ຫຼັກສູດຝຶກສີມືແຮງງານ ແມ່ນເອກະສານທີ່ກຳນົດຈຸດປະສົງ, ເປົ້າໝາຍ, ຂອບເຂດເນື້ອໃນຄວາມຮູ້ທີ່ຈຳເປັນ, ພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ໄລຍະເວລາການຝຶກ, ເປົ້າໝາຍຜູ້ເຂົ້າຝຶກ, ວິທີການຝຶກ ແລະ ການປະເມີນ ໂດຍສອດຄ່ອງກັບມາດຕະຖານສີມືແຮງງານ ແຕ່ລະຂັ້ນ ແຕ່ລະສາຂາອາຊີບ ແນໃສ່ຮັບປະກັນໃຫ້ຜູ້ເຂົ້າຝຶກມີຄວາມຮູ້, ທັກສະ ແລະ ທັດສະນະຄະຕິໃນການເຮັດວຽກ ຕອບສະໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດແຮງງານໃນແຕ່ລະໄລຍະ.
ຄຸນລັກສະນະ: ເປັນຫຼັກສູດທີ່ຍືດຢຸ່ນ ສາມາດດັດປັບ ແລະ ຜັນຂະຫຍາຍເນື້ອໃນ ໃຫ້ແທດເໝາະກັບສະພາບເງື່ອນໄຂການປ່ຽນແປງ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ ໂດຍສອດຄ່ອງກັບມາດຕະຖານສີມືແຮງງານ ເພື່ອພັດທະນາກຳລັງແຮງງານ ໃຫ້ທຽບທັນກັບວິທະຍາສາດ ແລະ ເຕັກໂນໂລຊີທັນສະໄໝ.
| ຮູບແບບ | ນຳໃຊ້ເຂົ້າໃນ | ເນັ້ນໃສ່ |
|---|
| ຫຼັກສູດຝຶກສະເພາະດ້ານ (Specialist) | ຝຶກຍົກລະດັບ (Upskilling) ແລະ ຝຶກເພື່ອປ່ຽນໜ້າວຽກ (Re-skilling) | ທັກສະສະເພາະ · ເຕັກໂນໂລຊີດິຈິຕອນ · ລະບົບ ແລະ ເຄື່ອງຈັກ · ວິເຄາະ ແລະ ແກ້ໄຂບັນຫາ |
| ຫຼັກສູດຝຶກຫຼາຍຄວາມສາມາດ (Multiple Skilled) | ຝຶກກຽມເຂົ້າສູ່ຕຳແໜ່ງງານ (Pre-Employment Training) ຫຼື ຝຶກເພື່ອປະກອບອາຊີບອິດສະຫຼະ | ທັກສະພື້ນຖານ · ທັກສະຫຼັກ · ທັກສະເສີມ · ທັກສະຊີວິດ · ທັກສະອາຊີບອິດສະຫຼະ |
ໂຄງສ້າງຫຼັກສູດ ແລະ ໂຄງໂມດູນການຝຶກ ກຳນົດໄວ້ໃນ ຂໍ້ຕົກລົງ ວ່າດ້ວຍ ຫຼັກສູດຝຶກສີມືແຮງງານ.