ຂໍ້ມູນວັນທີ 16 ກັນຍາ 2026 ຕິດຕາມວຽກ 🏠 ກະດານພັດທະນາ 📊 ລາຍງານຄວາມຄືບໜ້າ 📋 ລາຍງານໜ້າວຽກ ພະແນກ ແລະ ຂໍ້ມູນ 🏢 ຊຸດກຽມພ້ອມລາຍພະແນກ ☑ ບັນຊີກວດເກັບຂໍ້ມູນ 📤 ບ່ອນສົ່ງຂໍ້ມູນ 🗓 ຕາຕະລາງເຮັດວຽກກັບພະແນກ 📅 ຕາຕະລາງປະຕິບັດວຽກ 📥 ບົດກວດຮັບຂໍ້ມູນ 🗂 ບົດລາຍງານຂໍ້ມູນທີ່ນຳເຂົ້າ ເອກະສານສັນຍາ 📘 ຄວາມຕ້ອງການລະບົບ · D1 📐 ອອກແບບລະບົບ · D2 🚀 ແຜນເລີ່ມວຽກຕົວຈິງ 🧭 ຜັງຂັ້ນຕອນການເຮັດວຽກ ນຳສະເໜີ 🎤 ເອກະສານປະຊຸມ
ກ່ອນພິມ: ໃນກ່ອງພິມຂອງ Chrome ໃຫ້ຕິກ Background graphics ຖ້າຢາກໄດ້ສີຄົບຕາມໜ້າຈໍ · ຕິກ Headers and footers ຖ້າຢາກໄດ້ເລກໜ້າ · ຕັ້ງ Margins = Default ແລະ Scale = 100%. ເອກະສານອ່ານອອກຄົບເຖິງບໍ່ຕິກສີພື້ນ.
ສະຖາບັນພັດທະນາສີມືແຮງງານ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ
ສະຖາບັນພັດທະນາສີມືແຮງງານ
One Miracle ຜູ້ພັດທະນາລະບົບ
ເອກະສານກຳນົດຄວາມຕ້ອງການລະບົບ · D1 ສັນຍາ C2.2-C-4 · 16 ກັນຍາ 2026 ພັດທະນາໂດຍ One Miracle
Deliverable D1 · Requirements Specification

ເອກະສານກຳນົດຄວາມຕ້ອງການລະບົບ ແລະ ແຜນຜັງຂະບວນການເຮັດວຽກ

System Requirements Specification (SRS) + Business Process Mapping
ສັນຍາC2.2-C-4
ຜົນສົ່ງມອບD1 · ກຳນົດ 23/06/2026
ເຈົ້າຂອງໂຄງການສະຖາບັນພັດທະນາສີມືແຮງງານ (SDI)
ເວີຊັນລະບົບ
ວັນທີເອກະສານ16 ກັນຍາ 2026
ຜູ້ຈັດທຳSD MIS Dev Team
ເອກະສານນີ້ສ້າງຈາກລະບົບຈິງ. ຄວາມຕ້ອງການແຕ່ລະຂໍ້ຜູກກັບໜ້າວຽກໃນກະດານພັດທະນາ ແລະ ສະແດງສະຖານະປັດຈຸບັນຢູ່ນຳ — ອັບເດດກະດານເມື່ອໃດ ເອກະສານນີ້ປ່ຽນຕາມທັນທີ ຈຶ່ງບໍ່ມີບັນຫາເອກະສານກັບລະບົບບໍ່ກົງກັນ.

ສາລະບານContents

1 ບົດນຳ ແລະ ຂອບເຂດ 2 ຜູ້ໃຊ້ງານ ແລະ ບົດບາດ 3 ຄວາມຕ້ອງການດ້ານໜ້າວຽກ (21 ຂໍ້) 4 ຂະບວນການເຮັດວຽກ 5 ຄວາມຕ້ອງການນອກໜ້າວຽກ (8 ຂໍ້) 6 ຄວາມຄອບຄຸມ TOR (17 ຂໍ້) 7 ຂໍ້ສົມມຸດ ຂໍ້ຈຳກັດ ແລະ ຂໍ້ຕິດຄ້າງ 8 ການຮັບຮອງເອກະສານ

1. ບົດນຳ ແລະ ຂອບເຂດIntroduction & Scope

ເອກະສານນີ້ກຳນົດວ່າ ລະບົບຕ້ອງເຮັດຫຍັງໄດ້ແດ່ ເພື່ອໃຫ້ທັງສອງຝ່າຍເຂົ້າໃຈຕົງກັນ ກ່ອນຮັບມອບ. ສ່ວນ ວິທີສ້າງ ຢູ່ໃນເອກະສານອອກແບບລະບົບ (D2).

ຊື່ໂຄງການອອກແບບ ແລະ ພັດທະນາລະບົບຂໍ້ມູນຂ່າວສານການພັດທະນາສີມືແຮງງານ (SD MIS)
ຈຸດປະສົງລະບົບເກັບ ແລະ ຄຸ້ມຄອງຂໍ້ມູນການພັດທະນາສີມືແຮງງານຂອງສະຖາບັນ ແລະ ສູນສາຂາ ໃຫ້ຢູ່ໃນລະບົບດຽວກັນ ຕັ້ງແຕ່ຮັບສະໝັກ ຝຶກ ປະເມີນ ອອກໃບຢັ້ງຢືນ ຈົນຕິດຕາມການມີວຽກເຮັດງານທຳ
ຂອບເຂດ1 SDI (ສູນກາງ) + 6 SDCs
ໄລຍະສັນຍາ02/06/2026 – 30/11/2026 (24 ອາທິດ)
ນອກຂອບເຂດໜ້າວຽກທີ່ຕົກລົງປິດໄວ້ ບໍ່ຢູ່ໃນຄວາມຕ້ອງການຂອງເອກະສານນີ້ ແລະ ບໍ່ນັບເຂົ້າການກວດຮັບ

2. ຜູ້ໃຊ້ງານ ແລະ ບົດບາດActors & Roles

ບົດບາດທີ່ຕັ້ງໄວ້ໃນລະບົບຈິງ ພ້ອມຈຳນວນຜູ້ໃຊ້ທີ່ຜູກກັບແຕ່ລະບົດບາດ ໃນວັນທີເອກະສານ.

ລຳດັບບົດບາດຜູ້ໃຊ້ປັດຈຸບັນ
1 Admin 3
2 Trainer 1
3 Accountant 0
4 Librarian 0
5 Receptionist 0
6 Super Admin 1
7 SDI Admin 1
8 SDC Admin 6
9 Registrar 1

3. ຄວາມຕ້ອງການດ້ານໜ້າວຽກFunctional Requirements

ໜຶ່ງໜ້າວຽກ = ໜຶ່ງຂໍ້ຄວາມຕ້ອງການ. ແຕ່ລະຂໍ້ບອກ ຈຸດປະສົງ · ລາຍລະອຽດ · ວິທີກວດຮັບ ພ້ອມສະຖານະປັດຈຸບັນ.

ລວມ 21 ຂໍ້ ພື້ນຖານລະບົບ 4ໜ້າວຽກຫຼັກ 8ໜ້າວຽກຂັ້ນສູງ 6ຕິດຕັ້ງ ແລະ ສົ່ງມອບ 3

FR-01 ໂຄງສ້າງຫຼາຍສູນ / Multi-Center Architecture ກຳລັງທົດສອບ · 92%

ຈຸດປະສົງ
ຮອງຮັບ 1 SDI (ສູນກາງ) + 6 SDCs ໃນລະບົບດຽວ ໂດຍແຍກຂໍ້ມູນ ແລະ ສິດ ຕາມແຕ່ລະສູນ.
ລາຍລະອຽດ
ຖັນລະບຸສູນຄົບ 13 ຕາຕະລາງ · ຕົວກັ່ນຂອບເຂດຢູ່ຈຸດດຽວ (Centerscope) · ຕົວສະຫຼັບສູນສຳລັບສູນກາງ · ບັນຊີເຂົ້າໃຊ້ຄົບ 7 ສູນ ສຳລັບທົດສອບ.
ວິທີກວດຮັບ
ສ້າງ 2 ສູນ (A,B) ແລ້ວເພີ່ມຜູ້ໃຊ້ຢູ່ສູນ A → login ດ້ວຍຜູ້ໃຊ້ A ຕ້ອງເຫັນສະເພາະຂໍ້ມູນ A (ບໍ່ເຫັນ B); ສ່ວນ SDI admin ຕ້ອງເຫັນທັງໝົດ.

FR-02 ໜ່ວຍງານ ແລະ ຊັ້ນ / Org Units & Hierarchy ກຳລັງເຮັດ · 84%

ຈຸດປະສົງ
ໂຄງສ້າງ ສູນກາງ → ແຂວງ → ເມືອງ + ພະແນກ ເພື່ອ rollup ຂໍ້ມູນ ແລະ ມອບໝາຍສິດ.
ລາຍລະອຽດ
ສ້າງຕາຕະລາງ org_unit ແບບ parent-child, map center → province → district.
ວິທີກວດຮັບ
ສ້າງ 1 ແຂວງ ທີ່ມີ 2 ສູນ → dashboard ຂັ້ນແຂວງ ຕ້ອງລວມຂໍ້ມູນຂອງ 2 ສູນຢ່າງຖືກຕ້ອງ.

FR-03 ບົດບາດ ແລະ ສິດ / Roles & Permissions ກຳລັງເຮັດ · 90%

ຈຸດປະສົງ
ອອກແບບ role ໃໝ່: SDI Admin, SDC Admin, Registrar, Trainer, Trainee, Employer ພ້ອມ RBAC ຜູກ scope ຕໍ່ສູນ.
ລາຍລະອຽດ
ຕັ້ງບົດບາດຕາມໂຄງສ້າງຈິງຂອງສະຖາບັນ ພ້ອມຜູກສິດເຂົ້າເຖິງຂອງແຕ່ລະບົດບາດກັບສູນທີ່ສັງກັດ ແລະ ປິດບົດບາດທີ່ບໍ່ໃຊ້ໃນວຽກພັດທະນາສີມືແຮງງານ.
ວິທີກວດຮັບ
login ດ້ວຍແຕ່ລະ role → ກວດ menu ທີ່ເຫັນ ແລະ ລອງເປີດໜ້າທີ່ບໍ່ມີສິດ → ຕ້ອງຖືກ redirect ໄປ unauthorized.

FR-04 ຕົວຕົນ ແລະ ໂລໂກ້ / Branding ກຳລັງເຮັດ · 96%

ຈຸດປະສົງ
ປ່ຽນ brand ຈາກ "Smart School / Your School Name" ເປັນ SDI (ໂລໂກ້, ຊື່, theme, favicon).
ລາຍລະອຽດ
ອັບໂຫຼດ logo, ຕັ້ງຄ່າ sch_settings (ຊື່/email/phone), ຕັ້ງ theme color.
ວິທີກວດຮັບ
ເປີດ dashboard + ໜ້າ login → ຕ້ອງເຫັນ brand SDI, ບໍ່ແມ່ນ Smart School.

FR-05 ຈັດການຫຼັກສູດ / Course Management ກຳລັງເຮັດ · 60%

ຈຸດປະສົງ
ຈັດການ Course Group, Course, Course Level, Subject, Session Scheduling ແລະ Resource Assignment.
ລາຍລະອຽດ
ດັດແປງ Academics (class/section → course/level), subject, timetable + ເພີ່ມ resource assignment.
ວິທີກວດຮັບ
ສ້າງ 1 ຫຼັກສູດ → level → subject → ຈັດ session → ມອບຄູຝຶກ → ບັນທຶກ ແລະ ສະແດງຖືກ.

FR-06 ຈັດການຄູຝຶກ / Trainer Management ກຳລັງເຮັດ · 55%

ຈຸດປະສົງ
ລົງທະບຽນ profile ຄູຝຶກ ແລະ ມອບໝາຍເຂົ້າຫຼັກສູດ.
ລາຍລະອຽດ
ດັດແປງ Staff/HR → trainer profile, classteacher → course assignment.
ວິທີກວດຮັບ
ສ້າງຄູຝຶກ → ມອບເຂົ້າ 1 ຫຼັກສູດ → ຄູຝຶກ login ຕ້ອງເຫັນຫຼັກສູດຂອງຕົນ.

FR-07 ຈັດການຜູ້ເຂົ້າຝຶກ / Trainee Lifecycle ກຳລັງເຮັດ · 72%

ຈຸດປະສົງ
ວົງຈອນ: online application → ອະນຸມັດ/ລົງທະບຽນ → profile → training history → attendance.
ລາຍລະອຽດ
ດັດແປງ Online Admission + Student modules ໃຫ້ເປັນ trainee.
ວິທີກວດຮັບ
ສະໝັກຜ່ານ online form → admin ອະນຸມັດ → ກາຍເປັນ trainee → ບັນທຶກ attendance ໄດ້.

FR-08 ໃບຢັ້ງຢືນ ແລະ ຄະແນນ / Certification & Scoring ກຳລັງທົດສອບ · 78%

ຈຸດປະສົງ
ໃຫ້ຄະແນນຕາມ subject ແລະ ອອກໃບຢັ້ງຢືນ (competency).
ລາຍລະອຽດ
ອອກໃບຢັ້ງຢືນສີມືແຮງງານຕາມແບບທາງການ 2 ພາສາ (ລາວ/ອັງກິດ) ພິມ A4 ແນວນອນ ພ້ອມບັນທຶກທຸກຄັ້ງທີ່ອອກ.
ວິທີກວດຮັບ
ປ້ອນຄະແນນ subject → ຄຳນວນຄະແນນລວມ → generate certificate PDF ຖືກ.

FR-09 ເວັບໄຊສາທາລະນະ / Public Website ກຳລັງທົດສອບ · 98%

ຈຸດປະສົງ
center profile, program offerings + ຄ່າຮຽນ, news & performance dashboard ຕໍ່ສາທາລະນະ.
ລາຍລະອຽດ
ໜ້າຫຼັກສາທາລະນະທີ່ຜູ້ສະໝັກເປີດໄດ້ໂດຍບໍ່ຕ້ອງເຂົ້າລະບົບ: ດາວໂຫຼດແບບຟອມ · ຂັ້ນຕອນການສະໝັກ · ສາຂາອາຊີບຕາມຂະແໜງ · ລາຍຊື່ສູນຝຶກ · ຊ່ອງທາງຕິດຕໍ່.
ວິທີກວດຮັບ
ເປີດ URL ສາທາລະນະ → ຕ້ອງເຫັນ profile ຂອງສູນ, ລາຍການ program + ຄ່າຮຽນ, ແລະ news.

FR-10 ຈັດການສະຖາບັນ / Institutional Management ກຳລັງເຮັດ · 92%

ຈຸດປະສົງ
ຈັດການ program offerings, news ແລະ performance metrics ຂອງສະຖາບັນ.
ລາຍລະອຽດ
ໜ້າ admin ສຳລັບ program + news + metrics ເຊື່ອມກັບ website ແລະ dashboard.
ວິທີກວດຮັບ
ເພີ່ມ program + news → ຕ້ອງສະແດງໃນ dashboard ແລະ website.

FR-11 ຕິດຕາມ ແລະ ລາຍງານ / Monitoring & Reporting ກຳລັງທົດສອບ · 84%

ຈຸດປະສົງ
dashboards + reports + rollup ຫຼາຍສູນ + export Excel/PDF.
ລາຍລະອຽດ
ລາຍງານລວມຂ້າມສູນ: ແຕ່ລະສູນມີເທົ່າໃດ ແລະ ລວມທັງໝົດເທົ່າໃດ · ຄວາມພ້ອມຂອງຂໍ້ມູນແຕ່ລະສູນ · ສາຂາອາຊີບຕາມຂະແໜງ · ສົ່ງອອກ Excel ແລະ ພິມ PDF ໄດ້.
ວິທີກວດຮັບ
ອອກ report ຂ້າມສູນ → export Excel ແລະ PDF → ຂໍ້ມູນຖືກຕ້ອງ.

FR-12 ຕິດຕາມການຈ້າງງານ / Employment Tracking ກຳລັງເຮັດ · 75%

ຈຸດປະສົງ
ບັນທຶກການຈ້າງງານຫຼັງຈົບ + ທະບຽນນາຍຈ້າງ + ປະກາດຕຳແໜ່ງ (vacancy).
ລາຍລະອຽດ
ບັນທຶກນາຍຈ້າງ ແລະ ສະຖານະການມີວຽກຂອງຜູ້ຈົບ ພ້ອມສະຫຼຸບອັດຕາການມີວຽກເຮັດງານທຳ. ນາຍຈ້າງລະດັບຊາດທຸກສູນໃຊ້ຮ່ວມກັນ ສ່ວນຄູ່ຮ່ວມສະເພາະສູນເຫັນສະເພາະສູນນັ້ນ.
ວິທີກວດຮັບ
ບັນທຶກວ່າ trainee ໄດ້ວຽກ → report ອັດຕາການມີວຽກຕໍ່ຫຼັກສູດ ຕ້ອງຄຳນວນຖືກ.

FR-13 ແອັບມືຖື (PWA) / Mobile App ກຳລັງເຮັດ · 60%

ຈຸດປະສົງ
ໃຫ້ຜູ້ໃຊ້ ແລະ ຜູ້ຫາວຽກ ຕິດຕັ້ງ SD MIS ເປັນແອັບໃນມືຖືໄດ້ ໂດຍບໍ່ຕ້ອງໂຫຼດຜ່ານ Play Store ຫຼື App Store.
ລາຍລະອຽດ
ເຮັດເປັນ PWA (Progressive Web App) ບໍ່ແມ່ນແອັບແຍກ: ໃຊ້ລະບົບເວັບອັນດຽວກັນ ຈຶ່ງບໍ່ຕ້ອງພັດທະນາ ແລະ ດູແລ 2 ຊຸດ. ຜູ້ໃຊ້ເປີດເວັບແລ້ວກົດ "ຕິດຕັ້ງ" ໄດ້ເລີຍ ຈະມີໄອຄອນຢູ່ໜ້າຈໍມືຖືຄືແອັບທົ່ວໄປ ເປີດແບບເຕັມຈໍ. ໂຄງສ້າງພື້ນຖານພ້ອມແລ້ວ: manifest, service worker, ຊຸດໄອຄອນ, ໜ້າແຈ້ງເມື່ອບໍ່ມີເນັດ ແລະ ປຸ່ມຊວນຕິດຕັ້ງ. ຍັງເຫຼືອ: ໜ້າຈໍສະເພາະຜູ້ຫາວຽກ (ລົງທະບຽນ · ເບິ່ງ/ສະໝັກ ຕຳແໜ່ງງານ) ຊຶ່ງຂຶ້ນກັບ lmis_api ແລະ ຂໍ້ມູນນາຍຈ້າງ.
ວິທີກວດຮັບ
ເປີດເວັບດ້ວຍມືຖື → ກົດ "ຕິດຕັ້ງ" → ມີໄອຄອນ SD MIS ຢູ່ໜ້າຈໍ → ເປີດຈາກໄອຄອນ ຂຶ້ນເຕັມຈໍບໍ່ມີແຖບ browser → ປິດເນັດແລ້ວເປີດ ຕ້ອງຂຶ້ນໜ້າແຈ້ງເປັນພາສາລາວ ບໍ່ແມ່ນໜ້າຜິດພາດຂອງ browser.

FR-14 ເຊື່ອມ LMIS / REST API ກຳລັງທົດສອບ · 65%

ຈຸດປະສົງ
REST API + API catalogue ເພື່ອເຊື່ອມ LMIS ແລະ ລະບົບອື່ນ (interoperability).
ລາຍລະອຽດ
ສ້າງ API layer + token authentication + endpoints ຫຼັກ.
ວິທີກວດຮັບ
ເອີ້ນ API ດ້ວຍ token ຖືກ → ໄດ້ JSON ຖືກ; token ຜິດ → ຕ້ອງ 401.

FR-15 ປະເມີນຄູຝຶກ ແລະ ສະຖາບັນ / Evaluation ກຳລັງເຮັດ · 70%

ຈຸດປະສົງ
ແບບປະເມີນຄູຝຶກ + review/feedback ຂອງສະຖາບັນ.
ລາຍລະອຽດ
ໂມດູນໃໝ່ — form ປະເມີນ + report ຄ່າສະເລ່ຍ.
ວິທີກວດຮັບ
trainee ປະເມີນຄູຝຶກ → ຄ່າສະເລ່ຍຕ້ອງສະແດງໃນ report.

FR-16 ຄວາມປອດໄພ: PIN 2FA + SSL/TLS ກຳລັງທົດສອບ · 85%

ຈຸດປະສົງ
PIN-based two-factor login ແລະ ບັງຄັບໃຊ້ HTTPS.
ລາຍລະອຽດ
ເຂົ້າລະບົບ 2 ຊັ້ນ: ຊື່ຜູ້ໃຊ້ + ລະຫັດຜ່ານ ແລ້ວຢືນຢັນດ້ວຍລະຫັດ PIN. ຮັບສົ່ງຂໍ້ມູນຜ່ານ HTTPS ບັງຄັບທຸກໜ້າ.
ວິທີກວດຮັບ
login → ຕ້ອງໃສ່ PIN/OTP ກ່ອນເຂົ້າ; ເຂົ້າຜ່ານ http → ຕ້ອງ redirect ໄປ https.

FR-17 ເສີມ Audit Trail / Audit Hardening ກຳລັງທົດສອບ · 85%

ຈຸດປະສົງ
log field-diff (ຄ່າເກົ່າ/ໃໝ່), access log ແລະ breach/failed-login log.
ລາຍລະອຽດ
ບັນທຶກທຸກການແກ້ໄຂ: ໃຜ · ຊ່ອງໃດປ່ຽນ (ຄ່າເກົ່າ → ຄ່າໃໝ່) · ຜົນ · ຄວາມພະຍາຍາມເຂົ້າໂດຍບໍ່ມີສິດ · ເວລາ · IP. ເບິ່ງໄດ້ທີ່ ບັນທຶກການແກ້ໄຂຂໍ້ມູນ.
ວິທີກວດຮັບ
ແກ້ຂໍ້ມູນ record → audit ຕ້ອງບັນທຶກ field ເກົ່າ/ໃໝ່; login ຜິດ → ຕ້ອງບັນທຶກ breach.

FR-18 ທົດສອບ QA / QA & Testing ກຳລັງເຮັດ · 88%

ຈຸດປະສົງ
functional + performance (50 reg/hr/center) + security testing.
ລາຍລະອຽດ
ຂຽນ test plan, regression suite, load test (JMeter).
ວິທີກວດຮັບ
ໄລ່ test case ທັງໝົດ → ບັນທຶກ pass/fail; load test 50 registrations/hour ຕໍ່ສູນ.

FR-19 ຕິດຕັ້ງ QA + Production / Deployment ກຳລັງເຮັດ · 15%

ຈຸດປະສົງ
ຕິດຕັ້ງ QA ແລະ Production ໃນ data center ຂອງ SDI + backup/monitoring/alerting.
ລາຍລະອຽດ
setup environment, CI/CD, automated backup, alerting.
ວິທີກວດຮັບ
deploy → smoke test ທຸກ module ເທິງ production → ໃຊ້ງານໄດ້.

FR-20 ຝຶກອົບຮົມ · ເອກະສານ · ສົ່ງມອບ / Training & Handover ກຳລັງເຮັດ · 58%

ຈຸດປະສົງ
ຄູ່ມື + workshop + ສົ່ງມອບ source code (GitHub/GitLab) + UAT sign-off.
ລາຍລະອຽດ
manuals, video tutorials, training ສູນກາງ/ແຂວງ/ເມືອງ.
ວິທີກວດຮັບ
UAT ກັບ SDI staff → sign-off → ອອກ operational acceptance letter.

FR-21 ຄຸ້ມຄອງຫໍພັກ / Hostel Management ກຳລັງທົດສອບ · 74%

ຈຸດປະສົງ
ຄຸ້ມຄອງຫໍພັກຂອງສູນ: ຫ້ອງ · ຕຽງ · ການຈັດຜູ້ເຂົ້າຝຶກເຂົ້ານອນ ແລະ ຄ່າບຳລຸງ (ຖ້າມີ).
ລາຍລະອຽດ
ຄຸ້ມຄອງຫໍພັກ 3 ຊັ້ນ: ຫໍ → ຫ້ອງ → ຕຽງ ພ້ອມບັນທຶກຜູ້ເຂົ້າພັກ ແລະ ອອກ. ແຕ່ລະສູນຄຸ້ມຄອງຫໍຂອງຕົນເອງ.
ວິທີກວດຮັບ
ບັນທຶກຫໍ ແລະ ຫ້ອງຂອງສູນ → ຈັດຜູ້ເຂົ້າຝຶກເຂົ້າຕຽງ → ກວດວ່າຕຽງທີ່ຖືກຈັດແລ້ວ ບໍ່ຖືກຈັດຊ້ຳ ແລະ ຜູ້ໃຊ້ສູນອື່ນບໍ່ເຫັນຫໍຂອງສູນນີ້.

4. ຂະບວນການເຮັດວຽກBusiness Process Mapping

ຂັ້ນຕອນຕົວຈິງຂອງແຕ່ລະໜ້າວຽກ ຕັ້ງແຕ່ເລີ່ມຈົນຈົບ — ໃຊ້ກວດວ່າລະບົບຮອງຮັບວິທີເຮັດວຽກຈິງຂອງສະຖາບັນ. ຜັງເຕັມພ້ອມທາງແຍກເບິ່ງທີ່ ໜ້າຜັງຂັ້ນຕອນ.

ຕັ້ງສູນ ແລະ ແບ່ງຂໍ້ມູນໃຫ້ແຕ່ລະສູນ Centre setup & data separation

ເປົ້າໝາຍ
ໃຫ້ 7 ສູນໃຊ້ລະບົບດຽວກັນ ແຕ່ຂໍ້ມູນຂອງໃຜຂອງມັນ ບໍ່ປົນກັນ
ເລີ່ມເມື່ອ
ເມື່ອເປີດໃຊ້ລະບົບ ຫຼື ເມື່ອມີສູນໃໝ່ເພີ່ມ
ຜົນທີ່ໄດ້
ພະນັກງານແຕ່ລະສູນເຫັນສະເພາະຂໍ້ມູນສູນຕົນ · ສູນກາງເຫັນລວມທຸກສູນ

ຕັ້ງລາຍຊື່ສູນ

  1. ສູນກາງຢືນຢັນລາຍຊື່ສູນທັງໝົດ
    ຜູ້ເຮັດ: ຄະນະນຳສະຖາບັນ
  2. ບັນທຶກສູນ: ຊື່ · ແຂວງ · ເມືອງ · ເບີໂທ · ຫົວໜ້າສູນ
    ຜູ້ເຮັດ: ຜູ້ດູແລລະບົບ · ບ່ອນເຮັດ: ສູນ ແລະ ໜ່ວຍງານ

ຜູກຄົນເຂົ້າສູນ

  1. ເລືອກພະນັກງານ ແລ້ວຜູກເຂົ້າສູນທີ່ສັງກັດ
    ຜູ້ເຮັດ: ຜູ້ດູແລລະບົບ · ບ່ອນເຮັດ: ບົດບາດ ແລະ ການຜູກສູນ
  2. ທຸກບັນຊີມີສູນຄົບແລ້ວບໍ?
    ແມ່ນ → ໄປຂັ້ນຕໍ່ໄປ · ບໍ່ແມ່ນ → ກັບໄປຜູກບັນຊີທີ່ຍັງຂາດ

ໃຊ້ງານປະຈຳວັນ

  1. ພະນັກງານສູນເຂົ້າລະບົບຕາມປົກກະຕິ
    ຜູ້ເຮັດ: ພະນັກງານທຸກສູນ
  2. ລະບົບກັ່ນຕອງໃຫ້ອັດຕະໂນມັດ — ເຫັນສະເພາະຂອງສູນຕົນ

ກວດ ແລະ ລວມຕົວເລກ

  1. ສູນກາງສະຫຼັບເບິ່ງເປັນລາຍສູນ ຫຼື ເບິ່ງລວມ
    ຜູ້ເຮັດ: ສູນກາງ SDI · ບ່ອນເຮັດ: ຕົວເລືອກສູນ ແຖບເທິງສຸດ
  2. ຕົວເລກແຕ່ລະສູນແຍກຊັດເຈນ ພ້ອມນຳໄປລວມຂັ້ນເທິງ

ວາງໂຄງຮ່າງການຈັດຕັ້ງ ແລະ ລວມຕົວເລກຂຶ້ນຊັ້ນ Org structure & roll-up

ເປົ້າໝາຍ
ໃຫ້ຮູ້ວ່າໃຜຂຶ້ນກັບໜ່ວຍງານໃດ ແລະ ລວມຕົວເລກຈາກສູນ → ແຂວງ → ສູນກາງໄດ້
ເລີ່ມເມື່ອ
ເມື່ອຕັ້ງລະບົບ ຫຼື ເມື່ອໂຄງສ້າງອົງກອນປ່ຽນ
ຜົນທີ່ໄດ້
ແຜນຜັງອົງກອນທີ່ກົງກັບຄວາມຈິງ ແລະ ຕົວເລກທີ່ລວມຂຶ້ນຊັ້ນໄດ້

ເກັບໂຄງສ້າງຈິງ

  1. ພະແນກບໍລິຫານ-ແຜນການສົ່ງລາຍຊື່ພະແນກ ແລະ ໜ່ວຍງານ
    ຜູ້ເຮັດ: ພະແນກບໍລິຫານ-ແຜນການ
  2. ແບບຟອມ 02_departments (ໜຶ່ງແຖວ = ໜຶ່ງໜ່ວຍງານ)

ນຳເຂົ້າລະບົບ

  1. ສ້າງໜ່ວຍງານ ແລະ ລະບຸໜ່ວຍງານແມ່ຂອງແຕ່ລະອັນ
    ຜູ້ເຮັດ: ຜູ້ດູແລລະບົບ · ບ່ອນເຮັດ: ສູນ ແລະ ໜ່ວຍງານ → ລາຍຊື່ສູນ
  2. ຊັ້ນຂອງໜ່ວຍງານຖືກຕ້ອງບໍ?
    ແມ່ນ → ໄປກວດຮັບ · ບໍ່ແມ່ນ → ແກ້ໜ່ວຍງານແມ່ໃຫ້ຖືກ

ຜູກຄົນ

  1. ລະບຸໜ່ວຍງານ ແລະ ຕຳແໜ່ງ ໃຫ້ພະນັກງານແຕ່ລະຄົນ
    ຜູ້ເຮັດ: ພະແນກບໍລິຫານ-ແຜນການ · ບ່ອນເຮັດ: ບຸກຄະລາກອນ

ນຳໄປໃຊ້

  1. ເປີດແຜນຜັງອົງກອນ ເບິ່ງຈຳນວນຄົນຕໍ່ໜ່ວຍງານ
    ຜູ້ເຮັດ: ຜູ້ບໍລິຫານ · ບ່ອນເຮັດ: ໂຄງຮ່າງການຈັດຕັ້ງ
  2. ຕົວເລກລວມຂຶ້ນແຂວງ ແລະ ຂຶ້ນສູນກາງໄດ້ຖືກຕ້ອງ

ໃຫ້ສິດເຂົ້າໃຊ້ລະບົບ ຕາມຕຳແໜ່ງງານ Granting access by role

ເປົ້າໝາຍ
ໃຫ້ແຕ່ລະຄົນເຫັນ ແລະ ເຮັດໄດ້ພຽງສິ່ງທີ່ໜ້າທີ່ຕົນຕ້ອງການ
ເລີ່ມເມື່ອ
ມີພະນັກງານໃໝ່ · ຍ້າຍໜ້າວຽກ · ຫຼື ອອກຈາກໜ້າວຽກ
ຜົນທີ່ໄດ້
ບັນຊີໃຊ້ງານທີ່ມີສິດພໍດີ ບໍ່ຫຼາຍເກີນ ບໍ່ໜ້ອຍເກີນ

ຂໍເປີດສິດ

  1. ພະແນກບໍລິຫານ-ແຜນການແຈ້ງ: ຊື່ · ສູນ · ພະແນກ · ຕຳແໜ່ງ
    ຜູ້ເຮັດ: ພະແນກບໍລິຫານ-ແຜນການ
  2. ຕຳແໜ່ງນີ້ກົງກັບ 1 ໃນ 4 ບົດບາດຫຼັກບໍ?
    ແມ່ນ → ເລືອກບົດບາດນັ້ນ ແລ້ວໄປຂັ້ນຕໍ່ໄປ · ບໍ່ແມ່ນ → ຫາລືກັບຄະນະນຳສະຖາບັນກ່ອນເປີດສິດ

ສ້າງບັນຊີ

  1. ສ້າງບັນຊີພະນັກງານ ພ້ອມເບີໂທທີ່ໃຊ້ເຂົ້າລະບົບ
    ຜູ້ເຮັດ: ຜູ້ດູແລລະບົບ · ບ່ອນເຮັດ: ບຸກຄະລາກອນ
  2. ມອບບົດບາດ ແລະ ຜູກສູນທີ່ສັງກັດ
    ຜູ້ເຮັດ: ຜູ້ດູແລລະບົບ · ບ່ອນເຮັດ: ບົດບາດ ແລະ ການຜູກສູນ

ກວດສິດຕົວຈິງ

  1. ໃຫ້ເຈົ້າຂອງບັນຊີເຂົ້າລະບົບຄັ້ງທຳອິດ
    ຜູ້ເຮັດ: ພະນັກງານໃໝ່
  2. ເຫັນເມນູຄົບຕາມໜ້າວຽກບໍ?
    ແມ່ນ → ຈົບຂັ້ນຕອນ · ບໍ່ແມ່ນ → ແຈ້ງຜູ້ດູແລລະບົບປັບສິດ

ຮັກສາໃຫ້ເປັນປັດຈຸບັນ

  1. ຄົນຍ້າຍ ຫຼື ອອກ → ປັບບົດບາດ ຫຼື ປິດບັນຊີທັນທີ
    ຜູ້ເຮັດ: ພະແນກບໍລິຫານ-ແຜນການ · ຜູ້ດູແລລະບົບ
  2. ບໍ່ມີບັນຊີຄ້າງທີ່ບໍ່ມີເຈົ້າຂອງ

ຕັ້ງຕົວຕົນຂອງສະຖາບັນໃນລະບົບ Institutional identity setup

ເປົ້າໝາຍ
ໃຫ້ໜ້າຈໍ ແລະ ເອກະສານທີ່ພິມອອກ ເປັນຂອງ SDI ຢ່າງເປັນທາງການ
ເລີ່ມເມື່ອ
ກ່ອນເປີດໃຊ້ຈິງ ຫຼື ເມື່ອຂໍ້ມູນທາງການປ່ຽນ
ຜົນທີ່ໄດ້
ຊື່ · ໂລໂກ້ · ທີ່ຢູ່ ຖືກຕ້ອງທັງໜ້າຈໍ ແລະ ໃບຢັ້ງຢືນ

ຮວບຮວມ

  1. ພະແນກສົ່ງເສີມການພັດທະນາສົ່ງໂລໂກ້ພື້ນໃສ ແລະ ລະຫັດສີ
    ຜູ້ເຮັດ: ພະແນກສົ່ງເສີມການພັດທະນາ
  2. ໄຟລ໌ໂລໂກ້ · ໄອຄອນເວັບ · ຊື່ທາງການ ລາວ-ອັງກິດ

ອະນຸມັດ

  1. ຄະນະນຳສະຖາບັນເຫັນດີບໍ?
    ແມ່ນ → ນຳໄປຕັ້ງໃນລະບົບ · ບໍ່ແມ່ນ → ແກ້ໄຂ ແລ້ວສະເໜີຄືນ

ຕັ້ງໃນລະບົບ

  1. ອັບໂຫຼດໂລໂກ້ ແລະ ປ້ອນຂໍ້ມູນສະຖາບັນ
    ຜູ້ເຮັດ: ຜູ້ດູແລລະບົບ · ບ່ອນເຮັດ: ຕັ້ງຄ່າລະບົບ → ຕັ້ງຄ່າທົ່ວໄປ

ກວດຮັບ

  1. ເປີດໜ້າເຂົ້າລະບົບ ແລະ ພິມໃບຢັ້ງຢືນ 1 ໃບ
    ຜູ້ເຮັດ: ພະແນກສົ່ງເສີມການພັດທະນາ
  2. ຕົວຕົນຂອງ SDI ຂຶ້ນຄົບທຸກບ່ອນ

ເປີດຫຼັກສູດ ຈົນເຖິງຈັດຕາຕະລາງຝຶກ Opening a course to timetable

ເປົ້າໝາຍ
ໃຫ້ຫຼັກສູດທີ່ເປີດສອນຈິງ ມີໃນລະບົບຄົບ ພ້ອມຄູຝຶກ ແລະ ຕາຕະລາງ
ເລີ່ມເມື່ອ
ເມື່ອວາງແຜນເປີດຮຸ່ນຝຶກໃໝ່
ຜົນທີ່ໄດ້
ຫຼັກສູດພ້ອມຮັບສະໝັກ ແລະ ພ້ອມເປີດຮຽນ

ວາງແຜນຫຼັກສູດ

  1. ພະແນກມາດຕະຖານ ແລະ ຫຼັກສູດກຳນົດຫຼັກສູດທີ່ຈະເປີດ
    ຜູ້ເຮັດ: ພະແນກມາດຕະຖານ ແລະ ຫຼັກສູດ
  2. ລະບຸ ໄລຍະຝຶກ · ຈຳນວນຮັບ · ເງື່ອນໄຂຜູ້ສະໝັກ

ບັນທຶກໃນລະບົບ

  1. ສ້າງຫຼັກສູດ ແລະ ລະດັບ
    ຜູ້ເຮັດ: ພະແນກມາດຕະຖານ ແລະ ຫຼັກສູດ · ບ່ອນເຮັດ: ຂໍ້ມູນການແບບຫຼັກສູດ
  2. ເພີ່ມວິຊາ ແລ້ວຜູກເຂົ້າຫຼັກສູດ

ມອບໝາຍ ແລະ ຈັດຕາຕະລາງ

  1. ມອບຄູຝຶກປະຈຳແຕ່ລະວິຊາ
    ຜູ້ເຮັດ: ພະແນກມາດຕະຖານ ແລະ ຫຼັກສູດ
  2. ຕາຕະລາງຄູຝຶກຊ້ອນກັນບໍ?
    ແມ່ນ → ປັບຊົ່ວໂມງ ຫຼື ປ່ຽນຄູຝຶກ · ບໍ່ແມ່ນ → ຢືນຢັນຕາຕະລາງ

ພ້ອມເປີດຮຽນ

  1. ຄູຝຶກກວດຕາຕະລາງຂອງຕົນໃນລະບົບ
    ຜູ້ເຮັດ: ຄູຝຶກ
  2. ຫຼັກສູດພ້ອມຮັບຜູ້ເຂົ້າຝຶກ

ຮັບຄູຝຶກເຂົ້າ ຈົນເຖິງມອບໝາຍສອນ Trainer onboarding to teaching

ເປົ້າໝາຍ
ໃຫ້ຂໍ້ມູນຄູຝຶກຄົບ ແລະ ຮູ້ວ່າໃຜສອນຫຍັງ ຢູ່ສູນໃດ
ເລີ່ມເມື່ອ
ຮັບຄູຝຶກໃໝ່ ຫຼື ເລີ່ມຮອບຝຶກໃໝ່
ຜົນທີ່ໄດ້
ຄູຝຶກເຂົ້າລະບົບເອງໄດ້ ແລະ ເຫັນຫຼັກສູດຂອງຕົນ

ລົງທະບຽນ

  1. ພະແນກບໍລິຫານ-ແຜນການຮັບເອກະສານຄູຝຶກ
    ຜູ້ເຮັດ: ພະແນກບໍລິຫານ-ແຜນການ
  2. ບັນທຶກ ປະຫວັດ · ວຸດທິ · ປະສົບການ · ຮູບ

ຜູກສັງກັດ

  1. ຜູກເຂົ້າສູນ ແລະ ພະແນກທີ່ສັງກັດ
    ຜູ້ເຮັດ: ຜູ້ດູແລລະບົບ
  2. ມອບບົດບາດ "ຄູຝຶກ" ໃຫ້ບັນຊີ

ມອບໝາຍສອນ

  1. ຈັດຄູຝຶກເຂົ້າຫຼັກສູດ ແລະ ວິຊາ
    ຜູ້ເຮັດ: ພະແນກມາດຕະຖານ ແລະ ຫຼັກສູດ
  2. ພາລະການສອນສົມດຸນບໍ?
    ແມ່ນ → ຢືນຢັນ · ບໍ່ແມ່ນ → ກະຈາຍໃຫ້ຄູຝຶກທ່ານອື່ນ

ເລີ່ມສອນ

  1. ຄູຝຶກເຂົ້າລະບົບ ເບິ່ງຫຼັກສູດ ແລະ ຕາຕະລາງຂອງຕົນ
    ຜູ້ເຮັດ: ຄູຝຶກ
  2. ຄູຝຶກເລີ່ມບັນທຶກການເຂົ້າຮຽນ ແລະ ຄະແນນໄດ້

ເສັ້ນທາງຜູ້ເຂົ້າຝຶກ — ສະໝັກ ຮອດ ຈົບ Trainee lifecycle: apply to graduate

ເປົ້າໝາຍ
ຕິດຕາມຜູ້ເຂົ້າຝຶກໜຶ່ງຄົນໄດ້ຕັ້ງແຕ່ຍື່ນຄຳຮ້ອງ ຈົນຮັບໃບຢັ້ງຢືນ
ເລີ່ມເມື່ອ
ຜູ້ສະໝັກຍື່ນຄຳຮ້ອງ ຫຼື ພະນັກງານທະບຽນເປີດຮັບຮຸ່ນໃໝ່
ຜົນທີ່ໄດ້
ປະຫວັດຜູ້ເຂົ້າຝຶກຄົບຖ້ວນ ພ້ອມສະຖານະປັດຈຸບັນທຸກຄົນ

ຮັບສະໝັກ

  1. ຜູ້ສະໝັກຍື່ນຄຳຮ້ອງ (ດ້ວຍຕົນເອງ ຫຼື ອອນລາຍ)
    ຜູ້ເຮັດ: ຜູ້ສະໝັກ
  2. ຄຸນສົມບັດຄົບຕາມເງື່ອນໄຂຫຼັກສູດບໍ?
    ແມ່ນ → ຮັບເຂົ້າ · ບໍ່ແມ່ນ → ແນະນຳຫຼັກສູດອື່ນ ຫຼື ຮອບຕໍ່ໄປ

ລົງທະບຽນ

  1. ບັນທຶກຂໍ້ມູນຜູ້ເຂົ້າຝຶກ ແລະ ຜູກເຂົ້າຫຼັກສູດ
    ຜູ້ເຮັດ: ພະນັກງານທະບຽນ · ບ່ອນເຮັດ: ຂໍ້ມູນຜູ້ເຂົ້າຝຶກ
  2. ລະບົບອອກລະຫັດຜູ້ເຂົ້າຝຶກ ແລະ ຜູກເຂົ້າສູນໃຫ້ອັດຕະໂນມັດ

ໄລຍະຝຶກ

  1. ຄູຝຶກບັນທຶກການເຂົ້າຮຽນປະຈຳວັນ
    ຜູ້ເຮັດ: ຄູຝຶກ · ບ່ອນເຮັດ: ເຂົ້າຮ່ວມ (ການເຂົ້າຮຽນ)
  2. ຂາດຮຽນເກີນເກນບໍ?
    ແມ່ນ → ແຈ້ງເຕືອນ ແລະ ບັນທຶກເຫດຜົນ · ບໍ່ແມ່ນ → ຝຶກຕໍ່ຕາມປົກກະຕິ

ຈົບ ແລະ ອອກໃບຢັ້ງຢືນ

  1. ບັນທຶກຄະແນນ ແລະ ຜົນການທົດສອບ
    ຜູ້ເຮັດ: ຄູຝຶກ
  2. ອອກໃບຢັ້ງຢືນ ແລ້ວສົ່ງລາຍຊື່ໃຫ້ພະແນກສົ່ງເສີມການພັດທະນາ
    ຜູ້ເຮັດ: ພະນັກງານທະບຽນ

ຮັບຜູ້ເຂົ້າຝຶກເຂົ້ານອນຫໍພັກ Hostel application to check-out

ເປົ້າໝາຍ
ຮູ້ວ່າໃຜພັກຢູ່ຫ້ອງໃດ ຕຽງໃດ ແລະ ຫ້ອງຫວ່າງເທົ່າໃດ
ເລີ່ມເມື່ອ
ຜູ້ເຂົ້າຝຶກຍື່ນຄຳຮ້ອງຂໍເຂົ້ານອນ
ຜົນທີ່ໄດ້
ທະບຽນຜູ້ພັກທີ່ເປັນປັດຈຸບັນ ພ້ອມຈຳນວນຕຽງຫວ່າງ

ຮັບຄຳຮ້ອງ

  1. ຜູ້ເຂົ້າຝຶກຍື່ນຄຳຮ້ອງຂໍເຂົ້ານອນ
    ຜູ້ເຮັດ: ຜູ້ເຂົ້າຝຶກ
  2. ຍັງມີຕຽງຫວ່າງບໍ?
    ແມ່ນ → ໄປຂັ້ນມອບຫ້ອງ · ບໍ່ແມ່ນ → ຂຶ້ນບັນຊີລໍຖ້າ

ມອບຫ້ອງ

  1. ເລືອກຫໍ · ຫ້ອງ · ຕຽງ ໃຫ້ຜູ້ເຂົ້າຝຶກ
    ຜູ້ເຮັດ: ພະນັກງານຫໍພັກ · ບ່ອນເຮັດ: ຫໍພັກ
  2. ບັນທຶກວັນເຂົ້າພັກ ແລະ ຄ່າບຳລຸງ (ຖ້າມີ)

ຢູ່ພັກ

  1. ຕິດຕາມຜູ້ພັກ ແລະ ການປ່ຽນຫ້ອງ
    ຜູ້ເຮັດ: ພະນັກງານຫໍພັກ

ອອກຫໍ

  1. ບັນທຶກວັນອອກ ແລະ ສົ່ງຄືນຫ້ອງ
    ຜູ້ເຮັດ: ພະນັກງານຫໍພັກ
  2. ຕຽງກັບຄືນເປັນຫວ່າງ ພ້ອມຮັບຄົນຕໍ່ໄປ

ຈາກຄະແນນ ຫາ ໃບຢັ້ງຢືນ Scoring to certificate

ເປົ້າໝາຍ
ອອກໃບຢັ້ງຢືນທີ່ອ້າງອີງຜົນການທົດສອບຈິງ ແລະ ກວດຄືນໄດ້
ເລີ່ມເມື່ອ
ຈົບຮອບການທົດສອບຂອງແຕ່ລະຮຸ່ນ
ຜົນທີ່ໄດ້
ໃບຢັ້ງຢືນທີ່ພິມອອກໄດ້ ພ້ອມທະບຽນຜູ້ຈົບ

ຈັດການທົດສອບ

  1. ພະແນກທົດສອບ ແລະ ໃບຢັ້ງຢືນກຳນົດຮອບ ແລະ ຕາຕະລາງທົດສອບ
    ຜູ້ເຮັດ: ພະແນກທົດສອບ ແລະ ໃບຢັ້ງຢືນ · ບ່ອນເຮັດ: ການສອບເສັງ

ໃຫ້ຄະແນນ

  1. ຄູຝຶກປ້ອນຄະແນນແຕ່ລະວິຊາ
    ຜູ້ເຮັດ: ຄູຝຶກ
  2. ຄະແນນຮອດເກນຜ່ານບໍ?
    ແມ່ນ → ຂຶ້ນບັນຊີຜູ້ຈົບ · ບໍ່ແມ່ນ → ນັດທົດສອບແກ້ຕົວ

ອອກໃບຢັ້ງຢືນ

  1. ເລືອກແມ່ແບບໃບຢັ້ງຢືນ ແລ້ວອອກໃຫ້ຜູ້ຈົບ
    ຜູ້ເຮັດ: ພະນັກງານທະບຽນ · ບ່ອນເຮັດ: ໃບຢັ້ງຢືນ
  2. ໃບຢັ້ງຢືນມີເລກທີ ແລະ ຜູ້ລົງນາມທີ່ກຳນົດໄວ້

ເກັບເປັນທະບຽນ

  1. ທະບຽນຜູ້ຈົບພ້ອມສົ່ງໃຫ້ພະແນກສົ່ງເສີມການພັດທະນາ ແລະ ໃຊ້ໃນລາຍງານ

ຈາກຂ່າວສາທາລະນະ ຫາ ຄຳຮ້ອງສະໝັກ Public site to application

ເປົ້າໝາຍ
ໃຫ້ປະຊາຊົນຮູ້ຂ່າວການຮັບສະໝັກ ແລະ ຍື່ນຄຳຮ້ອງໄດ້ອອນລາຍ
ເລີ່ມເມື່ອ
ເມື່ອປະກາດຮັບສະໝັກຮຸ່ນໃໝ່
ຜົນທີ່ໄດ້
ຄຳຮ້ອງອອນລາຍເຂົ້າມາຮອດພະນັກງານທະບຽນໂດຍກົງ

ກຽມເນື້ອຫາ

  1. ພະແນກສົ່ງເສີມການພັດທະນາຂຽນຂ່າວ ແລະ ກຽມຮູບ
    ຜູ້ເຮັດ: ພະແນກສົ່ງເສີມການພັດທະນາ · ບ່ອນເຮັດ: ຈັດການເວັບໄຊ

ປະກາດ

  1. ເຜີຍແຜ່ຂ່າວ ແລະ ລາຍການຫຼັກສູດທີ່ເປີດຮັບ
  2. ໜ້າສາທາລະນະເປີດເບິ່ງໄດ້ ໂດຍບໍ່ຕ້ອງເຂົ້າລະບົບ

ຮັບຄຳຮ້ອງ

  1. ຜູ້ສົນໃຈຕື່ມແບບຟອມສະໝັກອອນລາຍ
    ຜູ້ເຮັດ: ປະຊາຊົນ
  2. ຂໍ້ມູນຄົບບໍ?
    ແມ່ນ → ສົ່ງເຂົ້າລະບົບ · ບໍ່ແມ່ນ → ແຈ້ງໃຫ້ຕື່ມຂໍ້ມູນທີ່ຂາດ

ສົ່ງຕໍ່ພະນັກງານທະບຽນ

  1. ຄຳຮ້ອງເຂົ້າຄິວຂອງພະນັກງານທະບຽນ ເພື່ອກວດ ແລະ ຮັບເຂົ້າ
    ຜູ້ເຮັດ: ພະນັກງານທະບຽນ

ຕັ້ງຂໍ້ມູນຕັ້ງຕົ້ນຂອງສະຖາບັນ Institutional master data setup

ເປົ້າໝາຍ
ໃຫ້ຂໍ້ມູນພື້ນຖານ 6 ຊຸດ ຢູ່ໃນລະບົບຄົບ ກ່ອນເລີ່ມໃຊ້ວຽກຈິງ
ເລີ່ມເມື່ອ
ໄລຍະກຽມກ່ອນເປີດໃຊ້ຈິງ
ຜົນທີ່ໄດ້
ຂໍ້ມູນຫຼັກຄົບ ພ້ອມໃຫ້ທຸກໜ້າວຽກອື່ນອ້າງອີງ

ຮວບຮວມ

  1. ແຕ່ລະພະແນກຕື່ມແບບຟອມນຳເຂົ້າຂອງຕົນ
    ຜູ້ເຮັດ: ທຸກພະແນກ
  2. ສູນ · ພະແນກ · ຕຳແໜ່ງ · ຫຼັກສູດ · ພະນັກງານ · ນາຍຈ້າງ

ນຳເຂົ້າ

  1. ນຳເຂົ້າຕາມລຳດັບ ສູນ → ພະແນກ → ຄົນ → ຫຼັກສູດ
    ຜູ້ເຮັດ: ຜູ້ດູແລລະບົບ
  2. ມີແຖວທີ່ຂໍ້ມູນບໍ່ຄົບບໍ?
    ແມ່ນ → ສົ່ງຄືນເຈົ້າຂອງຂໍ້ມູນແກ້ · ບໍ່ແມ່ນ → ຜ່ານ

ກວດຄວາມພ້ອມ

  1. ເບິ່ງແຖບ "ຄວາມພ້ອມຂອງຂໍ້ມູນ" ຢູ່ໜ້າຫຼັກ
    ຜູ້ເຮັດ: ຜູ້ບໍລິຫານ · ບ່ອນເຮັດ: ໜ້າຫຼັກ

ພ້ອມໃຊ້

  1. ຂໍ້ມູນຕັ້ງຕົ້ນຄົບ — ເລີ່ມບັນທຶກວຽກປະຈຳວັນໄດ້

ຈາກຂໍ້ມູນປະຈຳວັນ ຫາ ລາຍງານຂັ້ນເທິງ Daily data to management report

ເປົ້າໝາຍ
ໃຫ້ຕົວເລກທີ່ສົ່ງຂັ້ນເທິງ ມາຈາກຂໍ້ມູນທີ່ບັນທຶກຈິງ ບໍ່ຕ້ອງລວມດ້ວຍມື
ເລີ່ມເມື່ອ
ຮອບລາຍງານ ປະຈຳເດືອນ · ງວດ · ປີ
ຜົນທີ່ໄດ້
ລາຍງານທີ່ພິມເປັນເອກະສານ A4 ໄດ້ທັນທີ

ບັນທຶກຕົ້ນທາງ

  1. ພະນັກງານບັນທຶກວຽກປະຈຳວັນຕາມປົກກະຕິ
    ຜູ້ເຮັດ: ທຸກສູນ

ລະບົບລວມໃຫ້

  1. ຕົວເລກລວມຂຶ້ນ ສູນ → ແຂວງ → ສູນກາງ ອັດຕະໂນມັດ

ເປີດລາຍງານ

  1. ເລືອກໄລຍະ ແລະ ສູນທີ່ຕ້ອງການ
    ຜູ້ເຮັດ: ຜູ້ບໍລິຫານ · ບ່ອນເຮັດ: ລາຍງານ
  2. ຕົວເລກກົງກັບຂໍ້ມູນຂອງສູນບໍ?
    ແມ່ນ → ພິມສົ່ງ · ບໍ່ແມ່ນ → ໃຫ້ສູນແກ້ຂໍ້ມູນຕົ້ນທາງ

ສົ່ງຂັ້ນເທິງ

  1. ພິມ ຫຼື ບັນທຶກເປັນ PDF ສົ່ງກະຊວງ

ຕິດຕາມຜູ້ຈົບ ຫາ ການມີວຽກເຮັດ Graduate to job placement

ເປົ້າໝາຍ
ຮູ້ວ່າຜູ້ຈົບແຕ່ລະຮຸ່ນ ໄດ້ວຽກເທົ່າໃດ ຢູ່ນາຍຈ້າງໃດ
ເລີ່ມເມື່ອ
ຫຼັງຈົບຫຼັກສູດ ແລະ ຮອບຕິດຕາມ 3 · 6 ເດືອນ
ຜົນທີ່ໄດ້
ອັດຕາການມີວຽກເຮັດງານທຳ ທີ່ອ້າງອີງໄດ້

ຮັບລາຍຊື່ຜູ້ຈົບ

  1. ພະນັກງານທະບຽນສົ່ງລາຍຊື່ຜູ້ຈົບແຕ່ລະຮຸ່ນ
    ຜູ້ເຮັດ: ພະນັກງານທະບຽນ

ຈັບຄູ່ກັບນາຍຈ້າງ

  1. ບັນທຶກນາຍຈ້າງ ແລະ ຕຳແໜ່ງທີ່ຕ້ອງການ
    ຜູ້ເຮັດ: ພະນັກງານຈັດຫາງານ · ບ່ອນເຮັດ: ຕິດຕາມການຈ້າງງານ
  2. ຜູ້ຈົບໄດ້ວຽກແລ້ວບໍ?
    ແມ່ນ → ບັນທຶກສະຖານະ "ມີວຽກ" · ບໍ່ແມ່ນ → ຕິດຕາມຮອບຕໍ່ໄປ

ບັນທຶກຜົນ

  1. ລະບຸ ນາຍຈ້າງ · ຕຳແໜ່ງ · ວັນເລີ່ມວຽກ · ລາຍໄດ້ (ຖ້າມີ)
    ຜູ້ເຮັດ: ພະນັກງານຈັດຫາງານ

ລາຍງານ

  1. ອັດຕາການມີວຽກຕໍ່ຫຼັກສູດ ແລະ ຕໍ່ສູນ ຂຶ້ນໃນລາຍງານ

ຜູ້ຫາວຽກໃຊ້ແອັບມືຖື Jobseeker mobile app

ເປົ້າໝາຍ
ໃຫ້ຜູ້ຈົບ ແລະ ຜູ້ຫາວຽກ ເຫັນຕຳແໜ່ງງານ ແລະ ສະໝັກຜ່ານມືຖືໄດ້
ເລີ່ມເມື່ອ
ໄລຍະພັດທະນາຂັ້ນສູງ (ຍັງບໍ່ເລີ່ມ)
ຜົນທີ່ໄດ້
ຄຳສະໝັກຈາກມືຖື ເຂົ້າມາຮອດພະແນກສົ່ງເສີມການພັດທະນາ

ຕົກລົງເນື້ອຫາ

  1. ຢືນຢັນຂໍ້ມູນທີ່ຜູ້ຫາວຽກຈະເຫັນ
    ຜູ້ເຮັດ: ພະແນກສົ່ງເສີມການພັດທະນາ

ຜູ້ໃຊ້ຄົ້ນຫາ

  1. ຜູ້ຫາວຽກເປີດແອັບ ຄົ້ນຫາຕາມສາຂາອາຊີບ ແລະ ແຂວງ
    ຜູ້ເຮັດ: ຜູ້ຫາວຽກ
  2. ພົບຕຳແໜ່ງທີ່ເໝາະບໍ?
    ແມ່ນ → ກົດສະໝັກ · ບໍ່ແມ່ນ → ບັນທຶກຄວາມສົນໃຈໄວ້ ລໍປະກາດໃໝ່

ສົ່ງຄຳສະໝັກ

  1. ແນບປະຫວັດ ແລະ ໃບຢັ້ງຢືນຈາກລະບົບ

ພະແນກສົ່ງເສີມການພັດທະນາຮັບຕໍ່

  1. ຄຳສະໝັກເຂົ້າລະບົບ ແລະ ຖືກຕິດຕາມຄືວຽກຈັດຫາງານປົກກະຕິ

ສົ່ງຂໍ້ມູນຂຶ້ນລະບົບຂໍ້ມູນຕະຫຼາດແຮງງານ Data exchange with LMIS

ເປົ້າໝາຍ
ໃຫ້ຕົວເລກຂອງ SDI ໄຫຼເຂົ້າລະບົບຂໍ້ມູນຕະຫຼາດແຮງງານ ໂດຍບໍ່ຕ້ອງພິມຄືນ
ເລີ່ມເມື່ອ
ຕາມຮອບທີ່ຕົກລົງກັບຝ່າຍ LMIS
ຜົນທີ່ໄດ້
ຂໍ້ມູນສອງລະບົບກົງກັນ ແລະ ກວດຄືນໄດ້

ຕົກລົງຂອບເຂດ

  1. ຢືນຢັນວ່າຂໍ້ມູນໃດແດ່ ທີ່ອະນຸຍາດໃຫ້ສົ່ງອອກ
    ຜູ້ເຮັດ: ຄະນະນຳສະຖາບັນ
  2. ບົດບັນທຶກຂອບເຂດຂໍ້ມູນ ແລະ ຮອບການສົ່ງ

ເປີດການເຊື່ອມຕໍ່

  1. ອອກກະແຈເຊື່ອມຕໍ່ໃຫ້ຝ່າຍ LMIS
    ຜູ້ເຮັດ: ຜູ້ດູແລລະບົບ · ບ່ອນເຮັດ: ເຊື່ອມຕໍ່ LMIS / API

ທົດລອງສົ່ງ

  1. ຂໍ້ມູນທີ່ຮັບໄດ້ ຄົບ ແລະ ຖືກຮູບແບບບໍ?
    ແມ່ນ → ເປີດໃຊ້ຈິງ · ບໍ່ແມ່ນ → ປັບຮູບແບບ ແລ້ວທົດລອງຄືນ

ໃຊ້ຈິງ ແລະ ຕິດຕາມ

  1. ບັນທຶກທຸກຄັ້ງທີ່ມີການດຶງຂໍ້ມູນ ໄວ້ກວດສອບຍ້ອນຫຼັງ

ຮອບປະເມີນຄູຝຶກ ແລະ ສູນ Trainer & centre evaluation round

ເປົ້າໝາຍ
ວັດຄຸນນະພາບການຝຶກດ້ວຍຂໍ້ມູນ ບໍ່ແມ່ນຄວາມຮູ້ສຶກ
ເລີ່ມເມື່ອ
ທ້າຍຮຸ່ນຝຶກ ຫຼື ຕາມຮອບທີ່ກຳນົດ
ຜົນທີ່ໄດ້
ຜົນປະເມີນທີ່ໃຊ້ປັບປຸງການສອນ ແລະ ປະກອບການພິຈາລະນາ

ກຳນົດແບບຟອມ

  1. ພະແນກມາດຕະຖານ ແລະ ຫຼັກສູດກຳນົດຫົວຂໍ້ ແລະ ຮອບປະເມີນ
    ຜູ້ເຮັດ: ພະແນກມາດຕະຖານ ແລະ ຫຼັກສູດ · ບ່ອນເຮັດ: ການປະເມີນຜົນ

ເກັບຄຳຕອບ

  1. ຜູ້ເຂົ້າຝຶກ ແລະ ຜູ້ກ່ຽວຂ້ອງ ໃຫ້ຄະແນນ
    ຜູ້ເຮັດ: ຜູ້ເຂົ້າຝຶກ
  2. ຈຳນວນຜູ້ຕອບພຽງພໍບໍ?
    ແມ່ນ → ສະຫຼຸບຜົນ · ບໍ່ແມ່ນ → ຂະຫຍາຍເວລາເກັບຄຳຕອບ

ສະຫຼຸບຜົນ

  1. ຜົນລວມຕໍ່ຄູຝຶກ ແລະ ຕໍ່ສູນ

ນຳໄປໃຊ້

  1. ຄູຝຶກເບິ່ງຜົນຂອງຕົນ ແລະ ປັບການສອນ
    ຜູ້ເຮັດ: ຄູຝຶກ
  2. ຄະນະນຳສະຖາບັນໃຊ້ຜົນປະກອບການພິຈາລະນາຄຸນນະພາບ

ເຂົ້າລະບົບຢ່າງປອດໄພ Secure sign-in

ເປົ້າໝາຍ
ກັນບໍ່ໃຫ້ຄົນນອກເຂົ້າເຖິງຂໍ້ມູນຜູ້ເຂົ້າຝຶກ ແລະ ພະນັກງານ
ເລີ່ມເມື່ອ
ທຸກຄັ້ງທີ່ມີການເຂົ້າລະບົບ
ຜົນທີ່ໄດ້
ເຂົ້າໄດ້ສະເພາະຜູ້ມີສິດ ແລະ ຮູ້ວ່າໃຜເຂົ້າເມື່ອໃດ

ປ້ອນຕົວຕົນ

  1. ຜູ້ໃຊ້ປ້ອນເບີໂທ ຫຼື ອີເມວ ພ້ອມລະຫັດຜ່ານ
    ຜູ້ເຮັດ: ຜູ້ໃຊ້ທຸກຄົນ · ບ່ອນເຮັດ: ໜ້າເຂົ້າລະບົບ

ຢືນຢັນຊັ້ນທີ 2

  1. ບົດບາດນີ້ຕ້ອງຢືນຢັນ 2 ຊັ້ນບໍ?
    ແມ່ນ → ປ້ອນລະຫັດ PIN ທີ່ໄດ້ຮັບ · ບໍ່ແມ່ນ → ເຂົ້າລະບົບໄດ້ເລີຍ

ເຂົ້າໃຊ້ງານ

  1. ລະບົບເປີດສະເພາະເມນູຕາມບົດບາດ
  2. ບັນທຶກເວລາ ແລະ ອຸປະກອນທີ່ເຂົ້າໃຊ້

ຕິດຕາມ

  1. ຜູ້ດູແລລະບົບກວດການເຂົ້າໃຊ້ທີ່ຜິດປົກກະຕິໄດ້
    ຜູ້ເຮັດ: ຜູ້ດູແລລະບົບ

ຕິດຕາມວ່າໃຜແກ້ຫຍັງ ເມື່ອໃດ Change tracking & audit trail

ເປົ້າໝາຍ
ໃຫ້ກວດຄືນໄດ້ວ່າຂໍ້ມູນຖືກແກ້ໂດຍໃຜ ແລະ ແກ້ຫຍັງ
ເລີ່ມເມື່ອ
ທຸກຄັ້ງທີ່ມີການແກ້ໄຂຂໍ້ມູນສຳຄັນ
ຜົນທີ່ໄດ້
ຫຼັກຖານປະກອບການກວດສອບພາຍໃນ ແລະ ພາຍນອກ

ມີການແກ້ໄຂ

  1. ພະນັກງານແກ້ຂໍ້ມູນຕາມວຽກປົກກະຕິ
    ຜູ້ເຮັດ: ພະນັກງານ

ລະບົບບັນທຶກ

  1. ເກັບ ໃຜ · ເມື່ອໃດ · ແກ້ຈາກຫຍັງເປັນຫຍັງ ອັດຕະໂນມັດ

ກວດສອບ

  1. ຄົ້ນຫາຕາມຜູ້ໃຊ້ ຫຼື ຕາມໄລຍະເວລາ
    ຜູ້ເຮັດ: ຜູ້ດູແລລະບົບ · ບ່ອນເຮັດ: ລາຍງານ → ບັນທຶກການກວດສອບ
  2. ພົບການແກ້ໄຂທີ່ຜິດປົກກະຕິບໍ?
    ແມ່ນ → ລາຍງານຄະນະນຳສະຖາບັນ · ບໍ່ແມ່ນ → ບັນທຶກຜົນການກວດ

ເກັບຮັກສາ

  1. ເກັບບັນທຶກຕາມໄລຍະທີ່ອົງກອນກຳນົດ

ຮອບທົດລອງໃຊ້ຈິງ ແລະ ແກ້ຂໍ້ຂັດຂ້ອງ User acceptance testing loop

ເປົ້າໝາຍ
ໃຫ້ຜູ້ໃຊ້ຈິງລອງກ່ອນ ແລ້ວແກ້ໃຫ້ຄົບກ່ອນເປີດໃຊ້
ເລີ່ມເມື່ອ
ເມື່ອໜ້າວຽກໃດໜຶ່ງພ້ອມທົດສອບ
ຜົນທີ່ໄດ້
ບັນຊີຂໍ້ຂັດຂ້ອງທີ່ຖືກແກ້ ແລະ ຜູ້ໃຊ້ເຊັນຮັບ

ນັດທົດລອງ

  1. ແຈ້ງພະແນກທີ່ກ່ຽວຂ້ອງ ພ້ອມລາຍການທີ່ຈະລອງ
    ຜູ້ເຮັດ: ທີມພັດທະນາ

ຜູ້ໃຊ້ລອງຕົວຈິງ

  1. ພະນັກງານເຮັດວຽກຈິງຂອງຕົນຜ່ານລະບົບ
    ຜູ້ເຮັດ: ພະນັກງານ SDI
  2. ໃຊ້ໄດ້ຄົບຕາມທີ່ຕ້ອງການບໍ?
    ແມ່ນ → ບັນທຶກວ່າຜ່ານ · ບໍ່ແມ່ນ → ແຈ້ງຂໍ້ຂັດຂ້ອງ

ແກ້ໄຂ

  1. ທີມພັດທະນາແກ້ ແລ້ວແຈ້ງໃຫ້ລອງຄືນ
    ຜູ້ເຮັດ: ທີມພັດທະນາ

ຮັບຮອງ

  1. ພະແນກເຈົ້າການເຊັນຮັບໜ້າວຽກນັ້ນ
    ຜູ້ເຮັດ: ພະແນກເຈົ້າການ

ຍ້າຍລະບົບໄປໃຊ້ເທິງເຊີບເວີຈິງ Deployment to production

ເປົ້າໝາຍ
ໃຫ້ລະບົບແລ່ນຢູ່ສູນຂໍ້ມູນທາງການ ພ້ອມແຜນສຳຮອງ
ເລີ່ມເມື່ອ
ຫຼັງຜ່ານການທົດລອງໃຊ້ຈິງ
ຜົນທີ່ໄດ້
ລະບົບໃຊ້ງານໄດ້ 24 ຊົ່ວໂມງ ພ້ອມການສຳຮອງຂໍ້ມູນປະຈຳ

ກຽມເຄື່ອງແມ່ຂ່າຍ

  1. ຢືນຢັນສະເປັກ ແລະ ຮັບເຄື່ອງຈາກ ໂທລະຄົມລາວ
    ຜູ້ເຮັດ: ຜູ້ດູແລລະບົບ

ຕິດຕັ້ງ

  1. ຕິດຕັ້ງລະບົບ ແລະ ຍ້າຍຂໍ້ມູນຈາກເຄື່ອງທົດລອງ
  2. ຂໍ້ມູນຄົບ ແລະ ເປີດໃຊ້ໄດ້ປົກກະຕິບໍ?
    ແມ່ນ → ໄປຂັ້ນຕໍ່ໄປ · ບໍ່ແມ່ນ → ກັບຄືນສະພາບເດີມ ແລ້ວແກ້

ຕັ້ງການສຳຮອງ

  1. ຕັ້ງສຳຮອງຂໍ້ມູນອັດຕະໂນມັດ ແລະ ທົດລອງກູ້ຄືນ 1 ຮອບ

ເປີດໃຊ້ຈິງ

  1. ປະກາດທີ່ຢູ່ໃຊ້ງານໃຫ້ທຸກສູນ ພ້ອມຊ່ອງທາງແຈ້ງບັນຫາ

ຝຶກອົບຮົມ ແລະ ສົ່ງມອບລະບົບ Training & handover

ເປົ້າໝາຍ
ໃຫ້ພະນັກງານ SDI ໃຊ້ ແລະ ດູແລລະບົບເອງໄດ້ ຫຼັງຈົບສັນຍາ
ເລີ່ມເມື່ອ
ໄລຍະສຸດທ້າຍຂອງໂຄງການ
ຜົນທີ່ໄດ້
ບົດບັນທຶກສົ່ງມອບ ພ້ອມຄູ່ມື ແລະ ຜູ້ຮັບຜິດຊອບທີ່ຊັດເຈນ

ຈັດຫຼັກສູດຝຶກ

  1. ຈັດລາຍຊື່ຜູ້ເຂົ້າຮ່ວມຕາມບົດບາດ ແລະ ຢືນຢັນວັນທີ
    ຜູ້ເຮັດ: ພະແນກບໍລິຫານ-ແຜນການ

ຝຶກຕົວຈິງ

  1. ຝຶກຕາມບົດບາດ ດ້ວຍຂໍ້ມູນຈິງຂອງແຕ່ລະສູນ
    ຜູ້ເຮັດ: ທີມພັດທະນາ · ພະນັກງານ SDI
  2. ຜູ້ເຂົ້າຮ່ວມເຮັດວຽກຂອງຕົນຜ່ານລະບົບໄດ້ບໍ?
    ແມ່ນ → ຜ່ານ · ບໍ່ແມ່ນ → ຝຶກເສີມສະເພາະຈຸດ

ສົ່ງມອບເອກະສານ

  1. ຄູ່ມືຜູ້ໃຊ້ · ຄູ່ມືຜູ້ດູແລລະບົບ · ສິດເຂົ້າເຖິງທັງໝົດ

ລົງນາມຮັບມອບ

  1. ລົງນາມຮັບມອບ ແລະ ເລີ່ມໄລຍະຮັບປະກັນ
    ຜູ້ເຮັດ: ຄະນະນຳສະຖາບັນ

5. ຄວາມຕ້ອງການນອກໜ້າວຽກNon-Functional Requirements

ຂໍ້ກຳນົດດ້ານຄຸນນະພາບ — ວັດໄດ້ ແລະ ກວດຮັບໄດ້ ຕາມ TOR.

ລະຫັດດ້ານ ຂໍ້ກຳນົດວິທີວັດ / ກວດຮັບອ້າງອີງ
NFR-01 ປະສິດທິພາບ ຮັບການລົງທະບຽນໄດ້ 50 ລາຍ/ຊົ່ວໂມງ/ສູນ ແລະ 7 ສູນໃຊ້ພ້ອມກັນໄດ້ ທົດສອບ load ດ້ວຍຂໍ້ມູນຈຳລອງ ວັດເວລາຕອບສະໜອງສະເລ່ຍ ແລະ ອັດຕາຜິດພາດ
ເປີດເບິ່ງໃນລະບົບ →
TOR 3.5
NFR-02 ຄວາມປອດໄພ ເຂົ້າລະບົບ 2 ຊັ້ນ (PIN 2FA) ແລະ ຮັບສົ່ງຂໍ້ມູນຜ່ານ SSL/TLS ທັງໝົດ ເປີດເວັບຕ້ອງເປັນ https ສະເໝີ · ບັນຊີທົດສອບຕ້ອງຖືກຂໍ PIN ຊັ້ນທີ 2
ເປີດເບິ່ງໃນລະບົບ →
TOR 3.3
NFR-03 ການຕິດຕາມການໃຊ້ງານ ບັນທຶກ audit trail ລະອຽດ: ຜູ້ໃຊ້ · ຟິວທີ່ແກ້ · ຄ່າເກົ່າ/ໃໝ່ · ຜົນ · ເວລາ · ຄວາມພະຍາຍາມເຂົ້າໂດຍບໍ່ມີສິດ ແກ້ຂໍ້ມູນ 1 ລາຍການ ແລ້ວກວດວ່າມີບັນທຶກຄົບທຸກຊ່ອງ
ເປີດເບິ່ງໃນລະບົບ →
TOR 3.3
NFR-04 ສອງພາສາ ໜ້າຈໍໃຊ້ໄດ້ທັງພາສາລາວ ແລະ ອັງກິດ ຄົບທຸກຂໍ້ຄວາມ ສະຫຼັບພາສາແລ້ວຕ້ອງບໍ່ມີຂໍ້ຄວາມຄ້າງເປັນອີກພາສາ (ລະບົບກວດຄູ່ຄຳສັບອັດຕະໂນມັດ)
ເປີດເບິ່ງໃນລະບົບ →
TOR 3.4
NFR-05 ການແບ່ງຂໍ້ມູນຕາມສູນ ຜູ້ໃຊ້ຂອງສູນໜຶ່ງ ຕ້ອງບໍ່ເຫັນ ແລະ ບໍ່ແກ້ຂໍ້ມູນຂອງສູນອື່ນໄດ້ ເຂົ້າດ້ວຍບັນຊີສູນສາຂາ ແລ້ວກວດວ່າລາຍການທີ່ເຫັນ ມີແຕ່ຂອງສູນຕົນເອງ
ເປີດເບິ່ງໃນລະບົບ →
TOR 3.1
NFR-06 ໃຊ້ໄດ້ໃນມືຖື ໃຊ້ໄດ້ດີໃນມືຖື ແລະ ຕິດຕັ້ງເປັນແອັບໄດ້ ໂດຍບໍ່ຕ້ອງຜ່ານ app store ເປີດດ້ວຍມືຖື → ກົດຕິດຕັ້ງ → ມີໄອຄອນ ແລະ ເປີດແບບເຕັມຈໍ
ເປີດເບິ່ງໃນລະບົບ →
TOR 3.1
NFR-07 ຄວາມພ້ອມໃຊ້ ແລະ ການສຳຮອງ ມີລະບົບຕິດຕັ້ງ 2 ຊຸດ (ໃຊ້ຈິງ + ທົດສອບ) ພ້ອມສຳຮອງຂໍ້ມູນ ແລະ ຕິດຕາມສະຖານະ ກວດວ່າມີໄຟລ໌ສຳຮອງຫຼ້າສຸດ ແລະ ກູ້ຄືນທົດລອງໄດ້
ເປີດເບິ່ງໃນລະບົບ →
TOR 4
NFR-08 ການເຊື່ອມຕໍ່ກັບລະບົບອື່ນ ເປີດຊ່ອງທາງ REST API ໃຫ້ LMIS ດຶງຂໍ້ມູນໄດ້ ພ້ອມເອກະສານປະກອບ ເອີ້ນ endpoint ດ້ວຍ token ທີ່ຖືກຕ້ອງ ຕ້ອງໄດ້ຂໍ້ມູນ JSON ຄົບ
ເປີດເບິ່ງໃນລະບົບ →
TOR 3.2

6. ຄວາມຄອບຄຸມຕາມ TORTOR Traceability Matrix

ຢືນຢັນວ່າທຸກຂໍ້ໃນ TOR ມີໜ້າວຽກຮັບຜິດຊອບ — ບໍ່ມີຂໍ້ໃດຕົກຫຼົ່ນ.

TORຂໍ້ກຳນົດ ໜ້າວຽກທີ່ຮັບຜິດຊອບຄືບໜ້າ
TOR 3.1 ເວັບໄຊ: ໂປຣໄຟລ໌ສູນ, ຫຼັກສູດ + ຄ່າຮຽນ, dashboard ຂ່າວ/ຕົວຊີ້ວັດ ເວັບໄຊສາທາລະນະ / Public Website · ຈັດການສະຖາບັນ / Institutional Management 95%
TOR 3.1 ຈັດການຜູ້ເຂົ້າຝຶກ: ສະໝັກອອນລາຍ, ລົງທະບຽນ, ໂປຣໄຟລ໌, ປະຫວັດຝຶກ, ຂາດ-ມາ, ໃບຢັ້ງຢືນ, ຄະແນນ ຈັດການຜູ້ເຂົ້າຝຶກ / Trainee Lifecycle · ໃບຢັ້ງຢືນ ແລະ ຄະແນນ / Certification & Scoring 75%
TOR 3.1 ຕິດຕາມການມີວຽກເຮັດງານທຳຫຼັງຈົບການຝຶກ ຕິດຕາມການຈ້າງງານ / Employment Tracking 75%
TOR 3.1 ຈັດການຄູຝຶກ: ລົງທະບຽນ, ໂປຣໄຟລ໌, ມອບໝາຍສອນ ຈັດການຄູຝຶກ / Trainer Management 55%
TOR 3.1 ຈັດການຫຼັກສູດ: ກຸ່ມ/ລະດັບ/ວິຊາ, ຕາຕະລາງ, ຊັບພະຍາກອນ ຈັດການຫຼັກສູດ / Course Management 60%
TOR 3.1 ຈັດການສະຖາບັນ (1 SDI + 6 SDCs, ຫຼາຍສູນ) ໂຄງສ້າງຫຼາຍສູນ / Multi-Center Architecture · ໜ່ວຍງານ ແລະ ຊັ້ນ / Org Units & Hierarchy · ຈັດການສະຖາບັນ / Institutional Management 89%
TOR 3.2 ເຊື່ອມຕໍ່ກັບ LMIS (REST API + API catalogue) ເຊື່ອມ LMIS / REST API 65%
TOR 3.1 ການປະເມີນຄູຝຶກ, ການທົບທວນ ແລະ ຄຳຕິຊົມຕໍ່ສະຖາບັນ ປະເມີນຄູຝຶກ ແລະ ສະຖາບັນ / Evaluation 70%
TOR 3.1 ແອັບມືຖືສຳລັບຜູ້ຫາວຽກ ແອັບມືຖື (PWA) / Mobile App 60%
TOR 3.1 ຕິດຕາມ ແລະ ລາຍງານ: dashboard, ລາຍງານ, export Excel/PDF ຕິດຕາມ ແລະ ລາຍງານ / Monitoring & Reporting 84%
TOR 3.3 ຈັດການຜູ້ໃຊ້ ແລະ ບົດບາດ (RBAC) ບົດບາດ ແລະ ສິດ / Roles & Permissions 90%
TOR 3.3 ຄວາມປອດໄພ: 2FA ດ້ວຍ PIN, SSL/TLS ຄວາມປອດໄພ: PIN 2FA + SSL/TLS 85%
TOR 3.3 Audit trail ລະອຽດ (ຜູ້ໃຊ້, ຟິວທີ່ແກ້, ຜົນ, ຄວາມພະຍາຍາມເຈາະລະບົບ, ເວລາ) ເສີມ Audit Trail / Audit Hardening 85%
TOR 3.4 ໜ້າຈໍສອງພາສາ ລາວ + ອັງກິດ ຕົວຕົນ ແລະ ໂລໂກ້ / Branding 98%
TOR 3.5 ປະສິດທິພາບ: 50 ການລົງທະບຽນ/ຊົ່ວໂມງ/ສູນ, 7 ສູນພ້ອມກັນ; ທົດສອບ QA ແລະ load ທົດສອບ QA / QA & Testing 88%
TOR 4 ຕິດຕັ້ງທີ່ data centre ຂອງ SDI (production + QA), backup ແລະ monitoring ຕິດຕັ້ງ QA + Production / Deployment 15%
TOR 5 ຝຶກອົບຮົມ, ຄູ່ມື, ສົ່ງມອບ source code, UAT sign-off ຝຶກອົບຮົມ · ເອກະສານ · ສົ່ງມອບ / Training & Handover 58%

7. ຂໍ້ສົມມຸດ ຂໍ້ຈຳກັດ ແລະ ຂໍ້ຕິດຄ້າງAssumptions, Constraints & Blockers

ເງື່ອນໄຂທີ່ຄວາມຕ້ອງການຂ້າງເທິງອີງໃສ່. ຂໍ້ຕິດຄ້າງອ່ານສົດຈາກກະດານ.

ປະເພດລາຍລະອຽດ
ຂໍ້ສົມມຸດ ສະຖາບັນເປັນຜູ້ສະໜອງຂໍ້ມູນຕັ້ງຕົ້ນ (ສູນ · ພະແນກ · ຫຼັກສູດ · ຄູຝຶກ · ຜູ້ເຂົ້າຝຶກ) ຕາມບັນຊີທີ່ຕົກລົງກັນ
ຂໍ້ສົມມຸດ ຜູ້ໃຊ້ທຸກຄົນເຂົ້າລະບົບຜ່ານອິນເຕີເນັດດ້ວຍ browser ທີ່ທັນສະໄໝ — ບໍ່ຕ້ອງຕິດຕັ້ງໂປຣແກຣມໃນເຄື່ອງ
ຂໍ້ຈຳກັດ ພັດທະນາຕໍ່ຍອດຈາກຊຸດຊອບແວບໍລິຫານສະຖາບັນທີ່ມີຢູ່ ຈຶ່ງຕ້ອງຮັກສາໂຄງສ້າງພື້ນຖານເດີມໄວ້
ຂໍ້ຈຳກັດ ເຄື່ອງແມ່ຂ່າຍໃຊ້ບໍລິການຝາກຂອງ ໂທລະຄົມລາວ ຕາມສັນຍາ 1 ປີ — ຕ້ອງວາງແຜນຕໍ່ອາຍຸ ຫຼື ຍ້າຍກ່ອນໝົດກຳນົດ
ຂໍ້ຕິດຄ້າງ
ຂໍ້ຕິດຄ້າງ
ຂໍ້ຕິດຄ້າງ
ຂໍ້ຕິດຄ້າງ
ຂໍ້ຕິດຄ້າງ
ຂໍ້ຕິດຄ້າງ
ຂໍ້ຕິດຄ້າງ

8. ການຮັບຮອງເອກະສານApproval

ຂໍການຮັບຮອງ ຜົນສົ່ງມອບ D1

ຂໍໃຫ້ສະຖາບັນພິຈາລະນາຮັບຮອງເອກະສານສະບັບນີ້ ເພື່ອໃຫ້ວຽກພັດທະນາ (D3) ດຳເນີນຕໍ່ໄດ້ຢ່າງໝັ້ນໃຈ. ຖ້າມີຂໍ້ໃດຕ້ອງແກ້ ຫຼື ເພີ່ມ ກະລຸນາໝາຍລົງໃນຊ່ອງຂ້າງລຸ່ມ.

ຮັບຮອງທັງໝົດ — ເລີ່ມ/ສືບຕໍ່ວຽກພັດທະນາຕາມເອກະສານນີ້
ຮັບຮອງໂດຍມີເງື່ອນໄຂ — ໃຫ້ແກ້ຂໍ້ທີ່ໝາຍໄວ້ກ່ອນ

ຂໍ້ສັງເກດ / ຂໍ້ທີ່ຕ້ອງແກ້:

ຜູ້ຈັດທຳ — ທີມພັດທະນາ SD MISວັນທີ ......... / ......... / .........
ຜູ້ຮັບຮອງ — ຄະນະນຳສະຖາບັນພັດທະນາສີມືແຮງງານວັນທີ ......... / ......... / .........
ສັນຍາ C2.2-C-4 · ຜົນສົ່ງມອບ D1 · ເວີຊັນລະບົບ — ສ້າງອັດຕະໂນມັດຈາກລະບົບ ເມື່ອ 16/09/2026 21:51