ໜ້າຫຼັກ › ກິດຈະກຳ ແລະ ການເຄື່ອນໄຫວ

ກິດຈະກຳ ແລະ ການເຄື່ອນໄຫວ

ການຝຶກເຄື່ອນທີ່ ຫົວຂໍ້ ເຕັກນິກການລ້ຽງງົວ

ການຝຶກເຄື່ອນທີ່ ເຕັກນິກການລ້ຽງງົວ ໄດ້ຈັດຝຶກໃນຄັ້ງວັນທີ່ 9 - 13 ພະຈິກ 2026 ຢູ່ທີ່ເມືອງສອງຄອນ, ແຂວງສະຫວັນນະເຂດ, ເຊີ່ງມີຜູ້ເຂົ້າຮ່ວມຈາບັນດາເມືອງເປົ້າໝາຍອ້ອມຂ້າງ ລວມທັງໝົດ 28 ຄົນ

ການຝຶກເຄື່ອນທີ່ ເຕັກນິກການລ້ຽງງົວ ໄດ້ຈັດຝຶກໃນຄັ້ງວັນທີ່ 9 - 13 ພະຈິກ 2026 ຢູ່ທີ່ເມືອງສອງຄອນ, ແຂວງສະຫວັນນະເຂດ, ເຊີ່ງມີຜູ້ເຂົ້າຮ່ວມຈາບັນດາເມືອງເປົ້າໝາຍອ້ອມຂ້າງ ລວມທັງໝົດ 28 ຄົນ, ເຊີ່ງໄດ້ຝຶກກ່ຽວກັບເຕັກນິວິທີການລ້ຽງງົວແບບປະສົມປະສານ ລະຫວ່າງທຳມະຊາດ ແລະ ວິທະຍາສາດ ເພື່ອເຮັດໃຫ້ປະຊາຊົນ ໄດ້ຮັບຄວາມຮູ້ ຄວາມສາມາດຢ່າງແທ້ຈີງ ແລະ ເກີດການຕໍ່ຍອດໃນອາຊີບດັ່ງກ່າວ, ພິທີເປີດການຝຶກໂດຍການເປັນປະທານ ຂອງ ທ່ານ ບຸນຍົງ ແກ້ວບົວພັນ ຮອງຫົວໜ້າສະຖາບັນ…

ການຝຶກເຄື່ອນທີ່ ຫົວຂໍ້ ເຕັກນິກການລ້ຽງງົວ

ການຝຶກເຄື່ອນທີ່ ຫົວຂໍ້ ເຕັກນິກການລ້ຽງງົວ

ການຝຶກເຄື່ອນທີ່ ເຕັກນິກການລ້ຽງງົວ ໄດ້ຈັດຝຶກໃນຄັ້ງວັນທີ່ 9 - 13 ພະຈິກ 2026 ຢູ່ທີ່ເມືອງສອງຄອນ, ແຂວງສະຫວັນນະເຂດ, ເຊີ່ງມີຜູ້ເຂົ້າຮ່ວມຈາບັນດາເມືອງເປົ້າໝາຍອ້ອມຂ້າງ ລວມທັງໝົດ 28 ຄົນ

ການຝຶກເຄື່ອນທີ່ ເຕັກນິກການລ້ຽງງົວ ໄດ້ຈັດຝຶກໃນຄັ້ງວັນທີ່ 9 - 13 ພະຈິກ 2026 ຢູ່ທີ່ເມືອງສອງຄອນ, ແຂວງສະຫວັນນະເຂດ, ເຊີ່ງມີຜູ້ເຂົ້າຮ່ວມຈາບັນດາເມືອງເປົ້າໝາຍອ້ອມຂ້າງ ລວມທັງໝົດ 28 ຄົນ, ເຊີ່ງໄດ້ຝຶກກ່ຽວກັບເຕັກນິວິທີການລ້ຽງງົວແບບປະສົມປະສານ ລະຫວ່າງທຳມະຊາດ ແລະ ວິທະຍາສາດ ເພື່ອເຮັດໃຫ້ປະຊາຊົນ ໄດ້ຮັບຄວາມຮູ້ ຄວາມສາມາດຢ່າງແທ້ຈີງ ແລະ ເກີດການຕໍ່ຍອດໃນອາຊີບດັ່ງກ່າວ, ພິທີເປີດການຝຶກໂດຍການເປັນປະທານ ຂອງ ທ່ານ ບຸນຍົງ ແກ້ວບົວພັນ ຮອງຫົວໜ້າສະຖາບັນ ແລະ ທ່ານ ຄຳພູວົງ ຮອງຫົວໜ້າພະແນກ ຮສສ ແຂວງສະຫວັນນະເຂດ ພ້ອມດ້ວຍ ຫົວໜ້າຫ້ອງການເມືອງສອງຄອນ, ຄະນະອຳນວຍການ, ຄະນະສູນ ແລະ ຄູອາຈານ ເຂົ້າຮ່ວມຢ່າງພ້ອມພຽງ.

ຝຶກອົບຮົມເຄື່ອນທີ່ ລ້ຽງປາ ແລະ ຂະຫຍາຍພັນປາ

ການຝຶກອົບຮົມລ້ຽງປາ ແລະ ຂະຫຍາຍພັນປາ ແມ່ນໄດ້ຈັດຕັ້ງປະຕິບັດຢູ່ເມືອງໄກສອນ, ແຂວງສະຫວັນນະເຂດ ເຊີ່ງມີຜູ້ເຂົ້າຮ່ວມ 34 ຄົນ ລວມທັງຄະນະຮັບຜິດຊອບການຝຶກ, ເປັນຫຼັກສູດໄລຍະສັ້ນ 5 ວັນ

ການຝຶກອົບຮົມລ້ຽງປາ ແລະ ຂະຫຍາຍພັນປາ ແມ່ນໄດ້ຈັດຕັ້ງປະຕິບັດຢູ່ເມືອງໄກສອນ, ແຂວງສະຫວັນນະເຂດ ເຊີ່ງມີຜູ້ເຂົ້າຮ່ວມ 34 ຄົນ ລວມທັງຄະນະຮັບຜິດຊອບການຝຶກ, ເປັນຫຼັກສູດໄລຍະສັ້ນ 5 ວັນ, ເລີ້ມຝຶກແຕ່ວັນທີ່ 1-5 ຕຸລາ 2026…

ຝຶກອົບຮົມເຄື່ອນທີ່ ລ້ຽງປາ ແລະ ຂະຫຍາຍພັນປາ

ຝຶກອົບຮົມເຄື່ອນທີ່ ລ້ຽງປາ ແລະ ຂະຫຍາຍພັນປາ

ການຝຶກອົບຮົມລ້ຽງປາ ແລະ ຂະຫຍາຍພັນປາ ແມ່ນໄດ້ຈັດຕັ້ງປະຕິບັດຢູ່ເມືອງໄກສອນ, ແຂວງສະຫວັນນະເຂດ ເຊີ່ງມີຜູ້ເຂົ້າຮ່ວມ 34 ຄົນ ລວມທັງຄະນະຮັບຜິດຊອບການຝຶກ, ເປັນຫຼັກສູດໄລຍະສັ້ນ 5 ວັນ

ການຝຶກອົບຮົມລ້ຽງປາ ແລະ ຂະຫຍາຍພັນປາ ແມ່ນໄດ້ຈັດຕັ້ງປະຕິບັດຢູ່ເມືອງໄກສອນ, ແຂວງສະຫວັນນະເຂດ ເຊີ່ງມີຜູ້ເຂົ້າຮ່ວມ 34 ຄົນ ລວມທັງຄະນະຮັບຜິດຊອບການຝຶກ, ເປັນຫຼັກສູດໄລຍະສັ້ນ 5 ວັນ, ເລີ້ມຝຶກແຕ່ວັນທີ່ 1-5 ຕຸລາ 2026 ເຊີ່ງໄດ້ສ້າງຄວາມຮູ້ຄວາມສາມາດ ແລະ ວິທີການລ້ຽງປາ ໃຫ້ແກ່ປະຊາຊົນ ແຮງງານຢູ່ແຂວງສະຫວັນນະເຂດ

5

ກອງປະຊຸມໜ່ວຍຊາວໜຸ່ມ ສະຖາບັນພັດທະນາສີມືແຮງງານ (28/09/2026)

ໃນຕອນບ່າຍຂອງວັນທີ 28 ກັນຍາ 2026 ຫນ່ວຍຊາວຫນຸ່ມສະຖາບັນພັດທະນາສີມືແຮງງໄດ້ຈັດກອງປະຊຸມຂື້ນທີ່ຫ້ອງປະຊຸມໃຫຍ່ຂອງສະຖາບັນພັດທະນາສີມືແຮງງານ, ໃຫ້ກຽດເປັນປະທານກອງປະຊຸມດັ່ງກ່າວ ໂດຍ ສະຫາຍ ແສງອຸທິດ ຈັນທະປັນຍາ ຄະນປະຈໍ…

ກອງປະຊຸມໜ່ວຍຊາວໜຸ່ມ ສະຖາບັນພັດທະນາສີມືແຮງງານ (28/09/2026)

ກອງປະຊຸມໜ່ວຍຊາວໜຸ່ມ ສະຖາບັນພັດທະນາສີມືແຮງງານ (28/09/2026)

ໃນຕອນບ່າຍຂອງວັນທີ 28 ກັນຍາ 2026 ຫນ່ວຍຊາວຫນຸ່ມສະຖາບັນພັດທະນາສີມືແຮງງໄດ້ຈັດກອງປະຊຸມຂື້ນທີ່ຫ້ອງປະຊຸມໃຫຍ່ຂອງສະຖາບັນພັດທະນາສີມືແຮງງານ, ໃຫ້ກຽດເປັນປະທານກອງປະຊຸມດັ່ງກ່າວ ໂດຍ ສະຫາຍ ແສງອຸທິດ ຈັນທະປັນຍາ ຄະນປະຈໍາ ຄະນະບໍລິຫານງານຊາວໜຸ່ມກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເລຂາໜ່ວຍຊາວໜຸ່ມສະຖາບັນພັດທະນາສີມືແຮງງານ, ມີ ສະຫາຍ ຄອນສີ ມະຫາວົງ ເລຂາຄະນະບໍລິຫານງານຊາວ ໜຸ່ມກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍສະມາຊິກຊາວໜຸ່ມສະຖາບັນພັດທະນາສີມືແຮງງານເຂົ້າຮ່ວມຢ່າງພ້ອມພຽງ;
ຈຸດປະສົງຂອງກອງປະຊຸມ:
1. ເພື່ອສະຫຼຸບວຽກງານການເຄື່ອນໄຫວຂະບວນການ ແລະ ຮ່ວມຊີວິດຊາວໜຸມ ຂອງໜ່ວຍຊາວໜຸ່ມສະຖາບັນໃນໄລຍະເດືອນກັນຍາຜ່ານມາ ແລະ ກໍານົດແຜນການເຄື່ອນໄຫວຂະບວນການໃນເດືອນຕຸລາ 2026;
2. ເພື່ອເຜີຍແຜ່ແຈ້ງການ, ບົດແນະນໍາ ແລະ ແຜນການເຄື່ອນໄຫວຈັດຕັ້ງປະຕິບັດປະເມີນຂໍ້ແຂ່ງຂັນ 4 ບຸກຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໜ່ວຍຊາວໜຸ່ມສະຖາບັນພັດທະນາສີມືແຮງງານ ປະຈໍາປີ 2026.
ຜ່ານການປະຊຸມຕາມຫົວຂໍ້ ແລະ ຈຸດປະສົງດັ່ງກ່າວແລ້ວ ເຮັດໃຫ້ສະມາຊິກຊາວໜຸ່ມພາຍໃນໜ່ວຍມີຄວາມເຂົ້າໃຈ ແລະ ເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນ, ພ້ອມທັງມີຄວາມເປັນເອກະພາບ ແລະ ເຂົ້າໃຈຕໍ່ກັບແຜນ ແລະ ຂະບວນການຈັດຕັ້ງປະຕິບັດປະເມີນຂໍ້ແຂ່ງຂັນ 4 ບຸກຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ປະຈໍາປີ 2026 ຂອງໜ່ວຍຊາວໜຸ່ມສະຖາບັນພັດທະນາສີມືແຮງງານ.

ເບິ່ງໂພສຕົ້ນສະບັບໃນ Facebook

4

ຝຶກເຄື່ອນທີ່ " ເຕັກນິກການລ້ຽງກົບ" ທີ່ແຂວງອັດຕະປຶ

ສູນຝຶກສີມືແຮງງານລາວ-ເກົາຫຼີ, ສະຖາບັນພັດທະນາສີມືແຮງງານ , ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດຝຶກ ແລະ ເປີດພິທີຝຶກອົບຮົມເຄື່ອນທີ່ ຫົວຂໍ້ "ເຕັກນິກການລ້ຽງກົບ" ໃຫ້ແກ່ບັນດາຊາວຫນຸ່ມ ຜູ້ຫວ່າງງານ ຜູ້ທີ່ຕ້ອ…

ຝຶກເຄື່ອນທີ່ " ເຕັກນິກການລ້ຽງກົບ" ທີ່ແຂວງອັດຕະປຶ

ຝຶກເຄື່ອນທີ່ " ເຕັກນິກການລ້ຽງກົບ" ທີ່ແຂວງອັດຕະປຶ

ສູນຝຶກສີມືແຮງງານລາວ-ເກົາຫຼີ, ສະຖາບັນພັດທະນາສີມືແຮງງານ , ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດຝຶກ ແລະ ເປີດພິທີຝຶກອົບຮົມເຄື່ອນທີ່ ຫົວຂໍ້ "ເຕັກນິກການລ້ຽງກົບ" ໃຫ້ແກ່ບັນດາຊາວຫນຸ່ມ ຜູ້ຫວ່າງງານ ຜູ້ທີ່ຕ້ອງການສ້າງອາຊີບ ໃນກຸ່ມເປົ້າຫມາຍຈາກບັນດາເມືອງໃນແຂວງອັດຕະປື ໃຫ້ກຽດເປັນປະທານເປີດພິທີ ໂດຍ ທ່ານ ບຸນຍົງ ແກ້ວບົວພັນ ຮອງຫົວຫນ້າສະຖາບັນພັດທະນາສີມືແຮງງານ ແລະ ມີບັນດາຜູ້ເຂົ້າຝຶກເຂົ້າຮ່ວມທັງຫມົດ 34ທ່ານ.
ເຊີ່ງການຈັດຝຶກດັ່ງກ່າວຈະໄດ້ມີການຝຶກພາກທິດສະດີ ແລະ ການປະຕິບັດໃນການລ້ຽງ ແລະ ຂະຫຍາຍພັນກົບ ເລີ່ມແຕ່ວັນທີ 28/9 - 02/10/2026 ສະຫນັບສະຫນູນໂດຍ: ໂຄງການເສີມສ້າງທັກສະ ທີ່ເປັນບູລິມະສິດ ສຳລັບການເຕີບໂຕ ຂອງ ສປປ ລາວ.

ເບິ່ງໂພສຕົ້ນສະບັບໃນ Facebook

3

ປະກາດເຂົ້າຮ່ວມການປະມູນຈັດຊື້-ຈັດຈ້າງ

ສະຖາບັນພັດທະນາສີມືແຮງງານ ,ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຂໍເຊີນບັນດາບໍລິສັດທີ່ມີຄວາມສົນໃຈ ແລະ ມີຄວາມເຫມາະສົມ ຕາມເງື່ອນໄຂລະບຽບໂຄງການ (PSG) ເຂົ້າຍື່ນຊອງປະມູນການຈັດຊື້ ເຄື່ອງຈັກ,ເຄື່ອງມືວຽກງານສາງ ໃນ…

ປະກາດເຂົ້າຮ່ວມການປະມູນຈັດຊື້-ຈັດຈ້າງ

ປະກາດເຂົ້າຮ່ວມການປະມູນຈັດຊື້-ຈັດຈ້າງ

ສະຖາບັນພັດທະນາສີມືແຮງງານ ,ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຂໍເຊີນບັນດາບໍລິສັດທີ່ມີຄວາມສົນໃຈ ແລະ ມີຄວາມເຫມາະສົມ ຕາມເງື່ອນໄຂລະບຽບໂຄງການ (PSG) ເຂົ້າຍື່ນຊອງປະມູນການຈັດຊື້ ເຄື່ອງຈັກ,ເຄື່ອງມືວຽກງານສາງ ໃນຂົງເຂດຂົນສົ່ງສຳລັບສະໜອງໃຫ້ແກ່: ສະຖາບັນພັດທະນາສີມືແຮງງານ,ສູນພັດທະນາສີມືແຮງງານແຂວງຈຳປາສັກ ແລະ ອຸດົມໄຊ.
ສອບຖາມຂໍ້ມູນ: 030 55 33 846

ເບິ່ງໂພສຕົ້ນສະບັບໃນ Facebook

2

ສ້າງຄວາມເຂັ້ມແຂງໃຫ້ແກ່ຄູຝຶກສີມືແຮງງານ

ສູນຝືກສີມືແຮງງານລາວ-ເກົາຫຼີ, ສະຖາບັນພັດທະນາສີມືແຮງງານ ເປີດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ຄູຝຶກ ຫົວຂໍ້ " ພັດທະນາລະບົບຖານຂໍ້ມູນ" ພາຍໃຕ້ໂຄງການເສີມສ້າງທັກສະ ທີ່ເປັນບູລິມະສິດ ສຳລັບການເຕີບໂຕຂອງ ສປປ ລາວ.

ສ້າງຄວາມເຂັ້ມແຂງໃຫ້ແກ່ຄູຝຶກສີມືແຮງງານ

ສ້າງຄວາມເຂັ້ມແຂງໃຫ້ແກ່ຄູຝຶກສີມືແຮງງານ

ສູນຝືກສີມືແຮງງານລາວ-ເກົາຫຼີ, ສະຖາບັນພັດທະນາສີມືແຮງງານ ເປີດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ຄູຝຶກ ຫົວຂໍ້ " ພັດທະນາລະບົບຖານຂໍ້ມູນ" ພາຍໃຕ້ໂຄງການເສີມສ້າງທັກສະ ທີ່ເປັນບູລິມະສິດ ສຳລັບການເຕີບໂຕຂອງ ສປປ ລາວ.

ເບິ່ງໂພສຕົ້ນສະບັບໃນ Facebook

ເປີດຮັບຜູ້ເຂົ້າຝຶກສີມືແຮງງານ ສົກປີ 2026-2027

ຊ່າງ ICT ຫລັກສູດຝຶກ 3ປີ [ຊັ້ນສູງ] ຊ່າງສ້ອມແປງລົດຍົນ ຫລັກສູດຝຶກ 3ປີ [ຊັ້ນສູງ] ຊ່າງໄຟຟ້າເຕັກນິກ ຫລັກສູດຝຶກ 3ປີ [ຊັ້ນສູງ] ຊ່າງກໍ່ສ້າງ ຫລັກສູດຝຶກ 3ປີ [ຊັ້ນສູງ] ຊ່າງປຸງແຕ່ງອາຫານ ຫລັກສູດຝຶກ 2ປີ [ຊັ້ນກາງ] ຊ…

ເປີດຮັບຜູ້ເຂົ້າຝຶກສີມືແຮງງານ ສົກປີ 2026-2027

ເປີດຮັບຜູ້ເຂົ້າຝຶກສີມືແຮງງານ ສົກປີ 2026-2027

ຊ່າງ ICT ຫລັກສູດຝຶກ 3ປີ [ຊັ້ນສູງ]
ຊ່າງສ້ອມແປງລົດຍົນ ຫລັກສູດຝຶກ 3ປີ [ຊັ້ນສູງ]
ຊ່າງໄຟຟ້າເຕັກນິກ ຫລັກສູດຝຶກ 3ປີ [ຊັ້ນສູງ]
ຊ່າງກໍ່ສ້າງ ຫລັກສູດຝຶກ 3ປີ [ຊັ້ນສູງ]
ຊ່າງປຸງແຕ່ງອາຫານ ຫລັກສູດຝຶກ 2ປີ [ຊັ້ນກາງ]
ຊ່າງໄມ້ເຟີນີເຈີ ຫລັກສູດຝຶກ 2ປີ [ຊັ້ນກາງ]
ຊ່າງຕັດຫຍິບເຄື່ອງນຸ່ງ ຫລັກສູດຝຶກ 2ປີ [ຊັ້ນກາງ]
ຊ່າງເສີມສວຍ ຫລັກສູດຝຶກ 6ເດືອນ [ຊັ້ນຕົ້ນ]
ຊ່າງສ້ອມແປງເຄື່ອງເອເລັກໂຕຼນິກ ຫຼັກສູດ 6ເດືອນ
ຊ່າງຖັກວິກຜົມ (ຝຶກຟຼີ)
ເປີດຂາຍຄຳຮ້ອງເລີ່ມແຕ່ມື້ນີ້ເປັນຕົ້ນໄປ
ເອກະສານປະກອບສະຫມັກມີ:
1. ໃບປະກາດຈົບສາມັນ [ກອບປີ້]
2. ສຳມະໂນຄົວ [ກອບປີ້]
3. ຮູບ3*4 [2ໃບ]
ຊື້ ແລະ ຍື່ນຄຳຮ້ອງທີ່ສະຖາບັນພັດທະນາສີມືແຮງງານ
ບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ .
020 2888 6809 & 020 56 936 393

ເບິ່ງໂພສຕົ້ນສະບັບໃນ Facebook

ຂ່າວດີສຳລັບໄວໜຸ່ມທີ່ຢາກຝຶກວິຊາຊີບ ຟຣີ!

ເປີດຮັບສະໝັກຝຶກວິຊາຊີບໃນສາຂາ: ຕັດຫຍິບ ສ້ອມແປງລົດຍົນ ສິ່ງທີ່ຜູ້ຮ່ວມຝຶກຈະໄດ້ຮັບ ທີ່ພັກຟຣີ ຢູ່ສະຖາບັນພັດທະນາສີມືແຮງງານ ຕະຫຼອດ 3 ເດືອນ. ເບ້ຍລ້ຽງ ແລະ ຄ່າເດີນທາງ 1,200,000 ກີບ/ຄົນ/ເດືອນ ຕະຫຼອດໄລຍະຝຶກອົບຮົມ…

ຂ່າວດີສຳລັບໄວໜຸ່ມທີ່ຢາກຝຶກວິຊາຊີບ ຟຣີ!

ຂ່າວດີສຳລັບໄວໜຸ່ມທີ່ຢາກຝຶກວິຊາຊີບ ຟຣີ!

ເປີດຮັບສະໝັກຝຶກວິຊາຊີບໃນສາຂາ:
ຕັດຫຍິບ

ສ້ອມແປງລົດຍົນ
ສິ່ງທີ່ຜູ້ຮ່ວມຝຶກຈະໄດ້ຮັບ
ທີ່ພັກຟຣີ ຢູ່ສະຖາບັນພັດທະນາສີມືແຮງງານ ຕະຫຼອດ 3 ເດືອນ.

ເບ້ຍລ້ຽງ ແລະ ຄ່າເດີນທາງ 1,200,000 ກີບ/ຄົນ/ເດືອນ ຕະຫຼອດໄລຍະຝຶກອົບຮົມ

ຮຽນວິຊາຊີບ 3 ເດືອນ

ຝຶກງານຕົວຈິງ 1 ເດືອນ
ເປີດຊຸດຝຶກອົບຮົມ: 01 ຕຸລາ 2026
ເງື່ອນໄຂການສະໝັກ
ໄວໜຸ່ມອາຍຸ 18-35 ປີ (ບໍ່ຈຳກັດເພດ)

ໃບຢັ້ງຢືນທີ່ຢູ່ ຫຼື ສຳມະໂນຄົວ

ສຳເນົາໃບປະກາດຈົບການສຶກສາ (ຖ້າມີ)

ຮູບ 3x4 ຈຳນວນ 2 ໃບ

ໃບຢັ້ງຢືນສະຖານະເສດຖະກິດຄອບຄົວ
ດາວໂຫຼດຟອມສະໝັກ
https://drive.google.com/.../1GOQZZBEImOU1f9HHWwuysRCEL9r...
ສະຖານທີ່ຝຶກອົບຮົມ ສະຖາບັນພັດທະນາສີມືແຮງງານ (ລາວ-ເກົາຫຼີ) ບ້ານຄຳຮຸ່ງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ
ກຳນົດເວລາສະໝັກ
ເປີດຮັບສະໝັກ: 07 ກັນຍາ 2026
ປິດຮັບສະໝັກ: 25 ກັນຍາ 2026
ເພີ່ມທັກສະ ສ້າງອາຊີບ ແລະ ເພີ່ມໂອກາດໄດ້ວຽກເຮັດງານທຳທີ່ດີ!
ສະໜັບສະໜູນໂດຍ ອົງການແພລນ ສາກົນ ແລະ The Starbucks Foundation
ສອບຖາມເພີ່ມເຕີມ
ທ່ານ ສຸກັນ ມຸນລາດ: +856 20 28 886 809
ທ່ານ ຄົງໄຊ ຫອມສົມບັດ: +856 20 56 936 393
ທ່ານ ນາງ ມະໂນລັດຕະນາ ຄົງສະຫວັດ: +856 20 59 719 369
ຢ່າພາດໂອກາດດີໆນີ້! ມາພັດທະນາທັກສະ ແລະ ສ້າງອະນາຄົດຂອງທ່ານໄປນຳກັນ!

ເບິ່ງໂພສຕົ້ນສະບັບໃນ Facebook

2

ຝຶກເຄື່ອນທີ່ເຕັກນິກການລ້ຽງປາ-ຂະຫຍາຍພັນປາ

ໃນວັນທີ 08 ກັນຍາ 2026 ສູນຝຶກສີມືແຮງງານລາວ-ເກົາຫລີ, ສະຖາບັນພັດທະນາສີມືແຮງງານ ໄດ້ຈັດພິທີເປີດການຝຶກອົບຮົມເຄື່ອນທີ່ "ເຕັກນິກການລ້ຽງປາ-ຂະຫຍາຍພັນປາ" ຂື້ນທີ່ແຂວງສະຫວັນນະເຂດ ໂດຍໃຫ້ກຽດເປັນປະທານກ່າວເປີດພິທີໂດຍ…

ຝຶກເຄື່ອນທີ່ເຕັກນິກການລ້ຽງປາ-ຂະຫຍາຍພັນປາ

ຝຶກເຄື່ອນທີ່ເຕັກນິກການລ້ຽງປາ-ຂະຫຍາຍພັນປາ

ໃນວັນທີ 08 ກັນຍາ 2026 ສູນຝຶກສີມືແຮງງານລາວ-ເກົາຫລີ, ສະຖາບັນພັດທະນາສີມືແຮງງານ ໄດ້ຈັດພິທີເປີດການຝຶກອົບຮົມເຄື່ອນທີ່ "ເຕັກນິກການລ້ຽງປາ-ຂະຫຍາຍພັນປາ" ຂື້ນທີ່ແຂວງສະຫວັນນະເຂດ ໂດຍໃຫ້ກຽດເປັນປະທານກ່າວເປີດພິທີໂດຍ ທ່ານ ບຸນຍົງ ແກ້ວບົວພັນ ຮອງຫົວຫນ້າສະຖາບັນພັດທະນາສີມືແຮງງານ ໃນພິທີດັ່ງກ່າວໄດ້ມີບັນດາເປົ້າຫມາຍຜູ້ເຂົ້າຝຶກຈາກໄວຫນຸ່ມຜູ້ດ້ອຍໂອກາດ,ແຮງງານທີ່ວ່າງງານ,ຜູ້ທີ່ຕ້ອງການຝຶກວິຊາຊີບ,ຕ້ອງການມີຄວາມຮູ້ຄວາມສາມາດ ແລະ ຕ້ອງການມີວຽກເຮັດງານທຳ ຈາກບັນບັນດາເມືອງເປົ້າໝາຍໄດ້ແກ່: ເມືອງເຊໂປນ,ເມືອງທ່າປາງທອງ,ເມືອງທ່າພະລານໄຊ ແລະ ນະຄອນໄກສອນ.
ທ່ານ ບຸນຍົງ ແກ້ວບົວພັນ ຮອງຫົວຫນ້າສະາບັນ ໄດ້ກ່າວວ່າ: ວຽກງານການຝຶກ ແລະ ພັດທະນາສີມືແຮງງານເປັນວຽກຫນື່ງ ທີ່ມີຄວາມສຳຄັນຫຼາຍ ໃນການພັດທະນາຄົນ ພັດທະນາແຮງງານ ໃຫ້ມີຄວາມຮູ້ຄວາມສາມາດ ເຊິ່ງເປັນປັດໃຈອັນສຳຄັນ ໃນການພັດທະນາເສດຖະກິດສັງຄົມໃນຍຸກປະຈຸບັນ ແລະ ເປັນສິ່ງທີ່ຕັດສິນ ຊີ້ວັດ ການພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ສະນັ້ນ,ລັດຖະບານ ຂອງ ສປປ ລາວ ພວກເຮົາ ກໍເປັນປະເທດຫນຶ່ງທີ່ໃຫ້ຄວາມສຳຄັນແກ່ການພັດທະນາສີມືອຮງງານ ເຊິ່ງເຫັນໄດ້ໃນໄລຍະນີ້ ພວກເຮົາກໍໄດ້ມີໂຄງການ ຈາກລັດຖະບານ,ຈາກອົງການຈັດຕັ້ງສາກົນ ແລະ ຈາກທະນາຄານໂລກ ໂດຍການໃຫ້ທຶນຮຽນຟຼີ ມີເບ້ຍລ້ຽງ ໃຫ້ແກ່ຜູ້ເຂົ້າຝຶກ ໃນວຽກຂອງແຮງງານ ແລະ ວຽກງານຂອງສຶກສາ ໃນຂອບເຂດທົ່ວປະເທດ ສະນັ້ນໃນເງື່ອນໄຂເສດຖະກິດສັງຄົມ ປະຈຸບັນ ການສ້າງອາຊີບທີ່ໝັ້ນຄົງ ແລະ ການມີວຽກເຮັດງານທຳ ແມ່ນຄວາມຕ້ອງການທີ່ຈຳເປັນຢ່າງຍິ່ງ "ອາຊີບການລ້ຽງປາ-ຂະຫຍາຍພັນປາ" ເປັນອາຊີບຫນຶ່ງທີ່ມີຕະຫລາດຮອງຮັບຢ່າງຕໍ່ເນື່ອງເພາະວ່າ ປາເປັນອາຫານປະຈຳວັນຂອງສັງຄົມ ເຖິງຢ່າງໃດກໍຕາມການທີ່ຈະລ້ຽງປາໃຫ້ປະສົບຜົນສຳເລັດ ມີກຳໄລ ແລະ ຫລຸດຜ່ອນຄວາມສ່ຽງນັ້ນ "ເຕັກນິກ ແລະ ຄວາມຮູ້ດ້ານວິຊາການ" ແມ່ນສິ່ງທີ່ຂາດບໍ່ໄດ້ ເປັນຕົ້ນແມ່ນ: ການກະກຽມສະຖານທີ່ລ້ຽງ,ການຄັດເລືອກ ແລະ ຈັດການພັນປາ,ການເບີ່ງແຍງປາໃຫ້ມີຄວາມສົມບູນ ແລະ ການຈັດການອາຫານ,ໂພສະນາການ ເພື່ອໃຫ້ປາໃຫຍ່ໄວ,ມີຄຸນນະພາບ ແລະ ປະຫຍັດຕົ້ນທຶນ, ການອະນາໄມ,ປ້ອງກັນພະຍາດ,ການບໍລິຫານຈັດການຕົ້ນທຶນ-ກຳໄລ ແລະ ການຊອກຫາຕະຫຼາດ ແລະ ສຸດທ້າຍທ່ານປະທານຍັງໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ຄະນະຮັບຜິດຊອບການຝຶກ ໂດຍສະເພາະແມ່ນສູນຝຶກສີມືແຮງງານລາວ-ເກົາຫຼີ , ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສະຫວັນນະເຂດ ແລະ ສູນພັດທະນາສີມືແຮງງານແຂວງ ທີ່ໄດ້ກະກຽມຈັດຝຶກອົບຮົມເຄື່ອນທີ່ໃນຄັ້ງນີ້ຂື້ນ,ພາຍໃຕ້ໂຄງການເສີມເສ້າງທັກສະທີ່ເປັນບູລິມະສິດສຳລັບການເຕີບໂຕຂອງ ສປປ ລາວ.

ເບິ່ງໂພສຕົ້ນສະບັບໃນ Facebook

ສະຖາບັນ ຄວ້າ 4 ຫຼຽນ ໃນງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

28–30 ເມສາ 2025

ງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV ພາຍໃຕ້ຄຳຂວັນ "ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ" ມີ 5 ສາຂາຊ່າງ ແລະ 24 ພາກສ່ວນເຂົ້າຮ່ວມ. ນັກແຂ່ງຂັນຈາກສະຖາບັນພັດທະນາສີມືແຮງງານ ໄດ້ 2 ຫຼຽນຄຳ (ກຣາບຟິກດີຊາຍ · ຕ…

ສະຖາບັນ ຄວ້າ 4 ຫຼຽນ ໃນງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

28–30 ເມສາ 2025

ງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV ພາຍໃຕ້ຄຳຂວັນ "ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ" ມີ 5 ສາຂາຊ່າງ ແລະ 24 ພາກສ່ວນເຂົ້າຮ່ວມ. ນັກແຂ່ງຂັນຈາກສະຖາບັນພັດທະນາສີມືແຮງງານ ໄດ້ 2 ຫຼຽນຄຳ (ກຣາບຟິກດີຊາຍ · ຕິດຕັ້ງໄຟຟ້າ) 1 ຫຼຽນເງິນ ແລະ 1 ຫຼຽນທອງ (ຊ່າງໄມ້). ຕິດຕາມຮູບ ແລະ ວິດີໂອ ທີ່ເພຈ Facebook "ງານແຂ່ງຂັນສີມືແຮງງານແຫ່ງຊາດ" (WorldSkills Laos).

ທີມຊາດລາວ 10 ຄົນ ເຂົ້າຮ່ວມແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 14 ທີ່ ມະນີລາ

26–28 ສິງຫາ 2025

ນັກແຂ່ງຂັນ 10 ຄົນ ຈາກ 5 ສາຂາຊ່າງ ພ້ອມຜູ້ຊ່ຽວຊານ ແລະ ຄະນະຜູ້ແທນ ເຂົ້າຮ່ວມ WorldSkills ASEAN Manila 2025 ຮ່ວມກັບນັກແຂ່ງຂັນ 259 ຄົນ ຈາກປະເທດອາຊຽນ. ຄະແນນສູງສຸດຂອງລາວ 688 (ປຸງແຕ່ງອາຫານ) — ໃກ້ເກນມາດຕະຖານອາ…

ທີມຊາດລາວ 10 ຄົນ ເຂົ້າຮ່ວມແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ 14 ທີ່ ມະນີລາ

26–28 ສິງຫາ 2025

ນັກແຂ່ງຂັນ 10 ຄົນ ຈາກ 5 ສາຂາຊ່າງ ພ້ອມຜູ້ຊ່ຽວຊານ ແລະ ຄະນະຜູ້ແທນ ເຂົ້າຮ່ວມ WorldSkills ASEAN Manila 2025 ຮ່ວມກັບນັກແຂ່ງຂັນ 259 ຄົນ ຈາກປະເທດອາຊຽນ. ຄະແນນສູງສຸດຂອງລາວ 688 (ປຸງແຕ່ງອາຫານ) — ໃກ້ເກນມາດຕະຖານອາຊຽນ 700. ບົດຮຽນ: ຄັດເລືອກໃຫ້ກວ້າງທົ່ວປະເທດ ແລະ ຝຶກຊ້ອມຕໍ່ເນື່ອງຢ່າງໜ້ອຍ 10 ເດືອນ.

2

ຊົມເຊີຍວັນຄູແຫ່ງຊາດ ຄົບຮອບ 32 ປີ ຢ່າງສຸດໃຈ

ໃນວັນທີ 06 ຕຸລາ 2026 ສະຖາບັນພັດທະນາສີມືແຮງງານ ໄດ້ໄດ້ຈັດງານສະເຫຼີມສະຫຼອງ ວັນຄູແຫ່ງຊາດ ຄົບຮອບ 32ປີ (7 ຕຸລາ 1994 ຫາ 7 ຕຸລາ 2026)ຂື້ນ ໃຫ້ກຽດເປັນປະທານເປີດງານໂດຍ ທ່ານ ສຸລິສັກ ສຸພັນທອງ ຫົວຫນ້າສະຖາບັນພັດທະນາ…

ຊົມເຊີຍວັນຄູແຫ່ງຊາດ ຄົບຮອບ 32 ປີ ຢ່າງສຸດໃຈ

ຊົມເຊີຍວັນຄູແຫ່ງຊາດ ຄົບຮອບ 32 ປີ ຢ່າງສຸດໃຈ

ໃນວັນທີ 06 ຕຸລາ 2026 ສະຖາບັນພັດທະນາສີມືແຮງງານ ໄດ້ໄດ້ຈັດງານສະເຫຼີມສະຫຼອງ ວັນຄູແຫ່ງຊາດ ຄົບຮອບ 32ປີ (7 ຕຸລາ 1994 ຫາ 7 ຕຸລາ 2026)ຂື້ນ ໃຫ້ກຽດເປັນປະທານເປີດງານໂດຍ ທ່ານ ສຸລິສັກ ສຸພັນທອງ ຫົວຫນ້າສະຖາບັນພັດທະນາສີມືແຮງງານ ໃນພິທີດັ່ງກ່າວໄດ້ມີບັນດາຄູອາຈານພ້ອມດ້ວຍຜູ້ເຂົ້າຝຶກຂອງ ສພງ ແລະ ແຂກຈາກຫລາຍພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ຄຳພຽງ ແກ້ວລັງສີ ພະນັກງານອາວຸໂສບຳນານ ອາດີດຮັກສາການຫົວຫນ້າສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫຼີ ໃຫ້ກຽດເລົ່າປະຫວັດມູນເຊື້ອຂອງນາຍຄູໃນພາລະກິດຕໍ່ສູ້ເພື່ອປົດປ່ອຍປະເທດຊາດ ເພື່ອລະນຶກເຖິງຄຸນງາມຄວາມດີ ແລະ ວິລະກຳຕ່າງໆ ຂອງ ຄູ ໃນອາດີດ ທີ່ຕິດພັນກັບການຕໍ່ສູ້ປົດປ່ອຍປະດທດຊາດ ແລະ ໃນປະຈຸບັນ ທີ່ຕິດພັນກັບການປົກປັກຮັກສາ ສ້າງສາ ພັດທະນາປະເທດຊາດ
ເມື່ອເວົ້າເຖິງ"ຄູ"ພວກເຮົາທຸກຄົນກໍລະນຶກເຖິງຜູ້ທີ່ໃຫ້ຄວາມຮູ້ ຜູ້ທີ່ປຽບເຫມືອນ "ແມ່ພິມ" ຂອງຊາດ ແລະ ເປັນບຸກຄົນທີ່ປຽບເຫມືອນໄຟສ່ອງທາງ ໃຫ້ກັບຊີວິດຂອງຜູ້ເຂົ້າຝຶກ ແລະ ນັກຮຽນ-ນັກສຶກສາ.
ຄຳວ່າ "ຄຸ" ໃນສະໄຫມກ່ອນແມ່ນມີບົດບາດສຳຄັນຫລາຍ ຢູ່ໃນຂະບວນການຕໍ່ສູ້ກູ້ຊາດ ເຊິ່ງວິລະກຳທີ່ເຫັນໄດ້ຢ່າງຊັດເຈນ ແມ່ນວິລະກຳຂອງ "ນາຍຄູຄຳ" ແມ່ນຫນຶ່ງໃນບຸກຄົນ ເປັນຄູສອນຜູ້ທີ່ມີຈິດໃຈຮັກຊາດອັນສູງສົ່ງ ທ່ານໄດ້ອຸທິດຕົນ ແລະ ມີບົດບາດຢ່າງສຳຄັນຍິ່ງໃນຂະບວນການຕໍ່ສູ້ ເພື່ອປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງພວກລ່າເມືອງຂື້ນ.
ສະນັ້ນເພື່ອເປັນການຍ້ອງຍໍ ແລະ ຈາລຶກເຖິງບຸນຄຸນອັນລົ້ນເຫຼືອຂອງຄູ ພັກ ແລະ ລັດຖະບານ ສປປ ລາວ ຂອງພວກເຮົາ ຈຶ່ງໄດ້ກຳນົດເອົາວັນທີ 07 ຕຸລາ ຂອງທຸກໆປີ ເປັນ "ວັນຄູແຫ່ງຊາດ".

ເບິ່ງໂພສຕົ້ນສະບັບໃນ Facebook

4

ອອກແຮງງານອະນາໄມລວມ ຕ້ອນຮັບວັນຄູແຫ່ງຊາດ ຄົບຮອບ 32 ປີ

ສ້າງຂະບວນການ ອອກແຮງງານອະນາໄມລວມ ພາຍໃນຂອບ ເຂດຂອງສະຖາບັນພັດທະນາສີມືແຮງງານ ເພື່ອຕ້ອນຮັບວັນຄູແຫ່ງຊາດຄົບຮອບ 32ປີ.

ອອກແຮງງານອະນາໄມລວມ ຕ້ອນຮັບວັນຄູແຫ່ງຊາດ ຄົບຮອບ 32 ປີ

ອອກແຮງງານອະນາໄມລວມ ຕ້ອນຮັບວັນຄູແຫ່ງຊາດ ຄົບຮອບ 32 ປີ

ສ້າງຂະບວນການ ອອກແຮງງານອະນາໄມລວມ ພາຍໃນຂອບ
ເຂດຂອງສະຖາບັນພັດທະນາສີມືແຮງງານ ເພື່ອຕ້ອນຮັບວັນຄູແຫ່ງຊາດຄົບຮອບ 32ປີ.

ເບິ່ງໂພສຕົ້ນສະບັບໃນ Facebook

ບໍ່ພົບກິດຈະກຳທີ່ຊອກ

‹ ກ່ອນໜ້າສູນຝຶກທົ່ວປະເທດ
ສະຖາບັນພັດທະນາສີມືແຮງງານ
ໝວດຂອງເວັບ
✎ ສະໝັກອອນລາຍ ພະນັກງານເຂົ້າລະບົບ