ຜູ້ພັດທະນາລະບົບ
ເອກະສານນີ້ຕອບຄຳຖາມດຽວ: “ຈະເອົາລະບົບໄປໃຊ້ວຽກຈິງແນວໃດ ເລີ່ມຈາກຂໍ້ໃດ” ແບ່ງເປັນ 8 ຂັ້ນ ຮຽງຕາມລຳດັບທີ່ຕ້ອງເຮັດ — ຂັ້ນຫຼັງຕ້ອງລໍຂັ້ນກ່ອນໜ້າ. ສະຖານະທຸກຂໍ້ອ່ານຈາກຂໍ້ມູນຈິງໃນລະບົບ ຕອນເປີດໜ້ານີ້.
ວຽກທີ່ລະບົບກວດໃຫ້ໄດ້ເອງມີ 27 ຂໍ້ — ສຳເລັດແລ້ວ 10 ຂໍ້. ອີກ 9 ຂໍ້ ຕ້ອງໝາຍດ້ວຍມືຕອນກວດຮັບ.
ແຕ່ລະຂັ້ນບອກ: ເປົ້າໝາຍ · ໃຜເຮັດ · ຕ້ອງລໍຫຍັງກ່ອນ · ໃຊ້ເວລາເທົ່າໃດ · ວຽກທີ່ຕ້ອງເຮັດພ້ອມໜ້າຈໍ · ແລະ ວິທີກວດວ່າຂັ້ນນັ້ນສຳເລັດແທ້.
ໃຫ້ລະບົບເປັນຂອງ SDI ຢ່າງເປັນທາງການ ແລະ ມີໂຄງສ້າງອົງກອນຄົບ ກ່ອນຈະປ້ອນຂໍ້ມູນວຽກໃດໆ.
| ວຽກທີ່ຕ້ອງເຮັດ | ສະຖານະ | |
|---|---|---|
| ✓ |
1. ຕັ້ງຊື່ທາງການ · ທີ່ຢູ່ · ເບີໂທ · ອີເມວ ຂອງສະຖາບັນ
ຂໍ້ມູນນີ້ຈະຂຶ້ນຢູ່ຫົວເອກະສານທຸກສະບັບທີ່ພິມອອກ ລວມທັງໃບຢັ້ງຢືນ ຈຶ່ງຕ້ອງໃຊ້ຂໍ້ຄວາມທາງການ.
📍 ຕັ້ງຄ່າລະບົບ → ຕັ້ງຄ່າທົ່ວໄປ — ເປີດໜ້ານີ້
|
ພ້ອມແລ້ວ
1 / 1 ລາຍການ
|
| ✓ |
2. ອັບໂຫຼດຕາສັນຍາລັກ ແລະ ໄອຄອນຂອງເວັບ
ໃຊ້ໄຟລ໌ພື້ນໃສ (PNG) ຈຶ່ງຈະສວຍທັງພື້ນຂາວ ແລະ ພື້ນສີ.
📍 ຕັ້ງຄ່າລະບົບ → ຕັ້ງຄ່າທົ່ວໄປ — ເປີດໜ້ານີ້
|
ພ້ອມແລ້ວ
1 / 1 ໄຟລ໌
|
|
3. ຢືນຢັນລາຍຊື່ 7 ສູນ ພ້ອມ ທີ່ຢູ່ · ເບີໂທ · ອີເມວ · ຊື່ຫົວໜ້າສູນ
ຊື່ ແລະ ແຂວງ ມີແລ້ວ; ຍັງຂາດ ທີ່ຢູ່ · ເບີໂທ · ອີເມວ · ຫົວໜ້າສູນ ຂອງແຕ່ລະສູນ.
📍 ສູນ ແລະ ໜ່ວຍງານ → ລາຍການສູນ — ເປີດໜ້ານີ້
|
ຍັງບໍ່ເລີ່ມ
0 / 7 ສູນ
|
|
| • |
4. ສ້າງໂຄງຮ່າງການຈັດຕັ້ງ: ພະແນກ ແລະ ຂະແໜງ ຂອງສູນກາງ ແລະ ຂອງ 6 ສູນສາຂາ
ສູນກາງມີ ຄະນະນຳ + 5 ພະແນກ ແລ້ວ. ໃຫ້ຕື່ມພະແນກ/ຫ້ອງການ ຂອງແຕ່ລະສູນສາຂາ ແລ້ວກວດແຜນຜັງ.
📍 ສູນ ແລະ ໜ່ວຍງານ → ຈັດການໜ່ວຍງານ — ເປີດໜ້ານີ້
|
ກຳລັງເຮັດ
1 / 7 ສູນ
|
| ✓ |
5. ຢືນຢັນບັນຊີຕຳແໜ່ງພະນັກງານ ໃຫ້ກົງກັບຕົວຈິງ
ມີ 11 ຕຳແໜ່ງແລ້ວ — ຕື່ມ ຫຼື ແກ້ ໃຫ້ກົງກັບໂຄງສ້າງບຸກຄະລາກອນຈິງ.
📍 ບຸກຄະລາກອນ → ຕຳແໜ່ງ — ເປີດໜ້ານີ້
|
ພ້ອມແລ້ວ
11 / 5 ຕຳແໜ່ງ
|
ໃຫ້ພະນັກງານແຕ່ລະຄົນມີບັນຊີຂອງຕົນ ເຫັນສະເພາະສູນ ແລະ ໜ້າວຽກຂອງຕົນ.
| ວຽກທີ່ຕ້ອງເຮັດ | ສະຖານະ | |
|---|---|---|
| ✓ |
1. ຕິດຕັ້ງບົດບາດ 4 ຢ່າງ ຕາມສັນຍາ ແລ້ວກວດສິດຂອງແຕ່ລະບົດບາດ
ຜູ້ດູແລລະບົບສູນກາງ · ຜູ້ຄຸ້ມຄອງສູນ · ພະນັກງານທະບຽນ · ຄູຝຶກ — ກົດປຸ່ມຕິດຕັ້ງແລ້ວກວດຄືນ.
📍 ສູນ ແລະ ໜ່ວຍງານ → ບົດບາດ ແລະ ການຜູກສູນ — ເປີດໜ້ານີ້
|
ພ້ອມແລ້ວ
4 / 4 ບົດບາດ
|
| ✓ |
2. ບັນທຶກພະນັກງານ ແລະ ຄູຝຶກ ຈິງ ເຂົ້າລະບົບ
ໃສ່ ຊື່ · ເບີໂທ (ໃຊ້ເຂົ້າລະບົບ) · ຕຳແໜ່ງ · ພະແນກ · ສູນ. ຖ້າມີຫຼາຍຄົນ ໃຫ້ນຳເຂົ້າເປັນຊຸດຈາກແບບຟອມ.
📍 ບຸກຄະລາກອນ → ພະນັກງານ — ເປີດໜ້ານີ້
|
ພ້ອມແລ້ວ
63 / 7 ຄົນ
|
| ✓ |
3. ຜູກພະນັກງານທຸກຄົນເຂົ້າ ສູນ ແລະ ພະແນກ ທີ່ສັງກັດ
ຜູກໄດ້ຫຼາຍຄົນພ້ອມກັນຈາກໜ້າດຽວ. ຜູ້ທີ່ບໍ່ໄດ້ຜູກສູນ ຈະເຫັນຂໍ້ມູນຜິດສູນ.
📍 ສູນ ແລະ ໜ່ວຍງານ → ບົດບາດ ແລະ ການຜູກສູນ — ເປີດໜ້ານີ້
|
ພ້ອມແລ້ວ
72 / 72 ຄົນ
|
| ✎ |
4. ທົດລອງເຂົ້າລະບົບດ້ວຍທຸກບົດບາດ ແລ້ວກວດວ່າເຫັນເມນູຖືກ
ຢ່າງໜ້ອຍ 1 ບັນຊີຕໍ່ບົດບາດ. ຜູ້ຄຸ້ມຄອງສູນສາຂາ ຕ້ອງບໍ່ເຫັນຂໍ້ມູນຂອງສູນອື່ນ.
📍 ໜ້າເຂົ້າລະບົບ — ເປີດໜ້ານີ້
|
ກວດດ້ວຍມື |
|
5. ລຶບບັນຊີທົດລອງອອກ ກ່ອນເປີດໃຊ້ລະບົບຈິງ
ບັນຊີທົດລອງມີໄວ້ສຳລັບຝຶກອົບຮົມ ແລະ ກວດຮັບເທົ່ານັ້ນ — ຫ້າມປະໄວ້ໃນລະບົບຈິງ.
📍 ຜູ້ດູແລລະບົບເປັນຜູ້ດຳເນີນການ
|
ຍັງບໍ່ເລີ່ມ
0 / 1 ລາຍການ
|
ໃຫ້ມີໂຄງຫຼັກສູດພ້ອມ ກ່ອນຮັບຜູ້ເຂົ້າຝຶກເຂົ້າມາ.
| ວຽກທີ່ຕ້ອງເຮັດ | ສະຖານະ | |
|---|---|---|
|
1. ຕັ້ງສົກຝຶກປັດຈຸບັນ ໃຫ້ເປັນສົກທີ່ໃຊ້ງານ
ຂໍ້ມູນທຸກຢ່າງ (ຮຸ່ນ · ຄະແນນ · ຄ່າຮຽນ) ຜູກກັບສົກ ຈຶ່ງຕ້ອງຕັ້ງໃຫ້ຖືກກ່ອນ.
📍 ຕັ້ງຄ່າລະບົບ → ສົກຝຶກ — ເປີດໜ້ານີ້
|
ຍັງບໍ່ເລີ່ມ
0 / 1 ສົກ
|
|
| ✓ |
2. ເລືອກສາຂາອາຊີບທີ່ແຕ່ລະສູນເປີດສອນ ຈາກບັນຊີມາດຕະຖານແຫ່ງຊາດ
ມີບັນຊີ 56 ສາຂາ ໃນ 8 ຂະແໜງແລ້ວ — ໃຊ້ເປັນຕົ້ນທາງໃນການຕັ້ງຊື່ຫຼັກສູດ ໃຫ້ກົງມາດຕະຖານ.
📍 ບັນຊີສາຂາອາຊີບ — ເປີດໜ້ານີ້
|
ພ້ອມແລ້ວ
56 / 1 ສາຂາ
|
| ✓ |
3. ສ້າງຫຼັກສູດ ພ້ອມ ໄລຍະຝຶກ ແລະ ຈຳນວນຮັບ
ໜຶ່ງຫຼັກສູດ = ໜຶ່ງສາຂາ ໜຶ່ງລະດັບ. ຕັ້ງຊື່ໃຫ້ກົງກັບໃບຢັ້ງຢືນທີ່ຈະອອກ.
📍 ຂໍ້ມູນຫຼັກສູດ → ຫຼັກສູດ — ເປີດໜ້ານີ້
|
ພ້ອມແລ້ວ
19 / 1 ຫຼັກສູດ
|
| ✓ |
4. ສ້າງຮຸ່ນຝຶກ (ພາກເຊົ້າ / ພາກບ່າຍ ຫຼື ຮຸ່ນທີ 1, 2 …)
ຮຸ່ນຄືກຸ່ມຜູ້ເຂົ້າຝຶກທີ່ຮຽນພ້ອມກັນ — ໃຊ້ແຍກຜາກເຊົ້າ/ບ່າຍ ຫຼື ແຍກຕາມສູນ.
📍 ຂໍ້ມູນຫຼັກສູດ → ຮຸ່ນ — ເປີດໜ້ານີ້
|
ພ້ອມແລ້ວ
3 / 1 ຮຸ່ນ
|
|
5. ສ້າງວິຊາ ແລ້ວຜູກເຂົ້າແຕ່ລະຫຼັກສູດ
ວິຊາຄືສິ່ງທີ່ຈະໃຫ້ຄະແນນ ແລະ ຂຶ້ນຢູ່ໃບຄະແນນ ຈຶ່ງຄວນແບ່ງໃຫ້ກົງກັບການສອນຈິງ.
📍 ຂໍ້ມູນຫຼັກສູດ → ວິຊາ — ເປີດໜ້ານີ້
|
ຍັງບໍ່ເລີ່ມ
0 / 1 ວິຊາ
|
|
|
6. ຈັດຕາຕະລາງຝຶກ ແລະ ມອບໝາຍຄູຝຶກປະຈຳວິຊາ
ຕາຕະລາງນີ້ຈະໄປຂຶ້ນໃນໜ້າຈໍຂອງຄູຝຶກ ແລະ ຜູ້ເຂົ້າຝຶກ ອັດຕະໂນມັດ.
📍 ຂໍ້ມູນຫຼັກສູດ → ຕາຕະລາງຝຶກ — ເປີດໜ້ານີ້
|
ຍັງບໍ່ເລີ່ມ
0 / 1 ຊ່ອງເວລາ
|
ໃຫ້ຄູຝຶກທຸກຄົນເຂົ້າລະບົບເອງໄດ້ ແລະ ຮູ້ວ່າຕົນຮັບຜິດຊອບຫຼັກສູດໃດ.
| ວຽກທີ່ຕ້ອງເຮັດ | ສະຖານະ | |
|---|---|---|
| • |
1. ຕື່ມຂໍ້ມູນຄູຝຶກໃຫ້ຄົບ: ວຸດທິ · ປະສົບການ · ຄວາມຊຳນານ · ເອກະສານແນບ
ຂໍ້ມູນນີ້ໃຊ້ໃນລາຍງານຄວາມພ້ອມຂອງຄູຝຶກ ແລະ ໃນການແບ່ງພາລະການສອນ.
📍 ບຸກຄະລາກອນ → ພະນັກງານ — ເປີດໜ້ານີ້
|
ກຳລັງເຮັດ
4 / 72 ຄົນ
|
|
2. ມອບໝາຍຄູຝຶກປະຈຳຫຼັກສູດ ແລະ ປະຈຳວິຊາ
ຄູຝຶກປະຈຳຫຼັກສູດ = ຜູ້ຮັບຜິດຊອບຮຸ່ນນັ້ນທັງໝົດ (ບັນທຶກການເຂົ້າຮຽນໄດ້).
📍 ຂໍ້ມູນຫຼັກສູດ → ມອບໝາຍຄູຝຶກ — ເປີດໜ້ານີ້
|
ຍັງບໍ່ເລີ່ມ
0 / 1 ການມອບໝາຍ
|
|
| ✎ |
3. ແຈກບັນຊີໃຫ້ຄູຝຶກ ແລະ ໃຫ້ລອງເຂົ້າລະບົບ
ຄູຝຶກເຂົ້າດ້ວຍເບີໂທ. ໃຫ້ປ່ຽນລະຫັດຜ່ານໃນຄັ້ງທຳອິດ.
📍 ໜ້າເຂົ້າລະບົບ — ເປີດໜ້ານີ້
|
ກວດດ້ວຍມື |
ເລີ່ມວຽກປະຈຳວັນຈິງ — ນີ້ຄືຫົວໃຈຂອງລະບົບ.
| ວຽກທີ່ຕ້ອງເຮັດ | ສະຖານະ | |
|---|---|---|
| ✎ |
1. ເປີດແບບຟອມສະໝັກອອນລາຍ ຫຼື ບັນທຶກຜູ້ສະໝັກເອງ
ຮັບຜ່ານເວັບໄດ້ ຫຼື ພະນັກງານທະບຽນປ້ອນແທນຈາກແບບຟອມເຈ້ຍ ກໍໄດ້.
📍 ຜູ້ເຂົ້າຝຶກ → ຮັບສະໝັກອອນລາຍ — ເປີດໜ້ານີ້
|
ກວດດ້ວຍມື |
|
2. ອະນຸມັດຜູ້ສະໝັກ ແລ້ວລົງທະບຽນເຂົ້າຫຼັກສູດ ແລະ ຮຸ່ນ
ເມື່ອລົງທະບຽນແລ້ວ ຜູ້ເຂົ້າຝຶກຈະຖືກຜູກເຂົ້າສູນຂອງຜູ້ບັນທຶກອັດຕະໂນມັດ.
📍 ຜູ້ເຂົ້າຝຶກ → ລົງທະບຽນຜູ້ເຂົ້າຝຶກ — ເປີດໜ້ານີ້
|
ຍັງບໍ່ເລີ່ມ
0 / 1 ຄົນ
|
|
|
3. ກວດວ່າຜູ້ເຂົ້າຝຶກຢູ່ໃນຮຸ່ນຖືກຕ້ອງ
ຄົນທີ່ຍັງບໍ່ຖືກຈັດເຂົ້າຮຸ່ນ ຈະບໍ່ຂຶ້ນໃນບັນຊີເຊັກຊື່ ແລະ ໃນໃບຄະແນນ.
📍 ຜູ້ເຂົ້າຝຶກ → ລາຍຊື່ຜູ້ເຂົ້າຝຶກ — ເປີດໜ້ານີ້
|
ຍັງບໍ່ເລີ່ມ
0 / 1 ການລົງທະບຽນ
|
|
|
4. ບັນທຶກການເຂົ້າຮຽນປະຈຳວັນ
ຄູຝຶກເຊັກຊື່ໄດ້ເອງທຸກມື້ — ຕົວເລກນີ້ຈະໄປຂຶ້ນລາຍງານ ແລະ ໜ້າຫຼັກທັນທີ.
📍 ຜູ້ເຂົ້າຝຶກ → ການເຂົ້າຮຽນ — ເປີດໜ້ານີ້
|
ຍັງບໍ່ເລີ່ມ
0 / 1 ບັນທຶກ
|
ປິດວົງຈອນຂອງຮຸ່ນຝຶກ — ຈາກຄະແນນ ໄປຫາໃບຢັ້ງຢືນທີ່ພິມໄດ້.
| ວຽກທີ່ຕ້ອງເຮັດ | ສະຖານະ | |
|---|---|---|
|
1. ສ້າງການສອບເສັງ ແລະ ກຳນົດເກນຄະແນນຜ່ານ
ກຳນົດຄະແນນເຕັມ ແລະ ຄະແນນຜ່ານ ຂອງແຕ່ລະວິຊາ ໃຫ້ກົງກັບລະບຽບການຝຶກ.
📍 ການສອບເສັງ → ຈັດການການສອບເສັງ — ເປີດໜ້ານີ້
|
ຍັງບໍ່ເລີ່ມ
0 / 1 ການສອບເສັງ
|
|
|
2. ປ້ອນຄະແນນ ແລະ ອອກໃບຄະແນນ
ຄູຝຶກປ້ອນຄະແນນວິຊາຂອງຕົນເອງໄດ້ — ລະບົບລວມຄະແນນ ແລະ ຕັດສິນຜ່ານ/ບໍ່ຜ່ານໃຫ້.
📍 ການສອບເສັງ → ປ້ອນຄະແນນ — ເປີດໜ້ານີ້
|
ຍັງບໍ່ເລີ່ມ
0 / 1 ຜົນຄະແນນ
|
|
| ✓ |
3. ຕັ້ງແມ່ແບບໃບຢັ້ງຢືນ ພ້ອມ ຕາປະທັບ ແລະ ຜູ້ມີສິດລົງນາມ
ໃສ່ແມ່ແບບຕາມແບບຟອມທາງການຂອງ SDI ລວມທັງລະດັບ 1–5 ແລະ ລະຫັດອາຊີບ.
📍 ໃບຢັ້ງຢືນ → ແມ່ແບບໃບຢັ້ງຢືນ — ເປີດໜ້ານີ້
|
ພ້ອມແລ້ວ
1 / 1 ແມ່ແບບ
|
| ✎ |
4. ອອກໃບຢັ້ງຢືນໃຫ້ຜູ້ຈົບ ແລ້ວພິມກວດ 1 ໃບ
ພິມໃສ່ເຈ້ຍຈິງ 1 ໃບ ເພື່ອກວດຂອບ ແລະ ຕຳແໜ່ງລາຍເຊັນ ກ່ອນອອກເປັນຊຸດ.
📍 ໃບຢັ້ງຢືນ → ອອກໃບຢັ້ງຢືນ — ເປີດໜ້ານີ້
|
ກວດດ້ວຍມື |
ໃຫ້ຕົວເລກທີ່ຕ້ອງລາຍງານກະຊວງ ອອກມາຈາກລະບົບໂດຍບໍ່ຕ້ອງນັບມື.
| ວຽກທີ່ຕ້ອງເຮັດ | ສະຖານະ | |
|---|---|---|
|
1. ບັນທຶກທະບຽນນາຍຈ້າງ ແລະ ບໍລິສັດຄູ່ຮ່ວມ
ນາຍຈ້າງເປັນຕົວເຊື່ອມ ລະຫວ່າງຜູ້ຈົບຝຶກ ກັບ ຕົວເລກອັດຕາການມີວຽກ.
📍 ຕິດຕາມການຈ້າງງານ → ນາຍຈ້າງ — ເປີດໜ້ານີ້
|
ຍັງບໍ່ເລີ່ມ
0 / 1 ນາຍຈ້າງ
|
|
|
2. ບັນທຶກສະຖານະການມີວຽກຂອງຜູ້ຈົບແຕ່ລະຄົນ
ອັບເດດເປັນຮອບ (ເຊັ່ນ 3 ເດືອນ ແລະ 6 ເດືອນ ຫຼັງຈົບ) ຈຶ່ງໄດ້ຕົວເລກທີ່ໃຊ້ອ້າງອີງໄດ້.
📍 ຕິດຕາມການຈ້າງງານ — ເປີດໜ້ານີ້
|
ຍັງບໍ່ເລີ່ມ
0 / 1 ບັນທຶກ
|
|
|
3. ໃຫ້ຜູ້ເຂົ້າຝຶກປະເມີນຄູຝຶກ ແລະ ສູນ
ເຮັດທ້າຍຮຸ່ນ — ຜົນສະເລ່ຍໃຊ້ໃນການປັບປຸງການສອນ ແລະ ໃນລາຍງານປະຈຳປີ.
📍 ການປະເມີນ — ເປີດໜ້ານີ້
|
ຍັງບໍ່ເລີ່ມ
0 / 1 ການປະເມີນ
|
|
|
4. ສ້າງກະແຈເຊື່ອມຂໍ້ມູນ ສຳລັບສົ່ງຕົວເລກໃຫ້ລະບົບຂໍ້ມູນຕະຫຼາດແຮງງານ
ອອກກະແຈໃຫ້ໜ່ວຍງານປາຍທາງ 1 ກະແຈ ຕໍ່ 1 ໜ່ວຍງານ ຈຶ່ງຖອນຄືນສະເພາະລາຍໄດ້.
📍 ການເຊື່ອມຕໍ່ຂໍ້ມູນ — ເປີດໜ້ານີ້
|
ຍັງບໍ່ເລີ່ມ
0 / 1 ກະແຈ
|
ຍ້າຍຂຶ້ນເຄື່ອງແມ່ຂ່າຍຈິງ ຝຶກຜູ້ໃຊ້ ແລະ ລົງນາມກວດຮັບ.
| ວຽກທີ່ຕ້ອງເຮັດ | ສະຖານະ | |
|---|---|---|
| ✎ |
1. ຕິດຕັ້ງລະບົບເທິງເຄື່ອງແມ່ຂ່າຍຈິງ ແລະ ເຄື່ອງທົດສອບ
ຕ້ອງໄດ້ ສະເປັກເຄື່ອງ · ສິດເຂົ້າເຖິງ · ຊື່ເວັບ ຈາກຜູ້ໃຫ້ບໍລິການກ່ອນ.
📍 ດຳເນີນການໂດຍທີມພັດທະນາ
|
ກວດດ້ວຍມື |
| ✎ |
2. ຕັ້ງການສຳຮອງຂໍ້ມູນອັດຕະໂນມັດ ແລະ ທົດລອງກູ້ຄືນ
ການສຳຮອງທີ່ບໍ່ເຄີຍທົດລອງກູ້ຄືນ ຖືວ່າຍັງໃຊ້ບໍ່ໄດ້.
📍 ດຳເນີນການໂດຍທີມພັດທະນາ ຮ່ວມກັບ ຜູ້ດູແລລະບົບ SDI
|
ກວດດ້ວຍມື |
| ✎ |
3. ຝຶກອົບຮົມຄົບ 5 ຫຼັກສູດ ຕາມຕາຕະລາງຂ້າງລຸ່ມ
ຝຶກດ້ວຍຂໍ້ມູນຈິງຂອງແຕ່ລະສູນ ບໍ່ແມ່ນຂໍ້ມູນສົມມຸດ ຈຶ່ງໃຊ້ວຽກໄດ້ທັນທີ.
📍 ຫ້ອງຝຶກ ຂອງ SDI
|
ກວດດ້ວຍມື |
| ✎ |
4. ໄລ່ກວດຮັບຕາມແຜນທົດສອບ ແລ້ວບັນທຶກຜົນທຸກຂໍ້
ຂໍ້ໃດບໍ່ຜ່ານ ໃຫ້ບັນທຶກໄວ້ ແລ້ວແກ້ ຈຶ່ງກວດຄືນ — ບໍ່ຂ້າມ.
📍 ກະດານພັດທະນາ → ໃສ່ຜົນເປັນຂໍ້ຄວາມໃນແຕ່ລະໜ້າວຽກ — ເປີດໜ້ານີ້
|
ກວດດ້ວຍມື |
| ✎ |
5. ລົງນາມກວດຮັບ ແລະ ຮັບມອບ ຄູ່ມື · ບົດຝຶກ · ລະຫັດຕົ້ນສະບັບ
ຫຼັງລົງນາມ ຈຶ່ງເລີ່ມນັບໄລຍະຮັບປະກັນ 12 ເດືອນ.
📍 ເອກະສານທາງການ ລະຫວ່າງ SDI ກັບ ທີມພັດທະນາ
|
ກວດດ້ວຍມື |
ຝຶກຕາມບົດບາດ ບໍ່ແມ່ນຝຶກລວມ — ແຕ່ລະຄົນຮຽນສະເພາະສິ່ງທີ່ຕົນຕ້ອງໃຊ້. ທຸກຫຼັກສູດຝຶກດ້ວຍ ຂໍ້ມູນຈິງຂອງສູນຕົນ ຈຶ່ງເອົາໄປໃຊ້ວຽກໄດ້ທັນທີ ແລະ ມີເກນວັດຜົນຊັດເຈນ.
ໝາຍຕິກທຸກຂໍ້ ກ່ອນລົງນາມກວດຮັບ. ຫຼັງລົງນາມ ຈຶ່ງເລີ່ມນັບໄລຍະຮັບປະກັນ 12 ເດືອນ ນັບແຕ່ operational acceptance.
ໃຊ້ໃນມື້ຝຶກອົບຮົມ ແລະ ມື້ທົດລອງໃຊ້ຈິງ (UAT) — ພະແນກອ່ານສະເພາະສ່ວນຂອງຕົນ ແລ້ວເຮັດຕາມໄດ້ເລີຍ. ຂໍ້ມູນທີ່ແຕ່ລະພະແນກຕ້ອງສົ່ງ ຢູ່ ຊຸດກຽມພ້ອມລາຍພະແນກ.
| ເຮັດຫຍັງ | ຄວນເຫັນຫຍັງ | ໜ້າທີ່ໃຊ້ |
|---|---|---|
| ເປີດ ລາຍງານຄວາມຄືບໜ້າ ແລ້ວກົດພິມເປັນ PDF | ໄດ້ເອກະສານທາງການ ມີຫົວກະຊວງ-ສະຖາບັນ ພ້ອມຊ່ອງລົງນາມ | admin/masterplan/report |
| ເປີດ ລາຍງານໜ້າວຽກ → ແຍກຕາມພະແນກ ເລືອກເບິ່ງເປັນລາຍພະແນກ | ເຫັນວ່າແຕ່ລະພະແນກມີໜ້າວຽກຫຍັງ ແລະ ຄືບໜ້າເທົ່າໃດ | admin/masterplan/works?by=unit |
| ເປີດ ລາຍງານຄວາມຄືບໜ້າ ພາກ 6 ແລະ 8 — ອັດຕາຄວາມຄືບໜ້າ ແລະ ຂໍ້ຕິດຄ້າງ | ເຫັນວ່າວຽກທັນກຳນົດສັນຍາ 30/11/2026 ຫຼື ບໍ່ | admin/masterplan/report |
| ເຮັດຫຍັງ | ຄວນເຫັນຫຍັງ | ໜ້າທີ່ໃຊ້ |
|---|---|---|
| ເປີດ ສູນ ແລະ ໜ່ວຍງານ → ກວດວ່າ 7 ສູນ ຊື່ ແລະ ແຂວງ ຖືກຕ້ອງ | ຊື່ທາງການຕົງກັບເອກະສານຂອງສະຖາບັນ ບໍ່ມີສະກົດຜິດ | admin/center |
| ເປີດ ໂຄງຮ່າງການຈັດຕັ້ງ → ກົດຂະຫຍາຍ/ຫຍໍ້ ແລ້ວພິມອອກ | ແຜນຜັງສະແດງ ຄະນະນຳ + 5 ພະແນກ ຖືກຕາມຄວາມຈິງ | admin/orgunit |
| ເຂົ້າລະບົບດ້ວຍບັນຊີທົດລອງ 4 ບົດບາດ ຕາມລຳດັບ | ແຕ່ລະບົດບາດເຫັນເມນູ ແລະ ຂໍ້ມູນຕ່າງກັນ — ຄູຝຶກຕ້ອງບໍ່ເຫັນເມນູຈັດການສູນ | site/login |
| ເຂົ້າດ້ວຍຜູ້ຄຸ້ມຄອງສາຂາ 2 ສູນຕ່າງກັນ | ແຕ່ລະສູນເຫັນສະເພາະຂໍ້ມູນສູນຕົນ — ບໍ່ເຫັນຂອງສູນອື່ນ | site/login |
| ເຮັດຫຍັງ | ຄວນເຫັນຫຍັງ | ໜ້າທີ່ໃຊ້ |
|---|---|---|
| ເປີດ ບັນຊີສາຂາອາຊີບ → ກັ່ນຕອງຕາມຂະແໜງ ແລະ ຄົ້ນຫາຊື່ສາຂາ | 56 ສາຂາ ໃນ 8 ຂະແໜງ ຊື່ລາວ/ອັງກິດ ແລະ ລະດັບ ຖືກຕ້ອງ | admin/occupation |
| ສ້າງຫຼັກສູດຕົວຢ່າງ 1 ຫຼັກສູດ ຜູກກັບສາຂາອາຊີບ ແລະ ສູນ | ຫຼັກສູດປາກົດໃນລາຍການ ແລະ ເລືອກໄດ້ຕອນລົງທະບຽນຜູ້ເຂົ້າຝຶກ | classes |
| ມອບໝາຍຄູຝຶກເຂົ້າຫຼັກສູດນັ້ນ | ຄູຝຶກເຫັນຫຼັກສູດຂອງຕົນ ຕອນເຂົ້າລະບົບດ້ວຍບົດບາດຄູຝຶກ | admin/staff |
| ເຮັດຫຍັງ | ຄວນເຫັນຫຍັງ | ໜ້າທີ່ໃຊ້ |
|---|---|---|
| ລົງທະບຽນຜູ້ເຂົ້າຝຶກໃໝ່ 1 ຄົນ ຜ່ານໜ້າ ເພີ່ມຜູ້ເຂົ້າຝຶກ | ບັນທຶກສຳເລັດ ແລະ ຄົ້ນຫາເຫັນທັນທີ ພ້ອມເລກທະບຽນອັດຕະໂນມັດ | student/create |
| ບັນທຶກການເຂົ້າຮຽນຂອງຫ້ອງນັ້ນ 1 ມື້ | ບັນທຶກ ມາຮຽນ/ຂາດ/ມາຊ້າ ໄດ້ ແລະ ສະຫຼຸບຕົວເລກຖືກ | admin/stuattendence |
| ໃສ່ຄະແນນສອບເສັງໃຫ້ຜູ້ເຂົ້າຝຶກ | ຄະແນນບັນທຶກໄດ້ ແລະ ອອກໃບຄະແນນ/ໃບຢັ້ງຢືນໄດ້ | admin/examgroup |
| ເຂົ້າດ້ວຍບົດບາດ ຄູຝຶກ ແລ້ວເບິ່ງວ່າເຫັນຫຍັງ | ຄູຝຶກເຫັນສະເພາະຫ້ອງ ແລະ ຜູ້ເຂົ້າຝຶກຂອງສູນຕົນ | site/login |
| ເຮັດຫຍັງ | ຄວນເຫັນຫຍັງ | ໜ້າທີ່ໃຊ້ |
|---|---|---|
| ເພີ່ມນາຍຈ້າງ 1 ລາຍ ແລ້ວບັນທຶກວ່າຜູ້ຈົບຝຶກໄປເຮັດວຽກຢູ່ນັ້ນ | ສະຖານະການມີວຽກປ່ຽນ ແລະ ອັດຕາການມີວຽກຄິດໃຫ້ອັດຕະໂນມັດ | admin/employment |
| ເປີດໜ້າສາທາລະນະຂອງລະບົບດ້ວຍມືຖື ໂດຍບໍ່ຕ້ອງເຂົ້າລະບົບ | ເຫັນຂໍ້ມູນສະຖາບັນ ຫຼັກສູດ ແລະ ດາວໂຫຼດແບບຟອມສະໝັກໄດ້ | / |
| ລອງສະໝັກເຂົ້າຝຶກທາງອອນລາຍ ແລ້ວຕິດຕາມສະຖານະ | ສະໝັກໄດ້ ແນບເອກະສານໄດ້ ແລະ ຜູ້ສະໝັກຕິດຕາມສະຖານະເອງໄດ້ | / |
| ເຮັດຫຍັງ | ຄວນເຫັນຫຍັງ | ໜ້າທີ່ໃຊ້ |
|---|---|---|
| ອອກໃບຢັ້ງຢືນໃຫ້ຜູ້ເຂົ້າຝຶກທົດລອງ 1 ຄົນ ແລ້ວພິມອອກ | ໃບຢັ້ງຢືນມີ ຫົວກະຊວງ-ສະຖາບັນ · ຊື່ · ສາຂາ · ລະດັບ · ຊ່ອງລົງນາມ ຄົບ ແລະ ບໍ່ຊ້ອນທັບກັນ | admin/certificate |
| ໃສ່ຄະແນນແລ້ວເບິ່ງວ່າລະບົບຕັດສິນ ຜ່ານ/ບໍ່ຜ່ານ ຖືກຕາມເກນບໍ | ຜົນຕົງກັບການຄິດດ້ວຍມືຕາມລະບຽບຂອງສະຖາບັນ | admin/examgroup |
| ໃຫ້ຄະແນນປະເມີນຄູຝຶກ 1 ຄົນ | ຄ່າສະເລ່ຍຄິດອັດຕະໂນມັດ ແລະ ຄູຝຶກເຫັນຜົນປະເມີນຂອງຕົນ | admin/evaluation |
ຂໍ້ເຫຼົ່ານີ້ຢູ່ນອກການຄວບຄຸມຂອງທີມພັດທະນາ — ຖ້າຍັງບໍ່ໄດ້ ບາງຂັ້ນຂ້າງເທິງຈະຂ້າມໄປບໍ່ໄດ້.
| ສິ່ງທີ່ຕ້ອງການ | ຖ້າຍັງບໍ່ໄດ້ຈະເປັນແນວໃດ | ຂໍໃຫ້ດຳເນີນການ | ຂໍຕັ້ງແຕ່ |
|---|---|---|---|
| ລາຍເຊັນຮັບຮອງເອກະສານ SRS (D1) | D3 ຕ້ອງພັດທະນາຕາມ SRS ທີ່ຖືກອະນຸມັດ — ຖ້າ SRS ອອກມາຕ່າງຈາກທີ່ເຮັດໄປແລ້ວ ຈະຕ້ອງແກ້ວຽກຄືນ | ເອກະສານພ້ອມພິມແລ້ວທີ່ admin/masterplan/srs — ຂໍລາຍເຊັນຮັບຮອງ | 23/06/2026 |
| ລາຍເຊັນຮັບຮອງເອກະສານ SDD (D2) | ຜົນສົ່ງມອບຕາມສັນຍາ ແລະ ເປັນຖານຂອງ D3 | ເອກະສານພ້ອມພິມແລ້ວທີ່ admin/masterplan/sdd — ຂໍລາຍເຊັນຮັບຮອງ | 14/07/2026 |
| ຂໍ້ມູນແມ່ບົດ 10 ຂໍ້ (ຫຼັກສູດ · ຄູຝຶກ · ຜູ້ເຂົ້າຝຶກ · ພະແນກ · ຊື່ 6 ສູນຈິງ · ໂລໂກ້ …) | ບໍ່ມີຂໍ້ມູນຈິງ = ທົດສອບຕົວຈິງ ແລະ UAT ເຮັດບໍ່ໄດ້; ເຄື່ອງມືນຳເຂົ້າພ້ອມລໍຢູ່ແລ້ວ | ຕື່ມ CSV templates ທີ່ສົ່ງໃຫ້ ຫຼື ນັດວັນສົ່ງຂໍ້ມູນ | 03/08/2026 |
| ບ່ອນເກັບສຳຮອງ source code ນອກເຄື່ອງແມ່ຂ່າຍ | ສ້າງ git repo ກາງໃນເຄື່ອງແມ່ຂ່າຍຂອງໂຄງການເອງແລ້ວ (ບໍ່ຜ່ານບໍລິການພາຍນອກ) — ແຕ່ຍັງຢູ່ເຄື່ອງດຽວ ຖ້າເຄື່ອງເສຍຈະເສຍປະຫວັດ | ຢືນຢັນບ່ອນເກັບສຳຮອງນອກເຄື່ອງ (ຮາດດິດ ຫຼື ເຄື່ອງແມ່ຂ່າຍທີ 2 ຂອງສະຖາບັນ) ແລະ ຮອບການສຳຮອງ | 24/08/2026 |
| ເອກະສານສະເປັກ API ຂອງ LMIS | API ພ້ອມແລ້ວ 9 ຊ່ອງທາງ ແຕ່ຊື່ຂໍ້ມູນຍັງເປັນຂອງພວກເຮົາເອງ — ຕ້ອງຈັບຄູ່ຕາມມາດຕະຖານຈິງ | ຂໍເອກະສານ endpoint/ຮູບແບບຂໍ້ມູນ ແລະ ຜູ້ຮັບຜິດຊອບຝ່າຍ LMIS | 23/07/2026 |
| ຄວາມພ້ອມເຊີບເວີທີ່ຝາກກັບ ໂທລະຄົມລາວ (spec ເຄື່ອງ · ສິດເຂົ້າເຖິງ · domain · ວັນເລີ່ມນັບ 1 ປີ) | ຕິດຕັ້ງ production + QA ເປັນເງື່ອນໄຂຂອງ D3 ທີ່ຄົບກຳນົດ 19/10 | ຢືນຢັນສະເປັກ, ຕາຕະລາງກຽມພ້ອມ ແລະ ໄລຍະສັນຍາຝາກ 1 ປີ ກັບ SDI ແລະ ໂທລະຄົມລາວ | 23/07/2026 |