຽນແທນຂໍ້ຕົກລົງ 0896/ຮສສ 18/03/2022
⬇ ດາວໂຫຼດ PDF
ໜ້າຫຼັກ
ສະຖາບັນພັດທະນາສີມືແຮງງານ
ໝວດຂອງເວັບ
✎ ສະໝັກອອນລາຍ ພະນັກງານເຂົ້າລະບົບ