ກ່ອນພິມ: ໃນກ່ອງພິມຂອງ Chrome ໃຫ້ຕິກ Background graphics ຖ້າຢາກໄດ້ສີຄົບຕາມໜ້າຈໍ ·
ຕິກ Headers and footers ຖ້າຢາກໄດ້ເລກໜ້າ ·
ຕັ້ງ Margins = Default ແລະ Scale = 100%.
ເອກະສານອ່ານອອກຄົບເຖິງບໍ່ຕິກສີພື້ນ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ກະຊວງແຮງງານ ແລະ ສະຫວັດດີການສັງຄົມ
ສະຖາບັນພັດທະນາສີມືແຮງງານ
ຜູ້ພັດທະນາລະບົບ
Skills Development MIS · Contract C2.2-C-4 · Priority Skills for Growth Project (PSG)
ຜັງຂັ້ນຕອນການເຮັດວຽກ — ຕາມພະແນກ · ຂະແໜງ
Work Flows — Design and Development of the Skills Development Management Information System (SD MIS)
ເອກະສານສະບັບນີ້ຕອບຄຳຖາມ “ວຽກນີ້ເຮັດຕາມລຳດັບໃດ ແລະ ໃຜເຮັດຂັ້ນໃດ” —
ຕ່າງຈາກລາຍງານສະບັບອື່ນທີ່ບອກວ່າ ຄືບໜ້າໄປເທົ່າໃດ.
ອ່ານຈາກຊ້າຍໄປຂວາ: ແຕ່ລະຄໍລຳຄື 1 ຂັ້ນ, ໃນຂັ້ນມີຂັ້ນຕອນຍ່ອຍ ພ້ອມບອກ ຜູ້ເຮັດ ແລະ ໜ້າທີ່ໃຊ້ເຮັດ.
ເລືອກມຸມມອງໄດ້ 3 ແບບ: ຕາມໜ້າວຽກ · ຕາມບົດບາດ · ຕາມພະແນກ ແລະ ຂະແໜງ —
ທຸກສະຖານະ ແລະ ຕົວເລກດຶງສົດຈາກລະບົບ ຈຶ່ງກົງກັບລາຍງານສະບັບອື່ນສະເໝີ.
ມຸມມອງນີ້ ພະແນກ · ຂະແໜງ · ໜ້າທີ່ ແລະ ສາຂາອາຊີບ ອ່ານຈາກ ໂຄງຮ່າງການຈັດຕັ້ງ ໃນລະບົບ —
ສະຖາບັນປ່ຽນຊື່ ຫຼື ເພີ່ມຂະແໜງ ແລ້ວໜ້ານີ້ປ່ຽນຕາມ.
ຂັ້ນຕອນຂຽນຕາມໜ້າທີ່ໃນຂໍ້ຕົກລົງ ແລະ ເມນູທີ່ແຕ່ລະພະແນກໃຊ້ —
ເປັນຂໍ້ສະເໜີ ຂໍໃຫ້ແຕ່ລະພະແນກກວດ ແລະ ຢືນຢັນ.
▶ ຈຸດເລີ່ມ
□ ຂັ້ນຕອນທີ່ຕ້ອງເຮັດ
◆ ຈຸດຕັດສິນ — ແຍກ 2 ທາງ ແມ່ນ·Y / ບໍ່ແມ່ນ·N
▤ ຜົນ ຫຼື ເອກະສານທີ່ໄດ້
✔ ຈຸດຈົບ
👤 ຜູ້ເຮັດ
📍 ໜ້າ ຫຼື ເມນູທີ່ໃຊ້
ກົດເລືອກເພື່ອເບິ່ງສະເພາະຜັງດຽວ — ລິ້ງທີ່ໄດ້ ສາມາດເກັບໄວ້ ຫຼື ສົ່ງໃຫ້ພະແນກ ຫຼື ຜູ້ຮັບຜິດຊອບນັ້ນໂດຍກົງໄດ້.
🏛
ຄະນະນຳສະຖາບັນພັດທະນາສີມືແຮງງານ
Institute Leadership · SDI-LEAD
ໜ້າທີ່ຕາມໂຄງຮ່າງການຈັດຕັ້ງຊີ້ນຳ-ນຳພາວຽກງານລວມ ຕາມ ຂໍ້ຕົກລົງ 0500/ຮສສ 15/02/2023: ຫົວໜ້າສະຖາບັນ 1 ທ່ານ · ຮອງຫົວໜ້າ ຈຳນວນໜຶ່ງ · ໜ້າທີ່ 23 ຂໍ້ (ມາດຕາ 3) · ຂອບເຂດສິດ 10 ຂໍ້ (ມາດຕາ 4)
ເປົ້າໝາຍຂອງຜັງນີ້ຊີ້ນຳວຽກລວມ ແລະ ຕັດສິນໃຈ ຈາກຕົວເລກຈິງຂອງທຸກພະແນກ ແລະ ທຸກສູນ
ເລີ່ມເມື່ອໃດປະຈຳອາທິດ · ປະຈຳເດືອນ · ກ່ອນປະຊຸມ ຫຼື ກ່ອນລາຍງານຂັ້ນເທິງ
ຈົບແລ້ວໄດ້ຫຍັງຂໍ້ຕົກລົງທີ່ມີຜູ້ຮັບຜິດຊອບຊັດເຈນ ແລະ ລາຍງານທີ່ລົງນາມຮັບຮອງ
4 ຂັ້ນ
8 ຂັ້ນຕອນຍ່ອຍ
1 ຈຸດຕັດສິນ
1ເບິ່ງພາບລວມ
▶ເປີດໜ້າຫຼັກ ເບິ່ງຕົວເລກລວມຂອງທຸກພະແນກ ແລະ ທຸກສູນ
👤 ຫົວໜ້າ ແລະ ຮອງຫົວໜ້າສະຖາບັນ📍 ໜ້າຫຼັກ
ເປີດລາຍງານທາງການ: ຜູ້ເຂົ້າຝຶກ · ການທົດສອບ · ການມີວຽກເຮັດ · ບຸກຄະລາກອນ
📍 ສູນລາຍງານ ແລະ ສະຖິຕິ
2ຕິດຕາມແຕ່ລະພະແນກ ແລະ ສູນ
ທຽບຕົວເລກລະຫວ່າງສູນ ແລະ ລະຫວ່າງໄລຍະເວລາ
📍 ລາຍງານລວມຂ້າມສູນ
?
ມີພະແນກ ຫຼື ສູນ ທີ່ຕົວເລກຜິດປົກກະຕິ ຫຼື ຂໍ້ມູນຄ້າງບໍ?
ແມ່ນ · Yມອບໝາຍຫົວໜ້າພະແນກນັ້ນ ກວດ ແລະ ລາຍງານຄືນ
3ຕັດສິນ ແລະ ມອບໝາຍ
ຕັດສິນຂໍ້ຕິດຄ້າງທີ່ພະແນກຕັດສິນເອງບໍ່ໄດ້ ແລ້ວມອບໝາຍຜູ້ຮັບຜິດຊອບ
👤 ຫົວໜ້າສະຖາບັນ
ຕິດຕາມການນຳລະບົບມາໃຊ້ ຂອງແຕ່ລະພະແນກ
📍 ແຜນ & ຕິດຕາມພັດທະນາ
4ຮັບຮອງ ແລະ ລາຍງານ
▤ລາຍງານທາງການ ພິມ ຫຼື ບັນທຶກເປັນ PDF ພ້ອມຕາສັນຍາລັກ
✔ລົງນາມຮັບຮອງ ແລ້ວສົ່ງຂັ້ນເທິງ
👤 ຫົວໜ້າສະຖາບັນ
📋
ພະແນກບໍລິຫານ-ແຜນການ
SDI-U01
ໜ້າທີ່ຕາມໂຄງຮ່າງການຈັດຕັ້ງນະໂຍບາຍ ແຜນຍຸດທະສາດ ແຜນງານ-ໂຄງການ · ງົບປະມານ ການເງິນ ຊັບສິນ · ພະນັກງານ-ລັດຖະກອນ (ບັນຈຸ ຍົກຍ້າຍ ເລື່ອນຊັ້ນ-ຂັ້ນ ນະໂຍບາຍ) · ເອກະສານ-ບໍລິຫານ · ພິທີການ ແລະ ຮັບແຂກ · ຄຸ້ມຄອງອາຄານ-ຍານພາຫະນະ · ຮ່ວມມືພາຍໃນ-ຕ່າງປະເທດ (ມາດຕາ 7 · 17 ຂໍ້)
ເປົ້າໝາຍຂອງຜັງນີ້ໃຫ້ສະຖາບັນມີຂໍ້ມູນ ຄົນ · ໂຄງຮ່າງ · ຄ່າບໍລິການ ແລະ ແຜນການ ທີ່ຖືກຕ້ອງ ເພື່ອໃຫ້ພະແນກອື່ນເຮັດວຽກຕໍ່ໄດ້
ເລີ່ມເມື່ອໃດຕົ້ນສົກປີ · ມີພະນັກງານໃໝ່ ຫຼື ຍົກຍ້າຍ · ຮອດຮອບລາຍງານ
ຈົບແລ້ວໄດ້ຫຍັງບັນຊີພະນັກງານ · ໂຄງຮ່າງການຈັດຕັ້ງ · ຄ່າບໍລິການ ແລະ ລາຍງານລວມ ທີ່ເປັນປັດຈຸບັນ
4 ຂັ້ນ
10 ຂັ້ນຕອນຍ່ອຍ
2 ຈຸດຕັດສິນ
1ຄົນ ແລະ ໂຄງຮ່າງ
▶ຮັບຂໍ້ຕົກລົງ ບັນຈຸ · ຍົກຍ້າຍ · ເລື່ອນຊັ້ນ-ຂັ້ນ ຂອງພະນັກງານ
👤 ຂະແໜງ ຈັດຕັ້ງ-ພະນັກງານ
ອັບເດດບັນຊີພະນັກງານ ແລະ ໜ່ວຍງານທີ່ສັງກັດ
👤 ຂະແໜງ ຈັດຕັ້ງ-ພະນັກງານ📍 ບຸກຄະລາກອນ → ບັນຊີພະນັກງານ
ປັບແຜນຜັງໂຄງຮ່າງການຈັດຕັ້ງ ເມື່ອໂຄງສ້າງປ່ຽນ
📍 ສູນ ແລະ ໜ່ວຍງານ → ແຜນຜັງໂຄງຮ່າງການຈັດຕັ້ງ
2ບັນຊີເຂົ້າລະບົບ
ອອກລະຫັດ PIN ໃຫ້ພະນັກງານເປັນລາຍຄົນ ແລະ ຢືນຢັນບັນຊີທີ່ລົງທະບຽນເອງ
👤 ຜູ້ຮັບຜິດຊອບບັນຊີຜູ້ໃຊ້ ຂອງພະແນກ📍 ບັນຊີເຂົ້າລະບົບ · ລະຫັດ PIN
?
ພະນັກງານເຫັນເມນູຄົບຕາມໜ້າວຽກຂອງພະແນກຕົນບໍ?
ບໍ່ແມ່ນ · Nປັບບົດບາດ ຫຼື ພະແນກທີ່ສັງກັດ
3ຄ່າບໍລິການ-ຄ່າທຳນຽມ
ປັບຕາຕະລາງຄ່າບໍລິການ-ຄ່າທຳນຽມ ຕາມຂໍ້ຕົກລົງສະບັບຫຼ້າສຸດ
👤 ຂະແໜງ ບໍລິຫານ-ການເງິນ📍 ຄ່າບໍລິການ-ຄ່າທຳນຽມ
▤ລາຄາສະບັບໃໝ່ ຂຶ້ນໜ້າເວັບສະຖາບັນ
4ແຜນການ ແລະ ລາຍງານ
ລວບລວມຕົວເລກຈາກທຸກພະແນກ ແລະ ທຸກສູນ
👤 ຂະແໜງ ແຜນການ-ການຮ່ວມມື📍 ສູນລາຍງານ ແລະ ສະຖິຕິ · ລາຍງານລວມຂ້າມສູນ
?
ຕົວເລກຄົບ ແລະ ກົງກັບພະແນກເຈົ້າຂອງຂໍ້ມູນບໍ?
ບໍ່ແມ່ນ · Nສົ່ງຄືນພະແນກນັ້ນ ແກ້ຂໍ້ມູນຕົ້ນທາງ
✔ສົ່ງລາຍງານໃຫ້ ຄະນະນຳສະຖາບັນພັດທະນາສີມືແຮງງານ ພິຈາລະນາ ແລະ ລົງນາມ
ຂະແໜງຂອງພະແນກນີ້ — ກົດເພື່ອເປີດຜັງຂອງຂະແໜງນັ້ນໂດຍກົງ
SDI-U01-D01
ຂະແໜງ ບໍລິຫານ-ການເງິນ
Administration-Finance Division · ຂຶ້ນກັບ ພະແນກບໍລິຫານ-ແຜນການ
ໜ້າທີ່ຕາມໂຄງຮ່າງການຈັດຕັ້ງບໍລິຫານ · ການເງິນ · ຄ່າບໍລິການ ແລະ ຄ່າທຳນຽມ (ຕາຕະລາງ 0939/ສພງ)
ເປົ້າໝາຍຂອງຜັງນີ້ໃຫ້ຄ່າບໍລິການ-ຄ່າທຳນຽມ ທີ່ປະກາດ ກົງກັບຂໍ້ຕົກລົງ ແລະ ທຸກສູນເກັບຄືກັນ
ເລີ່ມເມື່ອໃດມີຂໍ້ຕົກລົງຄ່າບໍລິການສະບັບໃໝ່ ຫຼື ເປີດບໍລິການໃໝ່
ຈົບແລ້ວໄດ້ຫຍັງຕາຕະລາງຄ່າບໍລິການ ທີ່ປະຊາຊົນເຫັນໃນໜ້າເວັບ ແລະ ພະນັກງານໃຊ້ອ້າງອີງ
3 ຂັ້ນ
5 ຂັ້ນຕອນຍ່ອຍ
1 ຈຸດຕັດສິນ
1ຮັບຂໍ້ຕົກລົງ
▶ຮັບຂໍ້ຕົກລົງຄ່າບໍລິການ-ຄ່າທຳນຽມ ສະບັບທີ່ມີຜົນບັງຄັບໃຊ້
👤 ຫົວໜ້າຂະແໜງ
2ບັນທຶກລາຄາ
ເພີ່ມ ຫຼື ແກ້ ລາຍການ ແລະ ລາຄາ ຕາມຂໍ້ຕົກລົງ
👤 ພະນັກງານຂະແໜງ📍 ຄ່າບໍລິການ-ຄ່າທຳນຽມ
?
ລາຄາ ແລະ ຫົວໜ່ວຍ ກົງກັບເອກະສານທຸກລາຍການບໍ?
ແມ່ນ · Yຢືນຢັນ ແລະ ເປີດໃຫ້ເຫັນ
ບໍ່ແມ່ນ · Nແກ້ລາຍການທີ່ຜິດ
3ປະກາດໃຊ້
▤ຕາຕະລາງລາຄາ ຂຶ້ນໜ້າເວັບສະຖາບັນ
✔ແຈ້ງທຸກພະແນກ ແລະ ທຸກສູນ ໃຫ້ໃຊ້ລາຄາສະບັບດຽວກັນ
👤 ຫົວໜ້າຂະແໜງ
SDI-U01-D02
ຂະແໜງ ແຜນການ-ການຮ່ວມມື
Planning-Cooperation Division · ຂຶ້ນກັບ ພະແນກບໍລິຫານ-ແຜນການ
ໜ້າທີ່ຕາມໂຄງຮ່າງການຈັດຕັ້ງນະໂຍບາຍ · ແຜນຍຸດທະສາດ · ແຜນງານ-ໂຄງການ · ແຫຼ່ງທຶນ ແລະ ການຮ່ວມມືກັບຕ່າງປະເທດ
ເປົ້າໝາຍຂອງຜັງນີ້ໃຫ້ແຜນການ ແລະ ລາຍງານຂັ້ນເທິງ ອີງຕົວເລກຈິງຈາກລະບົບ ບໍ່ຕ້ອງລວບລວມດ້ວຍມື
ເລີ່ມເມື່ອໃດຮອດຮອບລາຍງານ (ເດືອນ · ໄຕມາດ · ປີ) ຫຼື ກຽມແຜນງານ-ໂຄງການ
ຈົບແລ້ວໄດ້ຫຍັງລາຍງານລວມທີ່ພິມໄດ້ ແລະ ຕົວເລກອ້າງອີງ ສຳລັບແຜນການ ແລະ ການຮ່ວມມື
3 ຂັ້ນ
6 ຂັ້ນຕອນຍ່ອຍ
1 ຈຸດຕັດສິນ
1ເກັບຕົວເລກ
▶ກຳນົດຮອບລາຍງານ ແລະ ຕົວຊີ້ວັດທີ່ຕ້ອງໃຊ້
👤 ຫົວໜ້າຂະແໜງ
ເປີດລາຍງານທາງການ ຂອງແຕ່ລະເລື່ອງ
👤 ພະນັກງານຂະແໜງ📍 ສູນລາຍງານ ແລະ ສະຖິຕິ
2ລວມຂ້າມສູນ
ທຽບຕົວເລກລະຫວ່າງສູນ ແລ້ວສົ່ງອອກເປັນຕາຕະລາງ
👤 ພະນັກງານຂະແໜງ📍 ລາຍງານລວມຂ້າມສູນ
?
ມີສູນ ຫຼື ພະແນກ ທີ່ຂໍ້ມູນຍັງບໍ່ຄົບບໍ?
ແມ່ນ · Yແຈ້ງໃຫ້ຕື່ມຂໍ້ມູນ ກ່ອນປິດຮອບ
3ສະຫຼຸບ ແລະ ນຳໃຊ້
▤ລາຍງານລວມ ພິມ ຫຼື ບັນທຶກເປັນ PDF
✔ສະເໜີ ຄະນະນຳສະຖາບັນພັດທະນາສີມືແຮງງານ ແລະ ໃຊ້ປະກອບແຜນງານ-ໂຄງການ ແລະ ການຮ່ວມມື
👤 ຫົວໜ້າຂະແໜງ
SDI-U01-D03
ຂະແໜງ ຈັດຕັ້ງ-ພະນັກງານ
Organisation-Personnel Division · ຂຶ້ນກັບ ພະແນກບໍລິຫານ-ແຜນການ
ໜ້າທີ່ຕາມໂຄງຮ່າງການຈັດຕັ້ງບັນຊີພະນັກງານລັດຖະກອນຄູ ແລະ ລັດຖະກອນບໍລິຫານ · ຊັ້ນ-ຂັ້ນ-ດັດສະນີ · ເງິນອຸດໜູນ · ເລື່ອນຊັ້ນ-ຂັ້ນ
ເປົ້າໝາຍຂອງຜັງນີ້ໃຫ້ບັນຊີພະນັກງານ ແລະ ຄູຝຶກ ຂອງທຸກສູນ ຖືກຕ້ອງ ແລະ ທຸກຄົນມີບັນຊີເຂົ້າລະບົບຂອງຕົນເອງ
ເລີ່ມເມື່ອໃດບັນຈຸໃໝ່ · ຍົກຍ້າຍ · ເລື່ອນຊັ້ນ-ຂັ້ນ · ອອກຈາກໜ້າທີ່
ຈົບແລ້ວໄດ້ຫຍັງບັນຊີພະນັກງານທີ່ເປັນປັດຈຸບັນ ແລະ ສິດເຂົ້າໃຊ້ທີ່ກົງກັບໜ້າວຽກ
4 ຂັ້ນ
6 ຂັ້ນຕອນຍ່ອຍ
1 ຈຸດຕັດສິນ
1ຮັບການປ່ຽນແປງ
▶ຮັບຂໍ້ຕົກລົງ ບັນຈຸ · ຍົກຍ້າຍ · ເລື່ອນຊັ້ນ-ຂັ້ນ
👤 ຫົວໜ້າຂະແໜງ
2ອັບເດດບັນຊີພະນັກງານ
ເພີ່ມ ຫຼື ແກ້ ຂໍ້ມູນພະນັກງານ: ຕຳແໜ່ງ · ຊັ້ນ-ຂັ້ນ · ສູນ ແລະ ພະແນກທີ່ສັງກັດ
👤 ພະນັກງານຂະແໜງ📍 ບຸກຄະລາກອນ → ບັນຊີພະນັກງານ
?
ຂໍ້ມູນຄົບ ແລະ ກົງກັບເອກະສານບໍ?
ແມ່ນ · Yໄປອອກບັນຊີເຂົ້າລະບົບ
ບໍ່ແມ່ນ · Nຂໍເອກະສານເພີ່ມຈາກເຈົ້າຕົວ
3ບັນຊີເຂົ້າລະບົບ
ອອກລະຫັດ PIN ເປັນລາຍຄົນ ແລະ ຢືນຢັນບັນຊີທີ່ລົງທະບຽນເອງ
📍 ບັນຊີເຂົ້າລະບົບ · ລະຫັດ PIN
ປິດບັນຊີຂອງຜູ້ທີ່ອອກຈາກໜ້າທີ່
📍 ບັນຊີເຂົ້າລະບົບ · ລະຫັດ PIN
4ສະຫຼຸບ
✔ຈຳນວນພະນັກງານ ແລະ ຄູຝຶກ ຂຶ້ນລາຍງານບຸກຄະລາກອນ
📍 ສູນລາຍງານ ແລະ ສະຖິຕິ
📚
ພະແນກພັດທະນາມາດຕະຖານ ແລະ ຫຼັກສູດຝຶກສີມືແຮງງານ
SDI-U02
ໜ້າທີ່ຕາມໂຄງຮ່າງການຈັດຕັ້ງນະໂຍບາຍ ແຜນການ ແລະ ລະບຽບການ ດ້ານມາດຕະຖານ ຫຼັກສູດ ແລະ ປະກັນຄຸນນະພາບ · ສ້າງ-ປັບປຸງ ມາດຕະຖານສີມືແຮງງານ ຮ່ວມກັບ 3 ຝ່າຍ · ຫຼັກສູດ ແລະ ຕຳລາ · ກຳນົດມາດຕະຖານ ເງື່ອນໄຂ ແລະ ຕົວຊີ້ວັດ ປະກັນຄຸນນະພາບ · ຕິດຕາມ-ປະເມີນ ແລະ ອອກໃບຢັ້ງຢືນການປະກັນຄຸນນະພາບ (ມາດຕາ 10 · 13 ຂໍ້)
ເປົ້າໝາຍຂອງຜັງນີ້ໃຫ້ທຸກສູນຝຶກຕາມມາດຕະຖານ ແລະ ຫຼັກສູດ ສະບັບດຽວກັນ ແລະ ມີການປະກັນຄຸນນະພາບ
ເລີ່ມເມື່ອໃດມີສາຂາອາຊີບໃໝ່ · ຮອດຮອບປັບປຸງມາດຕະຖານ-ຫຼັກສູດ · ຮອດຮອບປະເມີນ
ຈົບແລ້ວໄດ້ຫຍັງບັນຊີມາດຕະຖານ · ທະບຽນຫຼັກສູດ ແລະ ຜົນປະເມີນຄຸນນະພາບ ທີ່ທຸກສູນໃຊ້ອ້າງອີງ
4 ຂັ້ນ
7 ຂັ້ນຕອນຍ່ອຍ
1 ຈຸດຕັດສິນ
1ມາດຕະຖານ
▶ຄົ້ນຄວ້າ ແລະ ຮັບຮອງມາດຕະຖານສີມືແຮງງານ ຮ່ວມກັບ 3 ຝ່າຍ
👤 ຂະແໜງ ພັດທະນາມາດຕະຖານສີມືແຮງງານ
ບັນທຶກສາຂາອາຊີບ ຂະແໜງການ ແລະ ລະດັບສີມື
👤 ຂະແໜງ ພັດທະນາມາດຕະຖານສີມືແຮງງານ📍 ບັນຊີສາຂາອາຊີບ ແລະ ຂະແໜງການ
2ຫຼັກສູດ
ສ້າງ ຫຼື ປັບຫຼັກສູດ ໃຫ້ຜູກກັບມາດຕະຖານ
👤 ຂະແໜງ ພັດທະນາຫຼັກສູດ📍 ທະບຽນຫຼັກສູດຝຶກສີມືແຮງງານ
?
ຫຼັກສູດຜ່ານການຮັບຮອງແລ້ວບໍ?
ແມ່ນ · Yເປີດໃຫ້ສູນນຳໄປສອນ
3ສູນນຳໄປໃຊ້
ສູນເລືອກຫຼັກສູດທີ່ຮັບຮອງແລ້ວ ໄປເປີດສອນ
👤 ສູນຝຶກສີມືແຮງງານ ລາວ-ເກົາຫຼີ ແລະ ສູນສາຂາ📍 ວິຊາການ → ຫຼັກສູດທີ່ສູນເປີດສອນ
4ປະກັນຄຸນນະພາບ
ເປີດຮອບປະເມີນ ແລະ ເກັບຜົນ
👤 ຂະແໜງ ປະເມີນຄຸນນະພາບການພັດທະນາສີມືແຮງງານ📍 ການປະເມີນຜົນ
✔ນຳຜົນປະເມີນ ໄປປັບມາດຕະຖານ ແລະ ຫຼັກສູດ ຮອບຕໍ່ໄປ
ຂະແໜງຂອງພະແນກນີ້ — ກົດເພື່ອເປີດຜັງຂອງຂະແໜງນັ້ນໂດຍກົງ
SDI-U02-D01
ຂະແໜງ ພັດທະນາມາດຕະຖານສີມືແຮງງານ
Skills Standards Development Division · ຂຶ້ນກັບ ພະແນກພັດທະນາມາດຕະຖານ ແລະ ຫຼັກສູດຝຶກສີມືແຮງງານ
ໜ້າທີ່ຕາມໂຄງຮ່າງການຈັດຕັ້ງຄົ້ນຄວ້າ ສ້າງ ແລະ ປັບປຸງມາດຕະຖານສີມືແຮງງານແຫ່ງຊາດ ແລະ ຫົວໜ່ວຍແຮງງານ
ເປົ້າໝາຍຂອງຜັງນີ້ໃຫ້ມີບັນຊີມາດຕະຖານສີມືແຮງງານ ສະບັບດຽວ ທີ່ທຸກພະແນກ ແລະ ທຸກສູນ ໃຊ້ຮ່ວມກັນ
ເລີ່ມເມື່ອໃດມີສາຂາອາຊີບໃໝ່ ຫຼື ຮອດຮອບປັບປຸງມາດຕະຖານ
ຈົບແລ້ວໄດ້ຫຍັງສາຂາອາຊີບ ແລະ ລະດັບສີມື ທີ່ໃຊ້ຜູກກັບ ຫຼັກສູດ · ການທົດສອບ ແລະ ໃບຢັ້ງຢືນ
3 ຂັ້ນ
5 ຂັ້ນຕອນຍ່ອຍ
1 ຈຸດຕັດສິນ
1ຄົ້ນຄວ້າ ແລະ ຮັບຮອງ
▶ຄົ້ນຄວ້າ ແລະ ຮ່າງມາດຕະຖານ ຮ່ວມກັບຫົວໜ່ວຍແຮງງານ
👤 ພະນັກງານຂະແໜງ
?
ມາດຕະຖານຜ່ານການຮັບຮອງແລ້ວບໍ?
ບໍ່ແມ່ນ · Nປັບຮ່າງ ແລ້ວສະເໜີຄືນ
2ບັນທຶກ
ເພີ່ມ ຫຼື ແກ້ ສາຂາອາຊີບ ແລະ ຂະແໜງການ ຕາມມາດຕະຖານທີ່ຮັບຮອງ
👤 ພະນັກງານຂະແໜງ📍 ບັນຊີສາຂາອາຊີບ ແລະ ຂະແໜງການ
3ແຈ້ງໃຊ້
▤ບັນຊີມາດຕະຖານ ສະບັບປັດຈຸບັນ
✔ແຈ້ງໃຫ້ປັບຫຼັກສູດ ແລະ ຫົວບົດທົດສອບຕາມ — ເຖິງ ຂະແໜງ ພັດທະນາຫຼັກສູດ · ພະແນກທົດສອບ ແລະ ອອກໃບຢັ້ງຢືນສີມືແຮງງານ
👤 ຫົວໜ້າຂະແໜງ
SDI-U02-D02
ຂະແໜງ ພັດທະນາຫຼັກສູດ
Curriculum Development Division · ຂຶ້ນກັບ ພະແນກພັດທະນາມາດຕະຖານ ແລະ ຫຼັກສູດຝຶກສີມືແຮງງານ
ໜ້າທີ່ຕາມໂຄງຮ່າງການຈັດຕັ້ງຄົ້ນຄວ້າ ສ້າງ ແລະ ປັບປຸງຫຼັກສູດການຝຶກສີມືແຮງງານ
ເປົ້າໝາຍຂອງຜັງນີ້ໃຫ້ທຸກສູນສອນຕາມຫຼັກສູດທາງການ ສະບັບດຽວກັນ
ເລີ່ມເມື່ອໃດມາດຕະຖານປ່ຽນ · ຕະຫຼາດແຮງງານຕ້ອງການສາຂາໃໝ່ · ຮອດຮອບທົບທວນຫຼັກສູດ
ຈົບແລ້ວໄດ້ຫຍັງທະບຽນຫຼັກສູດທາງການ ທີ່ສູນເລືອກໄປເປີດສອນໄດ້
3 ຂັ້ນ
6 ຂັ້ນຕອນຍ່ອຍ
1 ຈຸດຕັດສິນ
1ຮ່າງຫຼັກສູດ
▶ຮັບມາດຕະຖານສີມືແຮງງານ ທີ່ຮັບຮອງແລ້ວ
👤 ຫົວໜ້າຂະແໜງ
ຮ່າງຫຼັກສູດ: ວິຊາ · ຊົ່ວໂມງ · ເງື່ອນໄຂຜູ້ເຂົ້າຝຶກ
👤 ພະນັກງານຂະແໜງ
2ຂຶ້ນທະບຽນ
ບັນທຶກຫຼັກສູດ ແລະ ຜູກກັບສາຂາອາຊີບ
👤 ພະນັກງານຂະແໜງ📍 ທະບຽນຫຼັກສູດຝຶກສີມືແຮງງານ
?
ຫຼັກສູດຜ່ານການຮັບຮອງແລ້ວບໍ?
3ຕິດຕາມການໃຊ້
ກວດວ່າສູນໃດ ເປີດສອນຫຼັກສູດໃດ
📍 ສູນລາຍງານ ແລະ ສະຖິຕິ
✔ເກັບຄຳເຫັນຈາກຄູຝຶກ ແລະ ຜົນປະເມີນ ໄວ້ປັບຫຼັກສູດຮອບຕໍ່ໄປ
SDI-U02-D03
ຂະແໜງ ປະເມີນຄຸນນະພາບການພັດທະນາສີມືແຮງງານ
Quality Assurance Division · ຂຶ້ນກັບ ພະແນກພັດທະນາມາດຕະຖານ ແລະ ຫຼັກສູດຝຶກສີມືແຮງງານ
ໜ້າທີ່ຕາມໂຄງຮ່າງການຈັດຕັ້ງປະກັນຄຸນນະພາບ: ປະເມີນຕົນເອງ · ພາຍໃນ · ພາຍນອກ · ໃບຢັ້ງຢືນການປະກັນຄຸນນະພາບ
ເປົ້າໝາຍຂອງຜັງນີ້ໃຫ້ຮູ້ຄຸນນະພາບການຝຶກ ຂອງແຕ່ລະສູນ ແລະ ຄູຝຶກ ຈາກຜົນປະເມີນຈິງ
ເລີ່ມເມື່ອໃດທ້າຍຊຸດຝຶກ ຫຼື ຮອດຮອບປະເມີນປະຈຳປີ
ຈົບແລ້ວໄດ້ຫຍັງຜົນປະເມີນຕໍ່ຄູຝຶກ ແລະ ຕໍ່ສູນ ພ້ອມຂໍ້ສະເໜີປັບປຸງ
3 ຂັ້ນ
5 ຂັ້ນຕອນຍ່ອຍ
1 ຈຸດຕັດສິນ
1ເປີດຮອບປະເມີນ
▶ກຳນົດຮອບປະເມີນ ແລະ ຜູ້ຖືກປະເມີນ
👤 ຫົວໜ້າຂະແໜງ📍 ການປະເມີນຜົນ
2ເກັບຜົນ
ເກັບຄະແນນປະເມີນຈາກຜູ້ເຂົ້າຝຶກ ໂດຍບໍ່ເປີດເຜີຍຊື່ຜູ້ໃຫ້ຄະແນນ
👤 ສູນ ແລະ ພະນັກງານຂະແໜງ📍 ການປະເມີນຜົນ
?
ໄດ້ຜົນຄົບທຸກສູນ ແລະ ທຸກຫຼັກສູດບໍ?
ບໍ່ແມ່ນ · Nຕິດຕາມສູນທີ່ຍັງບໍ່ສົ່ງ
3ສະຫຼຸບ ແລະ ປັບປຸງ
▤ຄ່າສະເລ່ຍຕໍ່ຄູຝຶກ ແລະ ຕໍ່ສູນ
📍 ສູນລາຍງານ ແລະ ສະຖິຕິ
✔ສະເໜີ ຄະນະນຳສະຖາບັນພັດທະນາສີມືແຮງງານ ແລະ ແຈ້ງສູນໃຫ້ປັບປຸງ
👤 ຫົວໜ້າຂະແໜງ
🏫
ສູນຝຶກສີມືແຮງງານ ລາວ-ເກົາຫຼີ
SDI-U03
ໜ້າທີ່ຕາມໂຄງຮ່າງການຈັດຕັ້ງຄຸ້ມຄອງວິຊາການ ດ້ານການຝຶກ: ຫຼັກສູດ ຕາຕະລາງ ຄູຝຶກ ຜູ້ເຂົ້າຝຶກ ຜູ້ສຳເລັດ · ໂຮງຊ່າງ ຫ້ອງຝຶກ ອຸປະກອນ · ຝຶກ 7 ຂະແໜງວິຊາສະເພາະ · ຮ່ວມກັບຫົວໜ່ວຍແຮງງານ ສົ່ງຜູ້ເຂົ້າຝຶກລົງຝຶກງານ · ແລກປ່ຽນວິຊາການ · ຝຶກເຄື່ອນທີ່ · ຫໍພັກ ຫໍອາຫານ ແລະ ກິດຈະກຳຜູ້ເຂົ້າຝຶກ (ມາດຕາ 11 · 14 ຂໍ້)
ເປົ້າໝາຍຂອງຜັງນີ້ຝຶກຜູ້ເຂົ້າຝຶກໃຫ້ຈົບຕາມຫຼັກສູດ ໂດຍມີຂໍ້ມູນຄົບທຸກຂັ້ນ ຕັ້ງແຕ່ສະໝັກ ຮອດ ສຳເລັດການຝຶກ
ເລີ່ມເມື່ອໃດເປີດຮັບສະໝັກຊຸດຝຶກໃໝ່ ຂອງແຕ່ລະເທີມ
ຈົບແລ້ວໄດ້ຫຍັງຜູ້ສຳເລັດການຝຶກ ພ້ອມຄະແນນ ແລະ ລາຍຊື່ສົ່ງຕໍ່ ໃຫ້ທົດສອບ ແລະ ຕິດຕາມການມີວຽກເຮັດ
4 ຂັ້ນ
8 ຂັ້ນຕອນຍ່ອຍ
2 ຈຸດຕັດສິນ
1ຮັບສະໝັກ ແລະ ລົງທະບຽນ
▶ກວດຄຳຮ້ອງສະໝັກອອນລາຍ ແລະ ຄຳຮ້ອງທີ່ຍື່ນຢູ່ສູນ
👤 ຂະແໜງ ຄຸ້ມຄອງຜູ້ເຂົ້າຝຶກ📍 ຄຳຮ້ອງສະໝັກອອນລາຍ
?
ຄຸນສົມບັດ ແລະ ເອກະສານ ຄົບບໍ?
ແມ່ນ · Yລົງທະບຽນເປັນຜູ້ເຂົ້າຝຶກ
ບໍ່ແມ່ນ · Nຂໍເອກະສານເພີ່ມ
2ຈັດຫຼັກສູດ ແລະ ຕາຕະລາງ
ເປີດຫຼັກສູດ/ຊຸດຝຶກ · ຈັດຕາຕະລາງ · ມອບໝາຍຄູຝຶກ
👤 ຂະແໜງ ຄຸ້ມຄອງວິຊາການ📍 ວິຊາການ → ຕາຕະລາງເວລາຝຶກ
ຈັດຫ້ອງພັກ ໃຫ້ຜູ້ທີ່ຂໍພັກຫໍ
👤 ຂະແໜງ ຄຸ້ມຄອງຜູ້ເຂົ້າຝຶກ📍 ຫໍພັກ
3ຝຶກໃນຂະແໜງວິຊາສະເພາະ
ສອນ ຝຶກພາກປະຕິບັດ ແລະ ບັນທຶກການເຂົ້າຮຽນທຸກມື້
👤 ຄູຝຶກ ຂອງຂະແໜງວິຊາສະເພາະ📍 ການເຂົ້າຮຽນ
ປ້ອນຄະແນນ ພາກທິດສະດີ ແລະ ພາກປະຕິບັດ
👤 ຄູຝຶກ📍 ການສອບເສັງ
4ສຳເລັດການຝຶກ
?
ການເຂົ້າຮຽນ ແລະ ຄະແນນ ຜ່ານເກນບໍ?
ແມ່ນ · Yຢືນຢັນ ສຳເລັດການຝຶກ
ບໍ່ແມ່ນ · Nຝຶກເພີ່ມ ຫຼື ບັນທຶກສະຖານະ ໂຈະ / ອອກ
✔ສົ່ງລາຍຊື່ຜູ້ສຳເລັດການຝຶກ ຕໍ່ໃຫ້ ພະແນກທົດສອບ ແລະ ອອກໃບຢັ້ງຢືນສີມືແຮງງານ · ພະແນກສົ່ງເສີມການພັດທະນາສີມືແຮງງານ
👤 ຂະແໜງ ຄຸ້ມຄອງວິຊາການ
ຂະແໜງຂອງພະແນກນີ້ — ກົດເພື່ອເປີດຜັງຂອງຂະແໜງນັ້ນໂດຍກົງ
SDI-U03-D08
ຂະແໜງ ຄຸ້ມຄອງວິຊາການ
Academic Affairs Division · ຂຶ້ນກັບ ສູນຝຶກສີມືແຮງງານ ລາວ-ເກົາຫຼີ
ໜ້າທີ່ຕາມໂຄງຮ່າງການຈັດຕັ້ງຄຸ້ມຄອງຫຼັກສູດ · ຕາຕະລາງຝຶກ · ຄະແນນ ແລະ ການເລື່ອນຊັ້ນ
ເປົ້າໝາຍຂອງຜັງນີ້ໃຫ້ທຸກຂະແໜງວິຊາສະເພາະ ມີຫຼັກສູດ ຕາຕະລາງ ແລະ ຄູຝຶກ ພ້ອມກ່ອນເປີດເທີມ ແລະ ຄະແນນຄົບຕອນຈົບ
ເລີ່ມເມື່ອໃດກ່ອນເປີດແຕ່ລະເທີມ ແລະ ທ້າຍເທີມ
ຈົບແລ້ວໄດ້ຫຍັງຕາຕະລາງຝຶກ · ຜົນຄະແນນ ແລະ ລາຍຊື່ຜູ້ສຳເລັດການຝຶກ ທີ່ຢືນຢັນແລ້ວ
4 ຂັ້ນ
7 ຂັ້ນຕອນຍ່ອຍ
2 ຈຸດຕັດສິນ
1ກຽມເທີມ
▶ເລືອກຫຼັກສູດທາງການ ທີ່ຈະເປີດສອນເທີມນີ້
👤 ຫົວໜ້າຂະແໜງ📍 ທະບຽນຫຼັກສູດຝຶກສີມືແຮງງານ
ເປີດຫຼັກສູດ/ຊຸດຝຶກ ແລະ ກຳນົດຈຳນວນຮັບ
👤 ພະນັກງານຂະແໜງ📍 ວິຊາການ → ຫຼັກສູດທີ່ສູນເປີດສອນ
2ຕາຕະລາງ ແລະ ຄູຝຶກ
ຈັດຕາຕະລາງຝຶກ ແລະ ມອບໝາຍຄູຝຶກປະຈຳຫຼັກສູດ
👤 ພະນັກງານຂະແໜງ📍 ວິຊາການ → ຕາຕະລາງເວລາຝຶກ · ມອບໝາຍຄູຝຶກປະຈຳຫຼັກສູດ
?
ທຸກວິຊາມີຄູຝຶກ ແລະ ຫ້ອງຝຶກ ຄົບບໍ?
ບໍ່ແມ່ນ · Nປະສານຂະແໜງວິຊາສະເພາະ ຈັດຄູຝຶກເພີ່ມ
3ຕິດຕາມລະຫວ່າງເທີມ
ກວດວ່າຄູຝຶກບັນທຶກການເຂົ້າຮຽນ ແລະ ຄະແນນ ຄົບ
📍 ສູນລາຍງານ ແລະ ສະຖິຕິ
4ປິດເທີມ
?
ຄະແນນຄົບທຸກວິຊາ ແລະ ຜ່ານເກນບໍ?
ແມ່ນ · Yຢືນຢັນ ສຳເລັດການຝຶກ ຫຼື ເລື່ອນຊັ້ນ
ບໍ່ແມ່ນ · Nສົ່ງຄືນຄູຝຶກ ວັດຜົນຄືນ
✔ສົ່ງລາຍຊື່ຜູ້ສຳເລັດການຝຶກ ຕໍ່ໃຫ້ ພະແນກທົດສອບ ແລະ ອອກໃບຢັ້ງຢືນສີມືແຮງງານ
👤 ຫົວໜ້າຂະແໜງ
SDI-U03-D09
ຂະແໜງ ຄຸ້ມຄອງຜູ້ເຂົ້າຝຶກ
Trainee Affairs Division · ຂຶ້ນກັບ ສູນຝຶກສີມືແຮງງານ ລາວ-ເກົາຫຼີ
ໜ້າທີ່ຕາມໂຄງຮ່າງການຈັດຕັ້ງບັນຊີຜູ້ເຂົ້າຝຶກ · ສະຖານະ ໂຈະ/ອອກ/ສຳເລັດ · ຫໍພັກ · ວິໄນ
ເປົ້າໝາຍຂອງຜັງນີ້ໃຫ້ຜູ້ເຂົ້າຝຶກທຸກຄົນ ມີປະຫວັດຄົບ ແລະ ສະຖານະເປັນປັດຈຸບັນ ຕະຫຼອດການຝຶກ
ເລີ່ມເມື່ອໃດມີຄຳຮ້ອງສະໝັກເຂົ້າມາ ຫຼື ສະຖານະຂອງຜູ້ເຂົ້າຝຶກປ່ຽນ
ຈົບແລ້ວໄດ້ຫຍັງບັນຊີຜູ້ເຂົ້າຝຶກ ທີ່ໃຊ້ອອກບັດ · ຈັດຫໍພັກ · ລາຍງານ ແລະ ຕິດຕາມຫຼັງຈົບ
4 ຂັ້ນ
7 ຂັ້ນຕອນຍ່ອຍ
2 ຈຸດຕັດສິນ
1ຮັບສະໝັກ
▶ເປີດຄຳຮ້ອງສະໝັກ ທີ່ເຂົ້າມາໃໝ່
👤 ພະນັກງານຂະແໜງ📍 ຄຳຮ້ອງສະໝັກອອນລາຍ
?
ຄຸນສົມບັດ ແລະ ເອກະສານແນບ ຄົບບໍ?
ບໍ່ແມ່ນ · Nແຈ້ງຜູ້ສະໝັກ ຕື່ມເອກະສານ
2ລົງທະບຽນ
ບັນທຶກປະຫວັດ ແລະ ຜູກເຂົ້າຫຼັກສູດ
👤 ພະນັກງານຂະແໜງ📍 ຂໍ້ມູນຜູ້ເຂົ້າຝຶກ → ການຮັບຜູ້ເຂົ້າຝຶກ
ພິມບັດປະຈຳຕົວຜູ້ເຂົ້າຝຶກ
📍 ໃບຢັ້ງຢືນ → ສ້າງບັດປະຈໍາຕົວ
3ດູແລລະຫວ່າງຝຶກ
ຈັດຫ້ອງພັກ ແລະ ຕິດຕາມວິໄນ
👤 ພະນັກງານຂະແໜງ📍 ຫໍພັກ
?
ຜູ້ເຂົ້າຝຶກ ໂຈະ ຫຼື ອອກ ການຝຶກບໍ?
ແມ່ນ · Yບັນທຶກສະຖານະການຝຶກ ພ້ອມເຫດຜົນ
ບໍ່ແມ່ນ · Nຄົງສະຖານະ ກຳລັງຝຶກ
4ຈົບການຝຶກ
✔ໝາຍ ສຳເລັດການຝຶກ — ລາຍຊື່ໄປຕໍ່ທີ່ ການທົດສອບ ແລະ ການຕິດຕາມການມີວຽກເຮັດ
📍 ຂໍ້ມູນຜູ້ເຂົ້າຝຶກ → ລາຍຊື່ຜູ້ເຂົ້າຝຶກ
SDI-U03-D10
ຂະແໜງ ຂໍ້ມູນການຮຽນຮູ້
Learning Resources Division · ຂຶ້ນກັບ ສູນຝຶກສີມືແຮງງານ ລາວ-ເກົາຫຼີ
ໜ້າທີ່ຕາມໂຄງຮ່າງການຈັດຕັ້ງຫ້ອງສະໝຸດ · ຂໍ້ມູນການຮຽນຮູ້ · ສື່ການຝຶກ
ເປົ້າໝາຍຂອງຜັງນີ້ໃຫ້ຄູຝຶກ ແລະ ຜູ້ເຂົ້າຝຶກ ຫາສື່ການຝຶກ ແລະ ເອກະສານຮຽນ ໄດ້ຈາກບ່ອນດຽວ
ເລີ່ມເມື່ອໃດມີສື່ການຝຶກ ຫຼື ເອກະສານໃໝ່ ຈາກຂະແໜງວິຊາສະເພາະ
ຈົບແລ້ວໄດ້ຫຍັງຄັງສື່ການຝຶກ ທີ່ຈັດຕາມຫຼັກສູດ ແລະ ເປີດໃຊ້ໄດ້ທຸກເວລາ
3 ຂັ້ນ
5 ຂັ້ນຕອນຍ່ອຍ
1 ຈຸດຕັດສິນ
1ຮັບສື່
▶ຮັບສື່ການຝຶກ ແລະ ເອກະສານ ຈາກຄູຝຶກ
👤 ພະນັກງານຂະແໜງ
?
ເນື້ອໃນຖືກຕ້ອງ ແລະ ເຜີຍແຜ່ໄດ້ບໍ?
ບໍ່ແມ່ນ · Nສົ່ງຄືນຜູ້ສົ່ງ ແກ້ໄຂ
2ຈັດເຂົ້າຄັງ
ອັບໂຫລດ ແລະ ຈັດໝວດຕາມຫຼັກສູດ
👤 ພະນັກງານຂະແໜງ📍 ສູນດາວໂຫຼດ → ອັບໂຫຼດ/ແບ່ງປັນເນື້ອໃນ
ແບ່ງປັນໃຫ້ຫຼັກສູດ ຫຼື ຄູຝຶກ ທີ່ກ່ຽວຂ້ອງ
📍 ສູນດາວໂຫຼດ → ລາຍການແບ່ງປັນເນື້ອໃນ
3ຮັກສາໃຫ້ເປັນປັດຈຸບັນ
✔ທົບທວນທຸກເທີມ ເອົາສື່ທີ່ລ້າສະໄໝອອກ
👤 ຫົວໜ້າຂະແໜງ
🛠
ຂະແໜງວິຊາສະເພາະ — 7 ຂະແໜງ ໃຊ້ຂັ້ນຕອນດຽວກັນ
ຂຶ້ນກັບ ສູນຝຶກສີມືແຮງງານ ລາວ-ເກົາຫຼີ · ຕ່າງກັນແຕ່ສາຂາອາຊີບທີ່ສອນ
| ຂະແໜງ | ສາຂາອາຊີບທີ່ສອນ | ໜ້າທີ່ຕາມໂຄງຮ່າງການຈັດຕັ້ງ |
|
ຂະແໜງ ເທັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ SDI-U03-D01
|
ຊ່າງເທັກໂນໂລຊີຂໍ້ມູນຂ່າວສານ |
ຊ່າງເທັກໂນໂລຊີຂໍ້ມູນຂ່າວສານ · ຫ້ອງຝຶກ IT ຮອງຮັບ 630 ຄົນ · ຄູ 16 ທ່ານ · 6 ເທີມ/ປີ |
|
ຂະແໜງ ໄຟຟ້າເຕັກນິກ-ເອເລັກໂຕຼນິກ SDI-U03-D02
|
ຊ່າງໄຟຟ້າເຕັກນິກ ຊ່າງສ້ອມແປງເຄື່ອງເອເລັກໂຕຼນິກ |
ຊ່າງໄຟຟ້າເຕັກນິກ · ຊ່າງສ້ອມແປງເຄື່ອງເອເລັກໂຕຼນິກ · ຫ້ອງຝຶກຮອງຮັບ 460 ຄົນ · ຄູ 8 ທ່ານ · ສາຂາຍ່ອຍ: ໄຟຟ້າເຕັກນິກ · ອີເລັກໂຕຣນິກ · 6 ເທີມ/ປີ |
|
ຂະແໜງ ສ້ອມແປງ ແລະ ບຳລຸງຮັກສາລົດຍົນ SDI-U03-D03
|
ຊ່າງສ້ອມແປງ ແລະ ບຳລຸງຮັກສາລົດຍົນ |
ຊ່າງສ້ອມແປງ ແລະ ບຳລຸງຮັກສາລົດຍົນ · ຫ້ອງຝຶກຮອງຮັບ 270 ຄົນ · ຄູ 8 ທ່ານ · 6 ເທີມ/ປີ |
|
ຂະແໜງ ກໍ່ສ້າງ-ຊ່າງໄມ້ SDI-U03-D04
|
ຊ່າງກໍ່ສ້າງ ຊ່າງໄມ້ເຄື່ອງເຮືອນ |
ຊ່າງກໍ່ສ້າງ · ຊ່າງໄມ້ເຄື່ອງເຮືອນ · ຫ້ອງຝຶກຊ່າງໄມ້ຮອງຮັບ 25 ຄົນ · ຄູ 2 ທ່ານ · ສາຂາຍ່ອຍ: ກໍ່ສ້າງ · ຊ່າງໄມ້ · 4 ເທີມ/ປີ |
|
ຂະແໜງ ຕັດຫຍິບເຄື່ອງນຸ່ງ SDI-U03-D05
|
ຊ່າງຕັດຫຍິບເຄື່ອງນຸ່ງ |
ຊ່າງຕັດຫຍິບເຄື່ອງນຸ່ງ · ຫ້ອງຝຶກຮອງຮັບ 60 ຄົນ · ຄູ 4 ທ່ານ · 6 ເທີມ/ປີ |
|
ຂະແໜງ ປຸງແຕ່ງອາຫານ SDI-U03-D06
|
ຊ່າງປຸງແຕ່ງອາຫານ |
ຊ່າງປຸງແຕ່ງອາຫານ · ຫ້ອງຝຶກຮອງຮັບ 180 ຄົນ · ຄູ 5 ທ່ານ · 6 ເທີມ/ປີ |
|
ຂະແໜງ ເສີມສວຍ SDI-U03-D07
|
ຊ່າງເສີມສວຍ ຊ່າງຖັກວິກຜົມ |
ຊ່າງເສີມສວຍ · ຊ່າງຖັກວິກຜົມ · ຫ້ອງຝຶກຮອງຮັບ 50 + 120 ຄົນ · ຄູ 3 ທ່ານ · 6 ເທີມ/ປີ |
ເປົ້າໝາຍຂອງຜັງນີ້ຝຶກຜູ້ເຂົ້າຝຶກໃນສາຂາອາຊີບຂອງຂະແໜງ ໃຫ້ໄດ້ສີມືຕາມຫຼັກສູດ
ເລີ່ມເມື່ອໃດເລີ່ມແຕ່ລະເທີມ ເມື່ອໄດ້ລາຍຊື່ຜູ້ເຂົ້າຝຶກຂອງຂະແໜງ
ຈົບແລ້ວໄດ້ຫຍັງຜູ້ເຂົ້າຝຶກທີ່ມີບັນທຶກການເຂົ້າຮຽນ ແລະ ຄະແນນ ຄົບ ພ້ອມສົ່ງທົດສອບສີມື
4 ຂັ້ນ
8 ຂັ້ນຕອນຍ່ອຍ
2 ຈຸດຕັດສິນ
1ກຽມເທີມ
▶ຮັບລາຍຊື່ຜູ້ເຂົ້າຝຶກ ແລະ ຕາຕະລາງ ຂອງຂະແໜງ
👤 ຫົວໜ້າຂະແໜງ📍 ວິຊາການ → ຕາຕະລາງເວລາຝຶກ
ມອບໝາຍຄູຝຶກ ແລະ ກຽມຫ້ອງຝຶກ ເຄື່ອງມື-ອຸປະກອນ
👤 ຫົວໜ້າຂະແໜງ
2ສອນ ແລະ ຝຶກ
ສອນ ແລະ ຝຶກພາກປະຕິບັດ · ໝາຍຜູ້ ມາ · ຂາດ · ລາ ທຸກມື້
👤 ຄູຝຶກ📍 ການເຂົ້າຮຽນ → ການເຂົ້າຮຽນຂອງຜູ້ເຂົ້າຝຶກ
?
ມີຜູ້ຂາດຮຽນຕິດຕໍ່ກັນບໍ?
ແມ່ນ · Yແຈ້ງ ຂະແໜງ ຄຸ້ມຄອງຜູ້ເຂົ້າຝຶກ ຕິດຕາມ
3ວັດຜົນ
ປ້ອນຄະແນນ ພາກທິດສະດີ ແລະ ພາກປະຕິບັດ
👤 ຄູຝຶກ📍 ການສອບເສັງ → ຜົນການສອບເສັງ
?
ຜ່ານເກນຂອງຫຼັກສູດບໍ?
ແມ່ນ · Yສະເໜີ ສຳເລັດການຝຶກ
ບໍ່ແມ່ນ · Nຝຶກ ແລະ ວັດຜົນຄືນ
4ຝຶກງານ ແລະ ສົ່ງຕໍ່
ສົ່ງຜູ້ເຂົ້າຝຶກ ລົງຝຶກງານຢູ່ຫົວໜ່ວຍແຮງງານ
👤 ຫົວໜ້າຂະແໜງ
✔ສົ່ງລາຍຊື່ຜູ້ຜ່ານ ໃຫ້ ຂະແໜງ ຄຸ້ມຄອງວິຊາການ ຢືນຢັນ ແລະ ສົ່ງທົດສອບສີມື
👤 ຫົວໜ້າຂະແໜງ
👨🏫
ຄູຝຶກ ຂອງຂະແໜງວິຊາສະເພາະ
Trainer · ຄູຝຶກປະຈຳ ແລະ ຄູຝຶກເຊີນ ຂອງທຸກສູນ
ຂອບເຂດຂໍ້ມູນທີ່ເຫັນເຫັນສະເພາະຫຼັກສູດ ແລະ ຜູ້ຮຽນ ທີ່ຕົນຮັບຜິດຊອບ
ໃຜຖືບົດບາດນີ້ຄູຝຶກປະຈຳ ແລະ ຄູຝຶກເຊີນ ຂອງທຸກສູນ
ຂັ້ນຕອນປະຈຳ4 ຂັ້ນ · 5 ຂັ້ນຕອນຍ່ອຍ
1ກ່ອນສອນ
▶ເຂົ້າລະບົບ ເປີດຕາຕະລາງມື້ນີ້ຂອງຕົນ
2ໃນຫ້ອງຝຶກ
ໝາຍຜູ້ມາຮຽນ ແລະ ຜູ້ຂາດຮຽນ
?
ມີຜູ້ຂາດຮຽນຜິດປົກກະຕິບໍ?
ແມ່ນ · Yແຈ້ງພະນັກງານທະບຽນ
3ທ້າຍວິຊາ
ປ້ອນຄະແນນ ແລະ ຜົນການທົດສອບ
4ຫຼັງຈົບຮຸ່ນ
✔ເບິ່ງຜົນປະເມີນຂອງຕົນ ແລ້ວປັບການສອນຮອບຕໍ່ໄປ
ເຮັດໄດ້
- ເບິ່ງຕາຕະລາງ ແລະ ລາຍຊື່ຜູ້ຮຽນຂອງຕົນ
- ບັນທຶກການເຂົ້າຮຽນ
- ປ້ອນຄະແນນ
ເຮັດບໍ່ໄດ້
- ແກ້ຂໍ້ມູນສ່ວນຕົວຂອງຜູ້ເຂົ້າຝຶກ
- ເບິ່ງຫຼັກສູດຂອງຄູຝຶກທ່ານອື່ນ
💼
ພະແນກສົ່ງເສີມການພັດທະນາສີມືແຮງງານ
SDI-U04
ໜ້າທີ່ຕາມໂຄງຮ່າງການຈັດຕັ້ງນະໂຍບາຍ ແຜນການ ດ້ານສົ່ງເສີມການພັດທະນາສີມືແຮງງານ · ພິຈາລະນາ ອະນຸມັດ ຫຼື ຍຸບເລີກ ສະຖານພັດທະນາສີມືແຮງງານ · ແນະນຳວິຊາຊີບກ່ອນເຂົ້າຝຶກ ຈັດຫາຕຳແໜ່ງງານ ຕິດຕາມການມີວຽກເຮັດງານທຳ · ສ້າງຂີດຄວາມສາມາດຜູ້ປະກອບກິດຈະການ · ຮ່ວມມືພາກລັດ-ເອກະຊົນ ຈັດ ແລະ ເຂົ້າຮ່ວມແຂ່ງຂັນສີມືແຮງງານ ທ້ອງຖິ່ນ ຊາດ ພາກພື້ນ ສາກົນ (ມາດຕາ 9 · 8 ຂໍ້)
ເປົ້າໝາຍຂອງຜັງນີ້ໃຫ້ຜູ້ສຳເລັດການຝຶກມີວຽກເຮັດ ແລະ ສັງຄົມຮູ້ຈັກການພັດທະນາສີມືແຮງງານ
ເລີ່ມເມື່ອໃດມີຊຸດຝຶກຈົບ · ມີກິດຈະກຳ ຫຼື ການແຂ່ງຂັນ · ຮອດຮອບຕິດຕາມ
ຈົບແລ້ວໄດ້ຫຍັງອັດຕາການມີວຽກເຮັດ ທີ່ອີງຂໍ້ມູນຈິງ ແລະ ຂ່າວສານທີ່ເຜີຍແຜ່ຕໍ່ສາທາລະນະ
4 ຂັ້ນ
7 ຂັ້ນຕອນຍ່ອຍ
1 ຈຸດຕັດສິນ
1ກ່ອນເຂົ້າຝຶກ
▶ແນະນຳວິຊາຊີບ ໃຫ້ຜູ້ສົນໃຈ ແລະ ຜູ້ສະໝັກ
👤 ຂະແໜງ ແນະນຳວິຊາຊີບ ແລະ ຈັດຫາຕຳແໜ່ງງານຫຼັງການຝຶກ
ເຜີຍແຜ່ຂ່າວເປີດຮັບສະໝັກ ແລະ ກິດຈະກຳ
👤 ຂະແໜງ ສົ່ງເສີມກິດຈະກຳການຝຶກສີມືແຮງງານ📍 ຈັດການໜ້າເວັບ
2ປະສານຫົວໜ່ວຍແຮງງານ
ບັນທຶກນາຍຈ້າງ ແລະ ຫົວໜ່ວຍແຮງງານ ທີ່ຮ່ວມມື
👤 ຂະແໜງ ແນະນຳວິຊາຊີບ ແລະ ຈັດຫາຕຳແໜ່ງງານຫຼັງການຝຶກ📍 ຕິດຕາມການມີວຽກເຮັດງານທຳຂອງຜູ້ສຳເລັດການຝຶກ
3ຫຼັງຈົບການຝຶກ
ຮັບລາຍຊື່ຜູ້ສຳເລັດການຝຶກ ຈາກສູນ
👤 ຂະແໜງ ແນະນຳວິຊາຊີບ ແລະ ຈັດຫາຕຳແໜ່ງງານຫຼັງການຝຶກ
?
ຜູ້ສຳເລັດການຝຶກ ມີວຽກເຮັດແລ້ວບໍ?
ແມ່ນ · Yບັນທຶກບ່ອນເຮັດວຽກ ແລະ ວັນເລີ່ມ
ບໍ່ແມ່ນ · Nຊ່ວຍຈັດຫາຕຳແໜ່ງງານ ແລ້ວຕິດຕາມຮອບໜ້າ
4ແຂ່ງຂັນ ແລະ ລາຍງານ
ຈັດ ແລະ ເຜີຍແຜ່ຜົນ ການແຂ່ງຂັນສີມືແຮງງານ
👤 ຂະແໜງ ແຂ່ງຂັນສີມືແຮງງານ📍 ຈັດການໜ້າເວັບ
✔ອັດຕາການມີວຽກເຮັດ ຂຶ້ນລາຍງານທາງການ
📍 ສູນລາຍງານ ແລະ ສະຖິຕິ
ຂະແໜງຂອງພະແນກນີ້ — ກົດເພື່ອເປີດຜັງຂອງຂະແໜງນັ້ນໂດຍກົງ
SDI-U04-D01
ຂະແໜງ ແນະນຳວິຊາຊີບ ແລະ ຈັດຫາຕຳແໜ່ງງານຫຼັງການຝຶກ
Career Guidance & Job Placement Division · ຂຶ້ນກັບ ພະແນກສົ່ງເສີມການພັດທະນາສີມືແຮງງານ
ໜ້າທີ່ຕາມໂຄງຮ່າງການຈັດຕັ້ງແນະນຳວິຊາຊີບກ່ອນເຂົ້າຝຶກ · ຈັດຫາຕຳແໜ່ງງານ · ຕິດຕາມການມີວຽກເຮັດງານທຳຂອງຜູ້ສຳເລັດການຝຶກ
ເປົ້າໝາຍຂອງຜັງນີ້ໃຫ້ຮູ້ວ່າຜູ້ສຳເລັດການຝຶກແຕ່ລະຄົນ ມີວຽກເຮັດຫຼືບໍ່ ຢູ່ໃສ ແລະ ຊ່ວຍຜູ້ທີ່ຍັງຫາວຽກ
ເລີ່ມເມື່ອໃດມີຊຸດຝຶກຈົບ ແລະ ຮອດຮອບຕິດຕາມ
ຈົບແລ້ວໄດ້ຫຍັງທະບຽນນາຍຈ້າງ ແລະ ສະຖານະການມີວຽກເຮັດ ທີ່ເປັນປັດຈຸບັນ
4 ຂັ້ນ
6 ຂັ້ນຕອນຍ່ອຍ
1 ຈຸດຕັດສິນ
1ແນະນຳ ແລະ ກຽມນາຍຈ້າງ
▶ແນະນຳວິຊາຊີບ ກ່ອນເຂົ້າຝຶກ ແລະ ກ່ອນຈົບ
👤 ພະນັກງານຂະແໜງ
ບັນທຶກນາຍຈ້າງ ແລະ ຕຳແໜ່ງງານທີ່ເປີດຮັບ
👤 ພະນັກງານຂະແໜງ📍 ຕິດຕາມການມີວຽກເຮັດງານທຳຂອງຜູ້ສຳເລັດການຝຶກ
2ຕິດຕາມຜູ້ສຳເລັດການຝຶກ
ຮັບລາຍຊື່ຜູ້ສຳເລັດການຝຶກ ແລ້ວຕິດຕໍ່ເປັນລາຍຄົນ
👤 ພະນັກງານຂະແໜງ
?
ມີວຽກເຮັດແລ້ວບໍ?
ແມ່ນ · Yບັນທຶກນາຍຈ້າງ · ຕຳແໜ່ງ · ວັນເລີ່ມວຽກ
ບໍ່ແມ່ນ · Nສະເໜີຕຳແໜ່ງງານທີ່ເໝາະ ແລ້ວນັດຕິດຕາມຮອບຕໍ່ໄປ
3ອັບເດດສະຖານະ
ອັບເດດສະຖານະ: ມີວຽກ · ເຮັດເອງ · ຮຽນຕໍ່ · ກຳລັງຫາ
📍 ຕິດຕາມການມີວຽກເຮັດງານທຳຂອງຜູ້ສຳເລັດການຝຶກ
4ລາຍງານ
✔ອັດຕາການມີວຽກເຮັດ ຕໍ່ສາຂາອາຊີບ ແລະ ຕໍ່ສູນ ຂຶ້ນລາຍງານທາງການ
📍 ສູນລາຍງານ ແລະ ສະຖິຕິ
SDI-U04-D02
ຂະແໜງ ສົ່ງເສີມກິດຈະກຳການຝຶກສີມືແຮງງານ
Training Activity Promotion Division · ຂຶ້ນກັບ ພະແນກສົ່ງເສີມການພັດທະນາສີມືແຮງງານ
ໜ້າທີ່ຕາມໂຄງຮ່າງການຈັດຕັ້ງສົ່ງເສີມ ແລະ ຮ່ວມມືກັບພາກສ່ວນຕ່າງໆ ໃນການຝຶກສີມືແຮງງານ · ສະຖານພັດທະນາສີມືແຮງງານ
ເປົ້າໝາຍຂອງຜັງນີ້ໃຫ້ສັງຄົມ ແລະ ພາກສ່ວນທີ່ຮ່ວມມື ຮັບຮູ້ກິດຈະກຳການຝຶກ ດ້ວຍຂໍ້ມູນທີ່ຖືກຕ້ອງ
ເລີ່ມເມື່ອໃດມີກິດຈະກຳ · ການຮ່ວມມື ຫຼື ຂ່າວ ທີ່ຕ້ອງເຜີຍແຜ່
ຈົບແລ້ວໄດ້ຫຍັງຂ່າວ ແລະ ກິດຈະກຳ ໃນໜ້າເວັບສະຖາບັນ ທີ່ເປັນປັດຈຸບັນ
3 ຂັ້ນ
5 ຂັ້ນຕອນຍ່ອຍ
1 ຈຸດຕັດສິນ
1ວາງແຜນກິດຈະກຳ
▶ວາງແຜນກິດຈະກຳ ຮ່ວມກັບພາກສ່ວນທີ່ຮ່ວມມື ແລະ ສະຖານພັດທະນາສີມືແຮງງານ
👤 ຫົວໜ້າຂະແໜງ
2ກຽມເນື້ອໃນ
ຂຽນຂ່າວ ກຽມຮູບ ແລະ ລາຍລະອຽດກິດຈະກຳ
👤 ພະນັກງານຂະແໜງ📍 ຈັດການໜ້າເວັບ
?
ເນື້ອໃນ ແລະ ຮູບ ຜ່ານການກວດຂອງຫົວໜ້າຂະແໜງແລ້ວບໍ?
3ເຜີຍແຜ່ ແລະ ຕິດຕາມ
▤ຂ່າວ ແລະ ກິດຈະກຳ ຂຶ້ນໜ້າເວັບສະຖາບັນ
✔ເກັບຜົນ ແລະ ຈຳນວນຜູ້ເຂົ້າຮ່ວມ ໄວ້ລາຍງານ
👤 ພະນັກງານຂະແໜງ
SDI-U04-D03
ຂະແໜງ ແຂ່ງຂັນສີມືແຮງງານ
Skills Competition Division · ຂຶ້ນກັບ ພະແນກສົ່ງເສີມການພັດທະນາສີມືແຮງງານ
ໜ້າທີ່ຕາມໂຄງຮ່າງການຈັດຕັ້ງຈັດການແຂ່ງຂັນສີມືແຮງງານ ລະດັບສະຖາບັນ · ຊາດ · ອາຊຽນ
ເປົ້າໝາຍຂອງຜັງນີ້ຈັດການແຂ່ງຂັນສີມືແຮງງານ ໃຫ້ມີຂໍ້ມູນຜູ້ເຂົ້າແຂ່ງຂັນ ແລະ ຜົນ ຄົບຖ້ວນ
ເລີ່ມເມື່ອໃດຮອດຮອບການແຂ່ງຂັນ ລະດັບສະຖາບັນ · ຊາດ · ອາຊຽນ
ຈົບແລ້ວໄດ້ຫຍັງຜົນການແຂ່ງຂັນ ທີ່ປະກາດຕໍ່ສາທາລະນະ ແລະ ເກັບໄວ້ອ້າງອີງ
3 ຂັ້ນ
6 ຂັ້ນຕອນຍ່ອຍ
1 ຈຸດຕັດສິນ
1ກຽມການແຂ່ງຂັນ
▶ກຳນົດສາຂາອາຊີບ ແລະ ກຳນົດການແຂ່ງຂັນ
👤 ຫົວໜ້າຂະແໜງ📍 ບັນຊີສາຂາອາຊີບ ແລະ ຂະແໜງການ
ປະກາດຮັບສະໝັກຜູ້ເຂົ້າແຂ່ງຂັນ
👤 ພະນັກງານຂະແໜງ📍 ຈັດການໜ້າເວັບ
2ຄັດເລືອກ
?
ຜູ້ສະໝັກມີຄຸນສົມບັດຕາມເງື່ອນໄຂບໍ?
ແມ່ນ · Yຂຶ້ນບັນຊີຜູ້ເຂົ້າແຂ່ງຂັນ
ບໍ່ແມ່ນ · Nແຈ້ງຜົນໃຫ້ຜູ້ສະໝັກ
3ແຂ່ງຂັນ ແລະ ປະກາດຜົນ
ຈັດການແຂ່ງຂັນ ແລະ ບັນທຶກຜົນ
👤 ຄະນະກຳມະການຕັດສິນ
▤ຜົນການແຂ່ງຂັນ ຂຶ້ນໜ້າເວັບສະຖາບັນ
📍 ຈັດການໜ້າເວັບ
✔ສົ່ງຜູ້ຊະນະ ເຂົ້າແຂ່ງຂັນລະດັບຕໍ່ໄປ
👤 ຫົວໜ້າຂະແໜງ
📜
ພະແນກທົດສອບ ແລະ ອອກໃບຢັ້ງຢືນສີມືແຮງງານ
SDI-U05
ໜ້າທີ່ຕາມໂຄງຮ່າງການຈັດຕັ້ງນະໂຍບາຍ ແຜນການ ດ້ານທົດສອບ ແລະ ຢັ້ງຢືນສີມືແຮງງານ · ພິຈາລະນາ ອະນຸມັດ ຫຼື ຍຸບເລີກ ສູນທົດສອບ · ພັດທະນາຫົວບົດ ແລະ ຈັດຕັ້ງການທົດສອບ · ອອກໃບຢັ້ງຢືນ · ກຳນົດມາດຕະຖານ ແລະ ເງື່ອນໄຂ · ຊຸກຍູ້ພະແນກແຮງງານແຂວງ-ນະຄອນຫຼວງ ແລະ ຫົວໜ່ວຍແຮງງານ ຈັດຕັ້ງທົດສອບ · ຝຶກ ແລະ ອອກໃບຢັ້ງຢືນຄູທົດສອບ · ຂໍ້ມູນການທົດສອບ (ມາດຕາ 8 · 14 ຂໍ້)
ເປົ້າໝາຍຂອງຜັງນີ້ໃຫ້ຜູ້ຜ່ານການທົດສອບ ໄດ້ໃບຢັ້ງຢືນສີມືແຮງງານ ຕາມລະດັບສີມືຂອງຕົນ
ເລີ່ມເມື່ອໃດມີລາຍຊື່ຜູ້ສຳເລັດການຝຶກ ຫຼື ຜູ້ຂໍທົດສອບ ຈາກສູນ ແລະ ຫົວໜ່ວຍແຮງງານ
ຈົບແລ້ວໄດ້ຫຍັງຜົນການທົດສອບ ແລະ ໃບຢັ້ງຢືນສີມືແຮງງານ ພ້ອມຕົວເລກຜູ້ຜ່ານໃນລາຍງານ
4 ຂັ້ນ
7 ຂັ້ນຕອນຍ່ອຍ
1 ຈຸດຕັດສິນ
1ກຽມການທົດສອບ
▶ຮັບຮອງສູນທົດສອບ ແລະ ແຕ່ງຕັ້ງຄະນະກຳມະການ
👤 ຂະແໜງ ຄຸ້ມຄອງການທົດສອບສີມືແຮງງານ
ກຳນົດມາດຕະຖານ ເງື່ອນໄຂ ແລະ ຫົວບົດທົດສອບ ຕາມສາຂາອາຊີບ
👤 ຂະແໜງ ຄຸ້ມຄອງການທົດສອບສີມືແຮງງານ📍 ບັນຊີສາຂາອາຊີບ ແລະ ຂະແໜງການ
2ຈັດການທົດສອບ
ເປີດຮອບທົດສອບ ແລະ ຈັດຕາຕະລາງ
👤 ຂະແໜງ ທົດສອບສີມືແຮງງານ📍 ການສອບເສັງ → ກຸ່ມສອບເສັງ
ບັນທຶກຄະແນນຂອງຜູ້ເຂົ້າທົດສອບ
👤 ຄະນະກຳມະການທົດສອບ📍 ການສອບເສັງ → ຜົນການສອບເສັງ
3ຕັດສິນຜົນ
?
ຜ່ານເກນຂອງລະດັບສີມືນັ້ນບໍ?
ບໍ່ແມ່ນ · Nແຈ້ງຜົນ ແລະ ນັດທົດສອບຄືນ
4ອອກໃບຢັ້ງຢືນ
ອອກ ແລະ ພິມໃບຢັ້ງຢືນ ຕາມລະດັບສີມື
👤 ຂະແໜງ ທົດສອບສີມືແຮງງານ📍 ອອກໃບຢັ້ງຢືນສີມືແຮງງານ
✔ມອບໃບຢັ້ງຢືນ ແລະ ຕົວເລກຜູ້ຜ່ານ ຂຶ້ນລາຍງານທາງການ
📍 ສູນລາຍງານ ແລະ ສະຖິຕິ
ຂະແໜງຂອງພະແນກນີ້ — ກົດເພື່ອເປີດຜັງຂອງຂະແໜງນັ້ນໂດຍກົງ
SDI-U05-D01
ຂະແໜງ ຄຸ້ມຄອງການທົດສອບສີມືແຮງງານ
Skills Testing Management Division · ຂຶ້ນກັບ ພະແນກທົດສອບ ແລະ ອອກໃບຢັ້ງຢືນສີມືແຮງງານ
ໜ້າທີ່ຕາມໂຄງຮ່າງການຈັດຕັ້ງຄຸ້ມຄອງ ແລະ ຮັບຮອງສູນທົດສອບ · ຄະນະກຳມະການ · ມາດຕະຖານ ແລະ ເງື່ອນໄຂການທົດສອບ
ເປົ້າໝາຍຂອງຜັງນີ້ໃຫ້ການທົດສອບທຸກບ່ອນ ໃຊ້ມາດຕະຖານ ເງື່ອນໄຂ ແລະ ຄະນະກຳມະການ ທີ່ຮັບຮອງແລ້ວ
ເລີ່ມເມື່ອໃດມີສູນທົດສອບຂໍຮັບຮອງ ຫຼື ຮອດຮອບທົບທວນ
ຈົບແລ້ວໄດ້ຫຍັງສູນທົດສອບ ແລະ ຄະນະກຳມະການ ທີ່ພ້ອມຈັດການທົດສອບ
3 ຂັ້ນ
5 ຂັ້ນຕອນຍ່ອຍ
1 ຈຸດຕັດສິນ
1ຮັບຮອງສູນທົດສອບ
▶ຮັບຄຳຮ້ອງຂໍເປັນສູນທົດສອບ
👤 ພະນັກງານຂະແໜງ
?
ສະຖານທີ່ ເຄື່ອງມື ແລະ ບຸກຄະລາກອນ ຄົບຕາມເງື່ອນໄຂບໍ?
ບໍ່ແມ່ນ · Nແຈ້ງໃຫ້ປັບປຸງ ແລ້ວກວດຄືນ
2ກຳນົດເງື່ອນໄຂ ແລະ ຄະນະກຳມະການ
ກຳນົດມາດຕະຖານ ແລະ ເງື່ອນໄຂການທົດສອບ ແຕ່ລະສາຂາ ແລະ ລະດັບ
👤 ຫົວໜ້າຂະແໜງ📍 ບັນຊີສາຂາອາຊີບ ແລະ ຂະແໜງການ
ແຕ່ງຕັ້ງຄະນະກຳມະການ ປະຈຳຮອບທົດສອບ
👤 ຫົວໜ້າຂະແໜງ📍 ການສອບເສັງ → ກຸ່ມສອບເສັງ
3ສົ່ງຕໍ່
✔ແຈ້ງ ຂະແໜງ ທົດສອບສີມືແຮງງານ ວ່າພ້ອມຈັດການທົດສອບ
👤 ຫົວໜ້າຂະແໜງ
SDI-U05-D02
ຂະແໜງ ທົດສອບສີມືແຮງງານ
Skills Testing Division · ຂຶ້ນກັບ ພະແນກທົດສອບ ແລະ ອອກໃບຢັ້ງຢືນສີມືແຮງງານ
ໜ້າທີ່ຕາມໂຄງຮ່າງການຈັດຕັ້ງຈັດຕັ້ງການທົດສອບ ແລະ ອອກໃບຢັ້ງຢືນສີມືແຮງງານ ຕາມລະດັບ
ເປົ້າໝາຍຂອງຜັງນີ້ທົດສອບຜູ້ສະໝັກໃຫ້ຄົບຕາມຮອບ ແລະ ອອກໃບຢັ້ງຢືນໃຫ້ຜູ້ຜ່ານ ໂດຍບໍ່ຊ້ຳ ບໍ່ຕົກຫຼົ່ນ
ເລີ່ມເມື່ອໃດໄດ້ລາຍຊື່ຜູ້ເຂົ້າທົດສອບ ແລະ ສູນທົດສອບພ້ອມ
ຈົບແລ້ວໄດ້ຫຍັງໃບຢັ້ງຢືນສີມືແຮງງານ ທີ່ພິມພ້ອມຂໍ້ມູນຂອງຜູ້ຜ່ານ
4 ຂັ້ນ
7 ຂັ້ນຕອນຍ່ອຍ
1 ຈຸດຕັດສິນ
1ເປີດຮອບທົດສອບ
▶ຮັບລາຍຊື່ຜູ້ເຂົ້າທົດສອບ ຈາກສູນ ແລະ ຫົວໜ່ວຍແຮງງານ
👤 ພະນັກງານຂະແໜງ
ສ້າງຮອບທົດສອບ ແລະ ຕາຕະລາງ
👤 ພະນັກງານຂະແໜງ📍 ການສອບເສັງ → ຕາຕະລາງການສອບເສັງ
2ທົດສອບ
ບັນທຶກຄະແນນ ພາກທິດສະດີ ແລະ ພາກປະຕິບັດ
👤 ຄະນະກຳມະການທົດສອບ📍 ການສອບເສັງ → ຜົນການສອບເສັງ
?
ຜ່ານເກນບໍ?
ແມ່ນ · Yຂຶ້ນບັນຊີຜູ້ໄດ້ຮັບໃບຢັ້ງຢືນ
ບໍ່ແມ່ນ · Nແຈ້ງຜົນ ແລະ ນັດທົດສອບຄືນ
3ອອກໃບຢັ້ງຢືນ
ອອກໃບຢັ້ງຢືນ ຕາມລະດັບສີມື ແລ້ວພິມ
👤 ພະນັກງານຂະແໜງ📍 ອອກໃບຢັ້ງຢືນສີມືແຮງງານ
▤ໃບຢັ້ງຢືນສີມືແຮງງານ ພ້ອມຂໍ້ມູນຂອງຜູ້ຜ່ານ
4ມອບ ແລະ ລາຍງານ
✔ມອບໃບຢັ້ງຢືນ ແລະ ຕົວເລກຜູ້ຜ່ານ ຂຶ້ນລາຍງານທາງການ
📍 ສູນລາຍງານ ແລະ ສະຖິຕິ
ໝາຍເຫດ
ຂັ້ນຕອນທີ່ບໍ່ມີເຄື່ອງໝາຍ 📍 ແມ່ນວຽກທີ່ເຮັດນອກລະບົບ (ປະຊຸມ · ເອກະສານ · ລົງພື້ນທີ່).
ຜັງຂອງແຕ່ລະພະແນກ ແລະ ຂະແໜງ ເປັນຂໍ້ສະເໜີຂອງທີມພັດທະນາ ຕາມໜ້າທີ່ໃນໂຄງຮ່າງການຈັດຕັ້ງ —
ພະແນກໃດເຫັນວ່າຂັ້ນຕອນບໍ່ກົງກັບວຽກຈິງ ກະລຸນາແຈ້ງ ເພື່ອປັບໃຫ້ຖືກຕ້ອງ.
ຢາກຮູ້ວ່າແຕ່ລະພະແນກມີໜ້າວຽກຫຍັງໃນລະບົບ ແລະ ຄືບໜ້າເທົ່າໃດ ເບິ່ງທີ່
ລາຍງານໜ້າວຽກ → ແຍກຕາມພະແນກ.