ລາຍງານໜ້າວຽກຕາມພາກສ່ວນ 🏛 ຕາມພາກສ່ວນ SDI 👥 ຕາມທີມພັດທະນາ ຕິດຕາມວຽກ 🏠 ກະດານພັດທະນາ 📊 ລາຍງານຄວາມຄືບໜ້າ 📋 ລາຍງານໜ້າວຽກ ພະແນກ ແລະ ຂໍ້ມູນ 🏢 ຊຸດກຽມພ້ອມລາຍພະແນກ ☑ ບັນຊີກວດເກັບຂໍ້ມູນ 📤 ບ່ອນສົ່ງຂໍ້ມູນ 🗓 ຕາຕະລາງເຮັດວຽກກັບພະແນກ 📅 ຕາຕະລາງປະຕິບັດວຽກ 📥 ບົດກວດຮັບຂໍ້ມູນ 🗂 ບົດລາຍງານຂໍ້ມູນທີ່ນຳເຂົ້າ ເອກະສານສັນຍາ 📘 ຄວາມຕ້ອງການລະບົບ · D1 📐 ອອກແບບລະບົບ · D2 🚀 ແຜນເລີ່ມວຽກຕົວຈິງ 🧭 ຜັງຂັ້ນຕອນການເຮັດວຽກ ນຳສະເໜີ 🎤 ເອກະສານປະຊຸມ 🎬 ຊຸດນຳສະເໜີ · ວິດີໂອ 🎓 ຝຶກອົບຮົມ · ສົ່ງມອບ
ກ່ອນພິມ: ໃນກ່ອງພິມຂອງ Chrome ໃຫ້ຕິກ Background graphics ຖ້າຢາກໄດ້ສີຄົບຕາມໜ້າຈໍ · ຕິກ Headers and footers ຖ້າຢາກໄດ້ເລກໜ້າ · ຕັ້ງ Margins = Default ແລະ Scale = 100%. ເອກະສານອ່ານອອກຄົບເຖິງບໍ່ຕິກສີພື້ນ.
ສະຖາບັນພັດທະນາສີມືແຮງງານ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ
ສະຖາບັນພັດທະນາສີມືແຮງງານ
One Miracle ຜູ້ພັດທະນາລະບົບ
ລາຍງານໜ້າວຽກຕາມພາກສ່ວນ ສັນຍາ C2.2-C-4 · 14 ພະຈິກ 2026 ພັດທະນາໂດຍ One Miracle
Skills Development MIS · Contract C2.2-C-4 · Priority Skills for Growth Project (PSG)

ລາຍງານໜ້າວຽກ ແຍກຕາມພາກສ່ວນ

Unit Work Report — Design and Development of the Skills Development Management Information System (SD MIS)
ສະເໜີຕໍ່ / Toສະຖາບັນພັດທະນາສີມືແຮງງານ (SDI)
ວັນທີລາຍງານ / Date14 ພະຈິກ 2026 (14/11/2026)
ແບ່ງຕາມ / Grouped byພາກສ່ວນຜູ້ໃຊ້ງານຂອງ SDI
ໄລຍະສັນຍາ / Timeline02/06/2026 – 30/11/2026 · ອາທິດທີ 24/24
ຈຳນວນພາກສ່ວນ / Units6 ພາກສ່ວນ
ຈຳນວນໜ້າວຽກ / Items21 ໜ້າວຽກ ຕາມຂອບເຂດສັນຍາ
ລາຍງານສະບັບນີ້ແຍກ 21 ໜ້າວຽກ ຂອງໂຄງການ ອອກເປັນ 6 ພາກສ່ວນ ເພື່ອໃຫ້ແຕ່ລະພະແນກ ຫຼື ໜ່ວຍງານ ຕິດຕາມສະເພາະໜ້າວຽກທີ່ກ່ຽວຂ້ອງກັບຕົນ. ໜ້າວຽກໜຶ່ງອາດປາກົດຢູ່ຫຼາຍພາກສ່ວນ — ພາກສ່ວນທີ່ໝາຍວ່າ ເຈົ້າການ ຄືຜູ້ໃຊ້ຫຼັກ ແລະ ຜູ້ກວດຮັບ, ສ່ວນ ຮ່ວມ ຄືພາກສ່ວນທີ່ໄດ້ຮັບຜົນ ຫຼື ຕ້ອງໃຫ້ຂໍ້ມູນ. ທຸກຕົວເລກ ແລະ ວັນທີ ດຶງສົດຈາກກະດານຕິດຕາມ ຈຶ່ງກົງກັບລາຍງານສະບັບອື່ນສະເໝີ.
ທຸກພາກສ່ວນ 6 🏛 ຄະນະນຳສະຖາບັນພັດທະນາສີມືແຮງງານ 13 📋 ພະແນກບໍລິຫານ-ແຜນການ 13 📚 ພະແນກພັດທະນາມາດຕະຖານ ແລະ ຫຼັກສູດຝຶກສີມືແຮງງານ 7 🏫 ສູນຝຶກສີມືແຮງງານ ລາວ-ເກົາຫຼີ 10 💼 ພະແນກສົ່ງເສີມການພັດທະນາສີມືແຮງງານ 4 📜 ພະແນກທົດສອບ ແລະ ອອກໃບຢັ້ງຢືນສີມືແຮງງານ 1

ກົດເລືອກພາກສ່ວນເພື່ອເບິ່ງສະເພາະຂອງຕົນ — ລິ້ງທີ່ໄດ້ ສາມາດເກັບໄວ້ ຫຼື ສົ່ງໃຫ້ພະແນກນັ້ນໂດຍກົງໄດ້.

📋

ພະແນກບໍລິຫານ-ແຜນການ

96%
ໃຜຢູ່ໃນພາກສ່ວນນີ້: ຫົວໜ້າພະແນກ ແລະ ພະນັກງານໃນສັງກັດ
ໜ້າທີ່ຕໍ່ລະບົບ: ບໍລິຫານທົ່ວໄປ · ແຜນການ · ຈັດຕັ້ງ-ພະນັກງານ · ຂໍ້ມູນພື້ນຖານຂອງສະຖາບັນ ແລະ ສູນສາຂາ
13 ໜ້າວຽກ 2 ກຳລັງດຳເນີນການ 11 ສຳເລັດແລ້ວ ⚠ ກາຍກຳນົດ 2 🧭 ຜັງຂັ້ນຕອນຂອງພະແນກ ແລະ ຂະແໜງ ນີ້ ›
# ໜ້າວຽກ ບົດບາດ ວັນເລີ່ມ ກຳນົດຈົບ ວັນ ວັນທີ່ຍັງເຫຼືອ % ສະຖານະ
1 ໂຄງສ້າງຫຼາຍສູນ
ພື້ນຖານ ແລະ ໂຄງສ້າງ
ເຈົ້າການ 12/08/2026 31/08/2026 20 ສຳເລັດແລ້ວ 100% ສຳເລັດແລ້ວ
2 ໜ່ວຍງານ ແລະ ຊັ້ນ
ພື້ນຖານ ແລະ ໂຄງສ້າງ
ເຈົ້າການ 19/08/2026 04/09/2026 17 ສຳເລັດແລ້ວ 100% ສຳເລັດແລ້ວ
3 ຕົວຕົນ ແລະ ໂລໂກ້
ພື້ນຖານ ແລະ ໂຄງສ້າງ
ເຈົ້າການ 21/08/2026 04/09/2026 15 ສຳເລັດແລ້ວ 100% ສຳເລັດແລ້ວ
4 ບົດບາດ ແລະ ສິດ
ພື້ນຖານ ແລະ ໂຄງສ້າງ
ເຈົ້າການ 12/08/2026 11/09/2026 31 ສຳເລັດແລ້ວ 100% ສຳເລັດແລ້ວ
5 ເສີມ Audit Trail
ຂັ້ນສູງ ແລະ ການເຊື່ອມຕໍ່
ເຈົ້າການ 12/08/2026 11/09/2026 31 ສຳເລັດແລ້ວ 100% ສຳເລັດແລ້ວ
6 ຈັດການຄູຝຶກ
ໜ້າວຽກຫຼັກ
ເຈົ້າການ 19/08/2026 18/09/2026 31 ສຳເລັດແລ້ວ 100% ສຳເລັດແລ້ວ
7 ຈັດການສະຖາບັນ
ໜ້າວຽກຫຼັກ
ຮ່ວມ 26/08/2026 18/09/2026 24 ສຳເລັດແລ້ວ 100% ສຳເລັດແລ້ວ
8 ຕິດຕາມ ແລະ ລາຍງານ
ໜ້າວຽກຫຼັກ
ເຈົ້າການ 17/08/2026 02/10/2026 47 ສຳເລັດແລ້ວ 100% ສຳເລັດແລ້ວ
9 ເຊື່ອມ LMIS
ຂັ້ນສູງ ແລະ ການເຊື່ອມຕໍ່
ເຈົ້າການ 17/08/2026 09/10/2026 54 ສຳເລັດແລ້ວ 100% ສຳເລັດແລ້ວ
10 ຄວາມປອດໄພ: PIN 2FA + SSL
ຂັ້ນສູງ ແລະ ການເຊື່ອມຕໍ່
ເຈົ້າການ 12/08/2026 09/10/2026 59 ສຳເລັດແລ້ວ 100% ສຳເລັດແລ້ວ
11 ທົດສອບ QA
ທົດສອບ · ຕິດຕັ້ງ · ສົ່ງມອບ
ຮ່ວມ 11/08/2026 16/10/2026 67 ສຳເລັດແລ້ວ 100% ສຳເລັດແລ້ວ
12 ຕິດຕັ້ງ QA + Production
ທົດສອບ · ຕິດຕັ້ງ · ສົ່ງມອບ
ເຈົ້າການ 11/08/2026 16/10/2026 67 ກາຍກຳນົດ 29 ວັນ 60% ກຳລັງດຳເນີນການ
13 ຝຶກອົບຮົມ · ເອກະສານ · ສົ່ງມອບ
ທົດສອບ · ຕິດຕັ້ງ · ສົ່ງມອບ
ເຈົ້າການ 12/08/2026 30/10/2026 80 ກາຍກຳນົດ 15 ວັນ 85% ກຳລັງດຳເນີນການ
1

ໂຄງສ້າງຫຼາຍສູນ

ພື້ນຖານ ແລະ ໂຄງສ້າງ
ເຈົ້າການ ສຳເລັດແລ້ວ 100%
ວັນເລີ່ມ12/08/2026 ວັນກຳນົດຈົບ31/08/2026 ໄລຍະເວລາ20 ວັນ ສະຖານະເວລາສຳເລັດແລ້ວ ຄວາມຄືບໜ້າ100%
ສິ່ງທີ່ພາກສ່ວນນີ້ຕ້ອງເຮັດຢືນຢັນລາຍຊື່ 7 ສູນ ແລະ ຜູກແຕ່ລະບັນຊີຜູ້ໃຊ້ເຂົ້າສູນທີ່ຖືກຕ້ອງ

ໃຫ້ສູນກາງ (SDI) ແລະ 6 ສູນ ໃຊ້ລະບົບດຽວກັນ ແຕ່ແຕ່ລະສູນເຫັນສະເພາະຂໍ້ມູນຂອງຕົນ ສ່ວນສູນກາງເຫັນທັງໝົດ.

📍 ບ່ອນໃຊ້ງານ: ເມນູ "ສູນ ແລະ ໜ່ວຍງານ" ແລະ ຕົວເລືອກສູນຢູ່ແຖບເທິງສຸດຂອງໜ້າຈໍ
✔ ໃຊ້ງານໄດ້ແລ້ວ
  • ມີລາຍຊື່ 7 ສູນແລ້ວ (ສູນກາງ SDI + ສູນ SDC 1–6) ແກ້ຊື່, ແຂວງ, ເມືອງ, ທີ່ຢູ່, ເບີໂທ ແລະ ຫົວໜ້າສູນໄດ້
  • ຜູ້ໃຊ້ທີ່ສັງກັດສູນໃດ ຈະເຫັນສະເພາະ ຜູ້ເຂົ້າຝຶກ ແລະ ພະນັກງານ ຂອງສູນນັ້ນ ແລະ ປ່ຽນເອງບໍ່ໄດ້
  • ຜູ້ໃຊ້ສູນກາງ ສະຫຼັບເບິ່ງເປັນລາຍສູນ ຫຼື ເບິ່ງລວມທຸກສູນໄດ້
  • ຂໍ້ມູນທີ່ບັນທຶກໃໝ່ ຖືກຜູກເຂົ້າສູນໃຫ້ອັດຕະໂນມັດ ບໍ່ຕ້ອງເລືອກເອງ
  • ແຍກຂໍ້ມູນຕາມສູນ ຄົບ 14 ຕາຕະລາງ (ການເຂົ້າຮຽນ · ການສອບເສັງ · ຄ່າຮຽນ · ຫໍພັກ · ການມີວຽກ · ການປະເມີນ) — ກວດທຸກມື້ໂດຍຊຸດທົດສອບອັດຕະໂນມັດ
  • ລາຍງານລວມຂ້າມສູນ (ລາຍງານຂັ້ນເທິງ) ແລະ ສູນລາຍງານ ກັ່ນຕາມສູນ ແລະ ລວມທັງ 7 ສູນ
◻ ຍັງເຫຼືອ

ຄົບຕາມແຜນແລ້ວ

ວິທີກວດຮັບ — ສ້າງຜູ້ໃຊ້ໃຫ້ສູນ SDC1 ໜຶ່ງຄົນ → ເຂົ້າລະບົບດ້ວຍບັນຊີນັ້ນ → ຕ້ອງເຫັນສະເພາະຜູ້ເຂົ້າຝຶກຂອງ SDC1 ແລະ ບໍ່ສາມາດສະຫຼັບໄປສູນອື່ນໄດ້.
2

ໜ່ວຍງານ ແລະ ຊັ້ນ

ພື້ນຖານ ແລະ ໂຄງສ້າງ
ເຈົ້າການ ສຳເລັດແລ້ວ 100%
ວັນເລີ່ມ19/08/2026 ວັນກຳນົດຈົບ04/09/2026 ໄລຍະເວລາ17 ວັນ ສະຖານະເວລາສຳເລັດແລ້ວ ຄວາມຄືບໜ້າ100%
ສິ່ງທີ່ພາກສ່ວນນີ້ຕ້ອງເຮັດສົ່ງລາຍຊື່ພະແນກ ແລະ ໜ່ວຍງານພາຍໃນ ຂອງສູນກາງ ແລະ ແຕ່ລະສູນ (ແບບຟອມ 02_departments) · ນຳເຂົ້າໂຄງສ້າງໜ່ວຍງານ ແລະ ກວດຄວາມຖືກຕ້ອງຂອງລຳດັບຊັ້ນ

ຈັດຊັ້ນອົງກອນ ສູນກາງ → ແຂວງ → ເມືອງ ເພື່ອໃຫ້ລວມຕົວເລກຂຶ້ນຂັ້ນເທິງໄດ້.

📍 ບ່ອນໃຊ້ງານ: ເມນູ "ສູນ ແລະ ໜ່ວຍງານ" → ລາຍຊື່ສູນ
✔ ໃຊ້ງານໄດ້ແລ້ວ
  • ແຕ່ລະສູນລະບຸ ແຂວງ ແລະ ເມືອງ ໄດ້ ພ້ອມສັງກັດຢູ່ໃຕ້ສູນກາງ
  • ເຫັນຈຳນວນຜູ້ເຂົ້າຝຶກ ແລະ ພະນັກງານ ຕໍ່ແຕ່ລະສູນ
  • ໂຄງຮ່າງຄົບຕາມ ຂໍ້ຕົກລົງ 0500/ຮສສ: ຄະນະນຳ · 4 ພະແນກ · ສູນຝຶກ ລາວ-ເກົາຫຼີ · 21 ຂະແໜງ ພ້ອມໜ້າທີ່
  • ສູນສາຂາເພີ່ມໂຄງສ້າງພາຍໃນຂອງຕົນເອງໄດ້ທີ່ ໂຄງຮ່າງການຈັດຕັ້ງ
◻ ຍັງເຫຼືອ

ຄົບຕາມແຜນແລ້ວ

ວິທີກວດຮັບ — ຕັ້ງ 2 ສູນໃຫ້ຢູ່ແຂວງດຽວກັນ → ໜ້າສະຫຼຸບຂັ້ນແຂວງ ຕ້ອງສະແດງຕົວເລກລວມຂອງ 2 ສູນຢ່າງຖືກຕ້ອງ.
3

ຕົວຕົນ ແລະ ໂລໂກ້

ພື້ນຖານ ແລະ ໂຄງສ້າງ
ເຈົ້າການ ສຳເລັດແລ້ວ 100%
ວັນເລີ່ມ21/08/2026 ວັນກຳນົດຈົບ04/09/2026 ໄລຍະເວລາ15 ວັນ ສະຖານະເວລາສຳເລັດແລ້ວ ຄວາມຄືບໜ້າ100%
ສິ່ງທີ່ພາກສ່ວນນີ້ຕ້ອງເຮັດທົດລອງໃຊ້ ແລະ ໃຫ້ຄຳເຫັນ ເມື່ອໜ້າວຽກນີ້ພ້ອມທົດສອບ

ປ່ຽນຕົວຕົນຂອງລະບົບໃຫ້ເປັນຂອງ SDI (ຊື່, ໂລໂກ້, ສີ, ໄອຄອນ).

📍 ບ່ອນໃຊ້ງານ: ຕັ້ງຄ່າລະບົບ → ຕັ້ງຄ່າທົ່ວໄປ · ໜ້າເຂົ້າລະບົບ ແລະ ແຖບເທິງສຸດ
✔ ໃຊ້ງານໄດ້ແລ້ວ
  • ຊື່ສະຖາບັນ, ທີ່ຢູ່, ເບີໂທ ແລະ ອີເມວ ຂອງ SDI ຕັ້ງແລ້ວ ແລະ ຂຶ້ນໃນເອກະສານທີ່ພິມອອກ
  • ໂລໂກ້ ແລະ ໄອຄອນຂອງ SDI · ໂທນສີດຽວທັງລະບົບ
  • ຫົວໃບພິມ ແລະ ທ້າຍໃບພິມ (ໃບຮັບເງິນ · ໃບແຈ້ງເງິນເດືອນ · ເອກະສານທົ່ວໄປ) ເປັນຂອງ SDI ພາສາລາວ
◻ ຍັງເຫຼືອ

ຄົບຕາມແຜນແລ້ວ

ວິທີກວດຮັບ — ເປີດໜ້າເຂົ້າລະບົບ ແລະ ໜ້າຫຼັກ → ຕ້ອງເຫັນຊື່ ແລະ ໂລໂກ້ຂອງ SDI ບໍ່ແມ່ນຮູບຕັ້ງຕົ້ນຂອງລະບົບ.
4

ບົດບາດ ແລະ ສິດ

ພື້ນຖານ ແລະ ໂຄງສ້າງ
ເຈົ້າການ ສຳເລັດແລ້ວ 100%
ວັນເລີ່ມ12/08/2026 ວັນກຳນົດຈົບ11/09/2026 ໄລຍະເວລາ31 ວັນ ສະຖານະເວລາສຳເລັດແລ້ວ ຄວາມຄືບໜ້າ100%
ສິ່ງທີ່ພາກສ່ວນນີ້ຕ້ອງເຮັດກຳນົດວ່າໃຜໄດ້ບົດບາດໃດ ແລ້ວຕັ້ງໃຫ້ຜູ້ໃຊ້ຈິງ · ສົ່ງລາຍຊື່ພະນັກງານ ພ້ອມສູນ, ພະແນກ, ຕຳແໜ່ງ ແລະ ບົດບາດທີ່ຄວນໄດ້

ກຳນົດວ່າແຕ່ລະຕຳແໜ່ງ ເຫັນເມນູໃດ ແລະ ເຮັດຫຍັງໄດ້ແດ່ (ເບິ່ງ / ເພີ່ມ / ແກ້ / ລຶບ).

📍 ບ່ອນໃຊ້ງານ: ເມນູ "ສູນ ແລະ ໜ່ວຍງານ" → "ບົດບາດ ແລະ ການຜູກສູນ"
✔ ໃຊ້ງານໄດ້ແລ້ວ
  • ຕິດຕັ້ງ 4 ຕຳແໜ່ງຕາມສັນຍາແລ້ວ: ຜູ້ດູແລລະບົບສູນກາງ, ຜູ້ດູແລສູນ, ພະນັກງານທະບຽນ ແລະ ຄູຝຶກ ພ້ອມສິດທີ່ຕັ້ງໄວ້ໃຫ້ພ້ອມໃຊ້
  • ພະນັກງານທະບຽນ ບັນທຶກ ແລະ ແກ້ໄຂໄດ້ ແຕ່ລຶບຂໍ້ມູນບໍ່ໄດ້
  • ຜູ້ດູແລສູນ ແລະ ພະນັກງານທະບຽນ ຖືກລັອກໃຫ້ເຫັນສະເພາະສູນຂອງຕົນສະເໝີ
  • ຜູກພະນັກງານເຂົ້າສູນ ໄດ້ຫຼາຍຄົນພ້ອມກັນຈາກໜ້າດຽວ ຫຼື ເລືອກຕອນສ້າງ/ແກ້ພະນັກງານ
  • ລຶບຕຳແໜ່ງເກົ່າທີ່ບໍ່ໄດ້ໃຊ້ອອກໄດ້ (ລະບົບກັນບໍ່ໃຫ້ລຶບຖ້າຍັງມີຜູ້ໃຊ້ຢູ່)
  • 4 ບົດບາດ × 8 ໜ້າວຽກຕາມພະແນກ/ສູນ — ເຫັນສະເພາະເມນູ ແລະ ຂໍ້ມູນຂອງຕົນ
  • ລົງທະບຽນດ້ວຍເບີໂທ ແລະ ຜູ້ຄຸ້ມຄອງຢືນຢັນ · ອອກ PIN · ຕັ້ງຄືນ · ປິດ (ບັນຊີເຂົ້າລະບົບ)
  • ຄູຝຶກ ເບິ່ງຂໍ້ມູນຜູ້ເຂົ້າຝຶກໄດ້ ແຕ່ເພີ່ມ/ແກ້/ລຶບ ບໍ່ໄດ້
◻ ຍັງເຫຼືອ

ຄົບຕາມແຜນແລ້ວ

ວິທີກວດຮັບ — ສ້າງບັນຊີ 1 ອັນເປັນ "ພະນັກງານທະບຽນ" → ເຂົ້າລະບົບ → ຕ້ອງເຫັນສະເພາະເມນູຂອງວຽກທະບຽນ ແລະ ບໍ່ມີປຸ່ມລຶບ.
5

ເສີມ Audit Trail

ຂັ້ນສູງ ແລະ ການເຊື່ອມຕໍ່
ເຈົ້າການ ສຳເລັດແລ້ວ 100%
ວັນເລີ່ມ12/08/2026 ວັນກຳນົດຈົບ11/09/2026 ໄລຍະເວລາ31 ວັນ ສະຖານະເວລາສຳເລັດແລ້ວ ຄວາມຄືບໜ້າ100%
ສິ່ງທີ່ພາກສ່ວນນີ້ຕ້ອງເຮັດກຳນົດວ່າຕ້ອງເກັບບັນທຶກການເຂົ້າໃຊ້ ແລະ ການແກ້ໄຂ ດົນປານໃດ

ບັນທຶກຮ່ອງຮອຍການໃຊ້ງານ ເພື່ອກວດສອບຍ້ອນຫຼັງໄດ້ວ່າໃຜເຮັດຫຍັງ ເມື່ອໃດ.

📍 ບ່ອນໃຊ້ງານ: ເມນູ "ລາຍງານ" → ບັນທຶກການກວດສອບ / ບັນທຶກຜູ້ໃຊ້
✔ ໃຊ້ງານໄດ້ແລ້ວ
  • ບັນທຶກການເຂົ້າ-ອອກລະບົບ ຂອງແຕ່ລະຜູ້ໃຊ້
  • ບັນທຶກການເພີ່ມ, ແກ້ໄຂ ແລະ ລຶບຂໍ້ມູນ ພ້ອມຊື່ຜູ້ເຮັດ ແລະ ເວລາ
  • ໜ້າລາຍງານໃຫ້ຄົ້ນຫາຍ້ອນຫຼັງໄດ້
  • ບັນທຶກ ຜູ້ໃຊ້ · ໜ້າທີ່ເຂົ້າ · ຊ່ອງທີ່ແກ້ · ຄ່າເກົ່າ-ຄ່າໃໝ່ · ການເຂົ້າລະບົບຜິດ · ການປະຕິເສດສິດ · ເວລາ — ຄົບ 7 ຂໍ້ ຂອງ TOR 3.3
◻ ຍັງເຫຼືອ

ຄົບຕາມແຜນແລ້ວ

ວິທີກວດຮັບ — ແກ້ຂໍ້ມູນ 1 ລາຍການ → ໜ້າບັນທຶກການກວດສອບ ຕ້ອງສະແດງວ່າໃຜແກ້, ແກ້ຫຍັງ ແລະ ເມື່ອໃດ.
6

ຈັດການຄູຝຶກ

ໜ້າວຽກຫຼັກ
ເຈົ້າການ ສຳເລັດແລ້ວ 100%
ວັນເລີ່ມ19/08/2026 ວັນກຳນົດຈົບ18/09/2026 ໄລຍະເວລາ31 ວັນ ສະຖານະເວລາສຳເລັດແລ້ວ ຄວາມຄືບໜ້າ100%
ສິ່ງທີ່ພາກສ່ວນນີ້ຕ້ອງເຮັດສົ່ງລາຍຊື່ຄູຝຶກ ພ້ອມຄວາມຊຳນານ ແລະ ສູນສັງກັດ

ລົງທະບຽນຂໍ້ມູນຄູຝຶກ ແລະ ມອບໝາຍເຂົ້າສອນໃນຫຼັກສູດ.

📍 ບ່ອນໃຊ້ງານ: ເມນູ "ບຸກຄະລາກອນ" (ຊັບພະຍາກອນມະນຸດ)
✔ ໃຊ້ງານໄດ້ແລ້ວ
  • ລົງທະບຽນຄູຝຶກພ້ອມ ປະຫວັດ, ວຸດທິການສຶກສາ, ປະສົບການ, ເອກະສານແນບ ແລະ ຮູບ
  • ຜູກຄູຝຶກເຂົ້າສູນທີ່ສັງກັດ
  • ຄູຝຶກເຂົ້າລະບົບເອງໄດ້ ແລະ ເຫັນຫຼັກສູດ/ຕາຕະລາງຂອງຕົນ
  • ຈັດການ ພະແນກ, ຕຳແໜ່ງ, ວັນພັກ ແລະ ການລົງເວລາຂອງພະນັກງານ
  • ທະບຽນບຸກຄະລາກອນ ນຳເຂົ້າຈາກບັນຊີລັດຖະກອນ (ປະເພດ · ຊັ້ນ-ຂັ້ນ) · ວຸດທິ ແລະ ເອກະສານແນບ
  • ຕາຕະລາງສອນຂອງຄູຝຶກແຕ່ລະຄົນ · ການປະເມີນຄູຝຶກ
◻ ຍັງເຫຼືອ

ຄົບຕາມແຜນແລ້ວ

ວິທີກວດຮັບ — ສ້າງຄູຝຶກ 1 ຄົນ → ມອບເຂົ້າ 1 ຫຼັກສູດ → ໃຫ້ຄູຝຶກເຂົ້າລະບົບ → ຕ້ອງເຫັນຫຼັກສູດຂອງຕົນ.
7

ຈັດການສະຖາບັນ

ໜ້າວຽກຫຼັກ
ຮ່ວມ ສຳເລັດແລ້ວ 100%
ວັນເລີ່ມ26/08/2026 ວັນກຳນົດຈົບ18/09/2026 ໄລຍະເວລາ24 ວັນ ສະຖານະເວລາສຳເລັດແລ້ວ ຄວາມຄືບໜ້າ100%
ສິ່ງທີ່ພາກສ່ວນນີ້ຕ້ອງເຮັດສົ່ງຂໍ້ມູນຕັ້ງຕົ້ນ 6 ຊຸດ (ສູນ · ພະແນກ · ຕຳແໜ່ງ · ຫຼັກສູດ · ພະນັກງານ · ນາຍຈ້າງ)

ຈັດການຂໍ້ມູນສະຖາບັນ: ຫຼັກສູດທີ່ເປີດສອນ, ຂ່າວສານ ແລະ ຕົວຊີ້ວັດຜົນງານ.

📍 ບ່ອນໃຊ້ງານ: ເມນູ "ຈັດການເວັບໄຊ" ແລະ ໜ້າຫຼັກຂອງລະບົບ
✔ ໃຊ້ງານໄດ້ແລ້ວ
  • ຈັດການຂ່າວສານ, ເຫດການ ແລະ ເນື້ອຫາໃນເວັບໄດ້
  • ຕາຕະລາງຄ່າບໍລິການ 0939/ສພງ 26 ລາຍການ ແກ້ໄດ້ທີ່ ຄ່າບໍລິການ
  • ຕົວຊີ້ວັດ (ຜູ້ຈົບ · ອັດຕາການມີວຽກ) ໃນໜ້າຫຼັກ ແລະ ສູນລາຍງານ
◻ ຍັງເຫຼືອ

ຄົບຕາມແຜນແລ້ວ

ວິທີກວດຮັບ — ເພີ່ມ 1 ຫຼັກສູດ ແລະ 1 ຂ່າວ → ຕ້ອງສະແດງທັງໃນເວັບສາທາລະນະ ແລະ ໜ້າຫຼັກຂອງລະບົບ.
8

ຕິດຕາມ ແລະ ລາຍງານ

ໜ້າວຽກຫຼັກ
ເຈົ້າການ ສຳເລັດແລ້ວ 100%
ວັນເລີ່ມ17/08/2026 ວັນກຳນົດຈົບ02/10/2026 ໄລຍະເວລາ47 ວັນ ສະຖານະເວລາສຳເລັດແລ້ວ ຄວາມຄືບໜ້າ100%
ສິ່ງທີ່ພາກສ່ວນນີ້ຕ້ອງເຮັດທົດລອງໃຊ້ ແລະ ໃຫ້ຄຳເຫັນ ເມື່ອໜ້າວຽກນີ້ພ້ອມທົດສອບ

ລາຍງານ ແລະ ໜ້າສະຫຼຸບຕົວເລກ ພ້ອມສົ່ງອອກເປັນ Excel ຫຼື PDF.

📍 ບ່ອນໃຊ້ງານ: ເມນູ "ລາຍງານ" ແລະ ໜ້າຫຼັກ
✔ ໃຊ້ງານໄດ້ແລ້ວ
  • ລາຍງານ ຜູ້ເຂົ້າຝຶກ, ການເຂົ້າຮຽນ, ຄະແນນ, ພະນັກງານ ແລະ ການເງິນ ພ້ອມສົ່ງອອກ Excel/PDF
  • ໜ້າສະຫຼຸບຕົວເລກຢູ່ໜ້າຫຼັກ
  • ລາຍງານໂຄງການ 2 ສະບັບ: ລາຍງານຄວາມຄືບໜ້າ ແລະ ລາຍງານໜ້າວຽກ (ສະບັບນີ້)
  • ສູນລາຍງານ 12 ລາຍງານທາງການ + ລາຍງານລວມຂ້າມສູນ · ສົ່ງອອກ Excel · ພິມ PDF
◻ ຍັງເຫຼືອ

ຄົບຕາມແຜນແລ້ວ

ວິທີກວດຮັບ — ອອກລາຍງານຜູ້ເຂົ້າຝຶກ 1 ໃບ → ສົ່ງອອກ Excel ແລະ PDF → ຕົວເລກຕ້ອງກົງກັບຂໍ້ມູນໃນລະບົບ.
9

ເຊື່ອມ LMIS

ຂັ້ນສູງ ແລະ ການເຊື່ອມຕໍ່
ເຈົ້າການ ສຳເລັດແລ້ວ 100%
ວັນເລີ່ມ17/08/2026 ວັນກຳນົດຈົບ09/10/2026 ໄລຍະເວລາ54 ວັນ ສະຖານະເວລາສຳເລັດແລ້ວ ຄວາມຄືບໜ້າ100%
ສິ່ງທີ່ພາກສ່ວນນີ້ຕ້ອງເຮັດປະສານກັບຝ່າຍ LMIS ເພື່ອເອົາສະເປັກຂໍ້ມູນ ແລະ ອອກກະແຈເຊື່ອມຕໍ່

ຊ່ອງທາງໃຫ້ລະບົບພາຍນອກ (LMIS) ດຶງຂໍ້ມູນຈາກ SD MIS ໄດ້ຢ່າງປອດໄພ.

📍 ບ່ອນໃຊ້ງານ: ເມນູ "ເຊື່ອມຕໍ່ LMIS / API"
✔ ໃຊ້ງານໄດ້ແລ້ວ
  • ເປີດຊ່ອງທາງດຶງຂໍ້ມູນ 9 ລາຍການ: ສູນ, ຫຼັກສູດ, ຜູ້ເຂົ້າຝຶກ, ຄູຝຶກ, ການຈ້າງງານ, ການປະເມີນ ແລະ ສະຖິຕິລວມ
  • ອອກລະຫັດເຂົ້າເຖິງໃຫ້ໜ່ວຍງານພາຍນອກ ພ້ອມກຳນົດຂອບເຂດຂໍ້ມູນ ແລະ ວັນໝົດອາຍຸ ປິດການໃຊ້ງານໄດ້ທຸກເມື່ອ
  • ບັນທຶກທຸກຄັ້ງທີ່ມີການດຶງຂໍ້ມູນ (ໃຜ, ເມື່ອໃດ, ດຶງຫຍັງ)
  • ມີໜ້າອະທິບາຍລາຍການເຊື່ອມຕໍ່ ໃຫ້ຝ່າຍ LMIS ນຳໄປໃຊ້ໄດ້ເລີຍ
  • ເປີດເຜີຍສະເພາະຂໍ້ມູນທີ່ອະນຸຍາດ — ບໍ່ມີລະຫັດຜ່ານ ຫຼື ຂໍ້ມູນທະນາຄານ
  • API 9 ຊ່ອງທາງ · ກະແຈ · ບັນທຶກການເອີ້ນ · ຄູ່ມື API — ທົດສອບແລ້ວ
◻ ຍັງເຫຼືອ
  • ລໍຝ່າຍ LMIS: ສະເປັກຂໍ້ມູນ ແລະ ການອະນຸມັດ ⇒ ຈັບຄູ່ ແລະ ທົດສອບກັບ LMIS ຈິງ (ເຮັດໃນໄລຍະຮັບປະກັນ)
ວິທີກວດຮັບ — ໃຫ້ຝ່າຍ LMIS ທົດລອງດຶງຂໍ້ມູນດ້ວຍລະຫັດທີ່ອອກໃຫ້ → ຕ້ອງໄດ້ຂໍ້ມູນຖືກຕ້ອງ; ໃຊ້ລະຫັດຜິດ → ຕ້ອງຖືກປະຕິເສດ.
10

ຄວາມປອດໄພ: PIN 2FA + SSL

ຂັ້ນສູງ ແລະ ການເຊື່ອມຕໍ່
ເຈົ້າການ ສຳເລັດແລ້ວ 100%
ວັນເລີ່ມ12/08/2026 ວັນກຳນົດຈົບ09/10/2026 ໄລຍະເວລາ59 ວັນ ສະຖານະເວລາສຳເລັດແລ້ວ ຄວາມຄືບໜ້າ100%
ສິ່ງທີ່ພາກສ່ວນນີ້ຕ້ອງເຮັດທົດລອງໃຊ້ ແລະ ໃຫ້ຄຳເຫັນ ເມື່ອໜ້າວຽກນີ້ພ້ອມທົດສອບ

ຄວາມປອດໄພການເຂົ້າໃຊ້ງານ: ການເຊື່ອມຕໍ່ທີ່ເຂົ້າລະຫັດ ແລະ ການຢືນຢັນຕົວຕົນ 2 ຊັ້ນ.

📍 ບ່ອນໃຊ້ງານ: ໜ້າເຂົ້າລະບົບ
✔ ໃຊ້ງານໄດ້ແລ້ວ
  • ທຸກໜ້າໃຊ້ການເຊື່ອມຕໍ່ແບບເຂົ້າລະຫັດ (HTTPS) ແລ້ວ
  • ລະຫັດຜ່ານຖືກເກັບແບບເຂົ້າລະຫັດ ບໍ່ສາມາດອ່ານຄືນໄດ້
  • PIN 2 ຊັ້ນ ແລະ ເຂົ້າດ້ວຍເບີໂທ + PIN · ລັອກເມື່ອໃສ່ຜິດ · ຈື່ເຄື່ອງ · HTTPS/TLS
◻ ຍັງເຫຼືອ

ຄົບຕາມແຜນແລ້ວ

ວິທີກວດຮັບ — ເຂົ້າລະບົບ → ຕ້ອງຖືກຖາມລະຫັດ PIN ກ່ອນເຂົ້າໃຊ້ງານ.
11

ທົດສອບ QA

ທົດສອບ · ຕິດຕັ້ງ · ສົ່ງມອບ
ຮ່ວມ ສຳເລັດແລ້ວ 100%
ວັນເລີ່ມ11/08/2026 ວັນກຳນົດຈົບ16/10/2026 ໄລຍະເວລາ67 ວັນ ສະຖານະເວລາສຳເລັດແລ້ວ ຄວາມຄືບໜ້າ100%
ສິ່ງທີ່ພາກສ່ວນນີ້ຕ້ອງເຮັດຮ່ວມທົດສອບຄວາມປອດໄພ ແລະ ຄວາມສາມາດຮອງຮັບ ເທິງເຊີບເວີຈິງ

ທົດສອບລະບົບຢ່າງເປັນລະບົບ ກ່ອນສົ່ງມອບ: ຄວາມຖືກຕ້ອງ, ຄວາມໄວ ແລະ ຄວາມປອດໄພ.

📍 ບ່ອນໃຊ້ງານ: ດຳເນີນການໃນຂັ້ນຕອນກ່ອນຕິດຕັ້ງຈິງ
✔ ໃຊ້ງານໄດ້ແລ້ວ
  • ຊຸດທົດສອບອັດຕະໂນມັດ ກວ່າ 1,000 ລາຍການ ແລ່ນກ່ອນທຸກການປ່ຽນແປງ
  • ທົດສອບຄວາມສາມາດຮອງຮັບ ແລະ ຄວາມປອດໄພ (11/11/2026) · ແບບທົດສອບຮັບຮອງ (UAT) ທຸກພະແນກ
◻ ຍັງເຫຼືອ

ຄົບຕາມແຜນແລ້ວ

ວິທີກວດຮັບ — ໄດ້ຮັບເອກະສານຜົນການທົດສອບ ທີ່ລະບຸຜົນທຸກລາຍການ ພ້ອມການແກ້ໄຂຂໍ້ບົກຜ່ອງທີ່ພົບ.
12

ຕິດຕັ້ງ QA + Production

ທົດສອບ · ຕິດຕັ້ງ · ສົ່ງມອບ
ເຈົ້າການ ກຳລັງດຳເນີນການ 60%
ວັນເລີ່ມ11/08/2026 ວັນກຳນົດຈົບ16/10/2026 ໄລຍະເວລາ67 ວັນ ສະຖານະເວລາກາຍກຳນົດ 29 ວັນ ຄວາມຄືບໜ້າ60%
ສິ່ງທີ່ພາກສ່ວນນີ້ຕ້ອງເຮັດຮ່ວມກວດການຕິດຕັ້ງທີ່ ໂທລະຄົມລາວ ແລະ ຮັບມອບວິທີສຳຮອງ-ກູ້ຂໍ້ມູນ

ຕິດຕັ້ງລະບົບຈິງ ແລະ ລະບົບທົດສອບ ພ້ອມລະບົບສຳຮອງຂໍ້ມູນ ໂດຍຝາກໄວ້ທີ່ສູນບໍລິການຂອງ ໂທລະຄົມລາວ (Lao Telecom) ເປັນເວລາ 1 ປີ ຕາມສັນຍາ.

📍 ບ່ອນໃຊ້ງານ: ສູນບໍລິການຂໍ້ມູນ (Data Centre) ຂອງ ບໍລິສັດ ໂທລະຄົມລາວ (Lao Telecom)
✔ ໃຊ້ງານໄດ້ແລ້ວ
  • ຕົກລົງເລືອກຜູ້ໃຫ້ບໍລິການແລ້ວ: ໂທລະຄົມລາວ — ອີງເຫດຜົນ ລະບົບອັບເດດທັນສະໄໝ, ຄວາມປອດໄພ, ຄວາມສະຖຽນຂອງການບໍລິການ (uptime) ແລະ ຂັ້ນຕອນເອກະສານທີ່ຄ່ອງຕົວ
  • ລະບົບແລ່ນຢູ່ເຄື່ອງແມ່ຂ່າຍຊົ່ວຄາວ ໃຫ້ SDI ເຂົ້າທົດລອງໃຊ້ໄດ້ແລ້ວ
  • ມີລະບົບສຳຮອງຂໍ້ມູນພາຍໃນລະບົບ
  • ລະບົບໃຊ້ງານທີ່ sd.onemiracles.com (ບັງຄັບ HTTPS) · script ສຳຮອງຖານຂໍ້ມູນທຸກມື້ ທົດສອບແລ້ວ · ຄູ່ມືຕິດຕັ້ງ ແລະ ຍ້າຍ
◻ ຍັງເຫຼືອ
  • ລໍ SDI: ເຄື່ອງແມ່ຂ່າຍ data centre (ລາວໂທລະຄົມ) ແລະ ສິດເຂົ້າ
  • ຕິດຕັ້ງ production + QA ເທິງເຄື່ອງນັ້ນ ພາຍໃນ 5 ວັນເຮັດວຽກ ຫຼັງໄດ້ຮັບສິດເຂົ້າ
ວິທີກວດຮັບ — ເຂົ້າໃຊ້ລະບົບຜ່ານທີ່ຢູ່ເວັບຈິງ → ທຸກເມນູໃຊ້ງານໄດ້ປົກກະຕິ, ການເຊື່ອມຕໍ່ເປັນແບບເຂົ້າລະຫັດ ແລະ ມີໄຟລ໌ສຳຮອງອອກຕາມກຳນົດ ພ້ອມກູ້ຄືນໄດ້ຈິງ.
13

ຝຶກອົບຮົມ · ເອກະສານ · ສົ່ງມອບ

ທົດສອບ · ຕິດຕັ້ງ · ສົ່ງມອບ
ເຈົ້າການ ກຳລັງດຳເນີນການ 85%
ວັນເລີ່ມ12/08/2026 ວັນກຳນົດຈົບ30/10/2026 ໄລຍະເວລາ80 ວັນ ສະຖານະເວລາກາຍກຳນົດ 15 ວັນ ຄວາມຄືບໜ້າ85%
ສິ່ງທີ່ພາກສ່ວນນີ້ຕ້ອງເຮັດຈັດລາຍຊື່ຜູ້ເຂົ້າຮ່ວມຝຶກອົບຮົມ ແລະ ຢືນຢັນວັນທີ · ຮັບມອບຄູ່ມືຜູ້ດູແລລະບົບ ແລະ ສິດເຂົ້າເຖິງທັງໝົດ

ຄູ່ມືການໃຊ້ງານ, ຝຶກອົບຮົມພະນັກງານ ແລະ ສົ່ງມອບລະບົບຢ່າງເປັນທາງການ.

📍 ບ່ອນໃຊ້ງານ: ຫ້ອງຝຶກອົບຮົມ ແລະ ເອກະສານສົ່ງມອບ
✔ ໃຊ້ງານໄດ້ແລ້ວ
  • ມີເອກະສານພາຍໃນທີ່ບັນທຶກທຸກການປ່ຽນແປງຂອງລະບົບ ແລະ ພາບລວມລະບົບ
  • ມີກະດານຕິດຕາມຄວາມຄືບໜ້າ ໃຫ້ SDI ເບິ່ງໄດ້ຕະຫຼອດ
  • ຄູ່ມືຜູ້ໃຊ້ ແລະ ຜູ້ຄຸ້ມຄອງລະບົບ 25 ບົດ (ໃນລະບົບ + PDF) · ວິດີໂອ 2 ເລື່ອງ · ຊຸດນຳສະເໜີ
  • ແຜນຝຶກອົບຮົມ 12–20/11/2026 · ແບບທົດສອບຮັບຮອງ (UAT) ທຸກພະແນກ
  • ລະຫັດຕົ້ນສະບັບ (git) ພ້ອມສົ່ງມອບ + ຄູ່ມືນຳຂຶ້ນ GitHub / GitLab
◻ ຍັງເຫຼືອ
  • ຝຶກອົບຮົມ 12–18/11 ແລະ ລົງນາມ UAT ທຸກກຸ່ມ
  • ລໍ SDI: ບັນຊີ GitHub ຫຼື GitLab ຂອງສະຖາບັນ ເພື່ອຮັບລະຫັດຕົ້ນສະບັບ
  • ໜັງສືຮັບຮອງການນຳໃຊ້ (operational acceptance) — ວັນສົ່ງມອບ 19/11/2026
ວິທີກວດຮັບ — ພະນັກງານ SDI ຜ່ານການຝຶກອົບຮົມ ແລະ ລົງນາມຮັບຮອງ (UAT sign-off) ພ້ອມໄດ້ຮັບຄູ່ມືຄົບຊຸດ.
SD MIS Unit Work Report · Contract C2.2-C-4 · ອອກລາຍງານ 14/11/2026 04:47
ສະຖານະ, ວັນທີ ແລະ ຄວາມຄືບໜ້າ ດຶງອັດຕະໂນມັດຈາກກະດານຕິດຕາມການພັດທະນາໃນລະບົບ SD MIS